ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນຫຼາຍ ແລະ ເສຍຊີວິດໃໝ່ 12 ຄົນ

    ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ຢູ ສປປ ລາວ ປະຈຳວັນທີ 15 ມັງກອນ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ວັນທີ 14 ມັງກອນ ໄດ້ເກັບຕົວຢ່າງມາກວດ 5.124 ຕົວຢ່າງ ກວດພົບຜູ້ຕິດເຊື້ອ 900 ຄົນ ຕິດເຊື້ອພາຍໃນປະເທດ 897 ຄົນ ແລະ ນຳເຂົ້າຂອງຜູ້ເດີນທາງເຂົ້າມາປະເທດ 3 ຄົນ.  

    ບັນດາແຂວງທີ່ຜູ້ຕິດເຊື້ອໂຄວິດ-19 ມີລາຍລະອຽດດັ່ງນີ້

  1. ນະຄອນຫຼວງວຽງຈັນ (ນວ) 213 ຄົນ 
  2. ບໍລິຄຳໄຊ 137 ຄົນ 
  3. ໄຊຍະບູລີ 69 ຄົນ 
  4. ຫົວພັນ 64 ຄົນ 
  5. ຊຽງຂວາງ 49 ຄົນ 
  6. ຜົ້ງສາລີ 48 ຄົນ 
  7. ເຊກອງ 40 ຄົນ 
  8. ສາລະວັນ 39 ຄົນ 
  9. ວຽງຈັນ 38 ຄົນ 
  10. ອຸດົມໄຊ 38 ຄົນ 
  11. ຄຳມ່ວນ 31 ຄົນ 
  12. ຫຼວງພະບາງ 30 ຄົນ 
  13. ບໍ່ແກ້ວ 30 ຄົນ 
  14. ຫຼວງນໍ້າທາ 21 ຄົນ 
  15. ອັດຕະປື 20 ຄົນ 
  16. ຈຳປາສັກ 12 ຄົນ 
  17. ໄຊສົມບູນ 11 ຄົນ 
  18. ແຂວງສະຫວັນນະເຂດ 7 ຄົນ 

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສົມທັງໝົດ 124.193 ຄົນ ເສຍຊີວິດສະສົມ 488 ຄົນ (ເສຍຊິວິດໃໝ່ 12 ຄົນ) ປິ່ນປົວຫາຍດີອອກໂຮງໝໍວັນທີ 14 ມັງກອນ 419 ຄົນ ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 3 ຄົນ ຈາກ ນວ ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ. 

    ສຳລັບຜູ້ທີ່ເສຍຊີວິດໃໝ່ 12 ຄົນ ຈາກ ນວ 7 ຄົນ ວຽງຈັນ 2 ຄົນ ຫຼວງນໍ້າທາ 1 ຄົນ ເຊກອງ 1 ຄົນ ແລະ ໄຊສົມບູນ 1 ຄົນ.

. # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!