ຄະນະພັກ-ຄະນະນຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເປີດກ້ວາງ ຄັ້ງທີ 5 ສະໄໝທີ VII ຂຶ້ນວັນທີ 13 ມັງກອນ 2022 ຢູ່ຫ້ອງວ່າການປົກຄອງເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ບຸນເພັງ ສີນະວົງພອນ ກໍາມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ ມີຮອງເລຂາ ຮອງເຈົ້າເມືອງ ຄະນະພັກ-ຄະນະນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ໄດ້ລາຍງານສະພາບການຈັດຕັ້ງ ຊີ້ນຳ-ນຳພາວຽກງານຮອບດ້ານໃນ 1 ປີຜ່ານມາ ເຊິ່ງພື້ນຖານໂດຍລວມ ວຽກງານປ້ອງກັນຊາດແມ່ນມີຄວາມສະຫງົບດີ ຮັກສາໄດ້ສະຖຽນລະພາບດ້ານການເມືອງ ມີຄວາມເປັນລະບຽບໃນສັງຄົມ ເຖິງຈະເຮັດໄດ້ດີ ແຕ່ຍັງມີກຸ່ມຄົນບໍ່ດີຈຳນວນໜຶ່ງນຳໃຊ້ສື່ອອນລາຍໂຄສະນາບິດເບືອນຕໍ່ການນຳພັກ-ລັດ ສົ່ງຜົນເກີດປາກົດການຫຍໍ້ທໍ້ ເຊັ່ນ: ປຸ້ນຈີ້ ຊີງຊັບ ບັນຫາຢາເສບຕິດ ຄ້າຂາຍເຖື່ອນ ອຸບັດເຫດ ແລະ ອັກຄີໄພ ລວມ 217 ເລື່ອງ ຜົນເສຍຫາຍ 1.131.090.000 ກີບ ນຳພາກຳລັງ ປກສ ລົງກໍ່ສ້າງຮາກຖານການເມືອງຢູ່ 7 ກຸ່ມບ້ານ ເພື່ອກວດກາເກັບກຳຂຶ້ນຊີເປົ້າໝາຍຄົນພັກເຊົາ ແລະ ນຳໃຊ້ເຮືອຈັກຕາມລຳນ້ຳຂອງ ເພື່ອບໍ່ໃຫ້ລະເມີດລັກລອບຄ້າ -ຂາຍເຖື່ອນ ຫາກມີ ກໍໃຫ້ໄດ້ຮັບການແກ້ໄຂຢ່າງຮີບດ່ວນ 1 ປີຜ່ານມາ ມີຄະດີທີ່ເກີດຂຶ້ນ 173 ເລື່ອງ ແກ້ໄດ້ 131 ເລື່ອງ ກັກຕົວ 171 ຄົນ ໃນນີ້ ຄະດີທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນລັກຊັບພົນລະເມືອງ ບັນຫາຢາເສບຕິດ ສາມາດແກ້ໄດ້ 100 ຄົນ ກັກຕົວ 155 ຄົນ ໃນນີ້ມີ ຊື້-ຂາຍ ມົ້ວສຸມ ຕ້ອງຫາອື່ນໆ ຍຶດຂອງກາງຢາບ້າໄດ້ 58.448 ເມັດ ຢາໄອສ໌ 11 ຖົງນ້ອຍ ເຮໂຣອິນ 2 ເປົາ (76 ກິໂລ) ຢາໄອສ໌ 10 ເປົາ (420 ກິໂລ) ລົດວີໂກ້ ແຊັມ 1 ຄັນ ລົດຈັກ 28 ຄັນ ໂທລະສັບ 26 ໜ່ວຍ ອຸປະກອນການເສບຢາ ປືນສັ້ນປະດິດ 2 ກະບອກ ພ້ອມລູກປືນ 72 ລູກ ອຸບັດເຫດກີດຂຶ້ນ 66 ເລື່ອງ ສໍາລັບຕົວເລກຈັດເກັບງົບປະມານຕາມແຜນການ 21.530.000.000 ກີບ ປະຕິບັດໄດ້ 22.873.447.586 ກີບ ເທົ່າກັບ 106,24% ນອກນີ້ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າວຽກຕ່າງໆທີ່ຕິດພັນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ໂອກາດນີ້ ຍັງໄດ້ຮັບຟັງລາຍງານກ່ຽວກັບມາດຕະການນຳພາຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບມາດຕະການປ້ອງ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ລາຍງານ ໃຫ້ທິດຊີ້ນຳກ່ຽວກັບການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕື່ມອີກ.

# ຂ່າວ- ພາບ : ສະບາໄພ