ເລີ່ມ 9 ພຶດສະພາ ໂທລະພາບຊ່ອງສຶກສາ-ກີລາ ອອກອາກາດແລ້ວ

ຂ່າວ​ດີ ຫ້ອງ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຈ້ງ​ໃຫ້​ຕິດ­ຕາມ​ໂທລະ­ພາບ​ຊ່ອງ​ສຶກ​ສາ-ກີ­ລາ ອອກ​ອາ­ກາດ​ທຸກ​ວັນ ແຕ່​ວັນ​ຈັນ-ອາ­ທິດ ເວ­ລາ 6:00-22:00 ໂມງ ເຜີຍ­ແຜ່​ຜ່ານ​ລະ­ບົບ​ດາວ​ທຽມ​ລາວ​ແຊັດ 1 ຮັບ​ຊົມ​ໄດ້​ທົ່ວ​ປະ­ເທດ ເຊິ່ງ​ແຈ້ງ​ການ​ເລກ​ທີ 1294/ຫກ ລົງ​ວັນ​ທີ 8 ພຶດ­ສະ­ພາ 2020 ເຖິງ​ຫ້ອງ­ການ ຫົວ­ໜ້າ​ກົມ ສະ​ຖາ​ບັນ ແລະ ສູນ​ທີ່​ຂຶ້ນ​ກັບ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ​ແຂວງ​ນະ­ຄອນ­ຫຼວງ ປະ­ທານ​ສະ­ມາ­ຄົມ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ ຜູ້­ອຳ­ນວຍ­ການ​ສະ­ຖານ​ການ​ສຶກ​ສາ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ຄູ-ອາ­ຈານ ນັກ­ຮຽນ-ນັກ​ສຶກ​ສາ ແລະ ພໍ່​ແມ່​ຜູ້​ປົກ­ຄອງ​ນັກ­ຮຽນ ເລື່ອງ: ຕິດ­ຕາມ​ຊົມ​ລາຍ­ການ​ໂທລະ­ພາບ​ສຶກ​ສາ ແລະ ກີ­ລາ ຜ່ານ​ຊ່ອງ​ດາວ​ທຽມ Lao ESTV ຊ່ອງ 8 ອີງ​ຕາມ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຄັ້ງ​ວັນ​ທີ 29 ເມ­ສາ 2020 ກ່ຽວ​ກັບ​ການ​ອະ­ນຸ­ມັດ​ອອກ​ອາ­ກາດ​ທົດ​ລອງ​ໂທລະ­ພາບ​ສຶກ​ສາ ແລະ ກີ­ລາ.

ຫ້ອງ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ​ທ່ານ​ຊາບ​ວ່າ ໂທລະ­ພາບ​ສຶກ​ສາ ແລະ ກີ­ລາ ເຊິ່ງ​ເປັນ​ຊ່ອງ​ໂທລະ­ພາບ​ຜ່ານ​ດາວ​ທຽມ​ສະ­ເພາະ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈະ​ໄດ້​ທົດ​ລອງ​ອອກ​ອາ­ກາດ​ເລີ່ມ​ແຕ່​ວັນ​ທີ 9 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ ໃນ​ຊ່ອງ Lao ESTV ຊ່ອງ 8 ຂອງ​ບໍ­ລິ­ສັດ​ດາວ​ທຽມ​ລາວ ເອ​ເຊຍ-ປາ​ຊີ​ຟິກ ໃນ​ທຸກໆ​ວັນ ແຕ່​ວັນ​ຈັນ​ເຖິງ​ວັນ​ອາ­ທິດ ເລີ່ມ​ແຕ່​ເວ­ລາ 6 ໂມງ​ເຊົ້າ​ເຖິງ ເວ­ລາ 22:00 ໂມງ.

# ຂ່າວ & ພາບ : ບຸນ​ມີ

error: Content is protected !!