ວັນທີ 13 ມັງກອນ 2022 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງບັນດາທູດຕ່າງປະເທດຄົນໃໝ່ປະຈຳ ສປປ ລາວ ຄື: ທ່ານ ໂຄບາຢາຊິ ເຄນອິຈິ (KOBAYASHI ເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ປະເທດຍີ່ປຸ່ນ ທ່ານ ບຽມບາຊູເຣນ ຈໍາສ໌ຣັງ (Byambasuren Jamsran) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດມົງໂກລີ ທ່ານ ນາງ ອັນເນັດເຕີ ໂຄບລັອກ (Annette Knobloch) ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເຢຍລະມັນ ແລະ ທ່ານ ນາງ ຊີບ-ແລັງ ຊູຍອອກ (Siv Leng CHHUOR) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຝຣັ່ງ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທ່ານທູດ ທີ່ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີປຸ່ນ ມົງໂກລີ ສສ.ເຢຍລະມັນ ແລະ ສ.ຝຣັ່ງ ປະຈໍາ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍລະຫວ່າງ ລາວ-ຍີ່ປຸ່ນ, ລາວ-ມົງໂກລີ, ລາວ-ເຢຍລະມັນ ແລະ ລາວ-ຝຣັ່ງ ໃນໄລຍະຜ່ານມາເຖິງປັດຈຸບັນ. ພ້ອມກັນນັ້ນ ທ່ານລັດຖະມົນຕີກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ມົງໂກລີ ເຢຍລະມັນ ແລະ ຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນເປັນກ້າວໆ ພ້ອມທັງສະເໜີໃຫ້ບັນດາທ່ານທູດ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືທາງດ້ານເສດຖະກິດ ການຄ້າ-ການລົງທຶນ ການພັດທະນາລະບົບພື້ນຖານໂຄງລ່າງ ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ. ພິເສດ ຍັງໄດ້ສະເໜີໃຫ້ບັນດາທ່ານທູດຊຸກຍູ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ພາຍຫຼັງສະພາບການແຜ່ລະ ບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ.

ພ້ອມນັ້ນ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຢຍລະມັນ ແລະ ຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການສະໜອງວັກຊິນ ອຸປະກອນການແພດ ແລະ ອື່ນໆ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ອັນເປັນການປະກອບສ່ວນເຮັດໃຫ້ ສປປ ລາວ ສາມາດຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ຢ່າງມີປະສິດທິຜົນ. ນອກຈາກນັ້ນ ທ່ານລັດຖະມົນຕີໄດ້ອວຍພອນໃຫ້ບັນດາທ່ານທູດມີພະລານາໄມສົມບູນ ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດອັນສູງສົ່ງຂອງທ່ານຢູ່ ສປປ ລາວ.

ໃນໂອກາດດຽວກັນນີ້ ບັນດາທ່ານທູດກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ທັງໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມຢ່າງສຸດຄວາມສາມາດເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ.

# ຂ່າວ – ພາບ : ໄຊບັນດິດ