ຫຼາຍພາກສ່ວນ ສືບຕໍ່ມອບເຄື່ອງຊ່ວຍເຫຼືອຕ້ານການລະບາດໂຄວິດ-19

ຫຼາຍ​ພາກ­ສ່ວນ​ທັງ​ພາກ​ລັດ ແລະ ເອກ​ກະ​ຊົນ ໄດ້​ສືບ­ຕໍ່​ປະ­ກອບ­ສ່ວນ​ເປັນ​ເງິນ­ສົດ ແລະ ອຸ­ປະ­ກອນ​ການ​ແພດ​ຕ່າງໆ ມອບ​ໃຫ້​ລັດ­ຖະ­ບານ​ລາວ ເພື່ອ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ຢູ່ ສປປ ລາວ ບໍ່​ໃຫ້​ເພີ່ມ​ຂຶ້ນ ແລະ ຫຼຸດ​ລົງ​ໂດຍ​ໄວ.

ສະ­ເພາະ​ວັນ​ທີ 11 ພຶດສະພາ 2020 ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ຈາກ​ສະ­ຖານ­ທູດ ສ ເກົາ­ຫຼີ ປະ­ຈຳ ສປປ ລາວ ມູນ​ຄ່າ 600.000 ໂດ​ລາ​ສະ­ຫະ­ລັດ ໃນ​ນັ້ນ​ເປັນ​ເງິນ­ສົດ 300.000 ໂດ​ລາ ສ່ວນ 300.000 ໂດ​ລາ ແມ່ນ​ຈະ​ຊ່ວຍ​ເປັນ​ອຸ­ປະ­ກອນ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ໃຫ້​ກຽດ​ມອບ​ມອບ​ໂດຍ​ທ່ານ ຊິນ ຊອງ​ຊຸນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ ສປປ ລາວ.

ສ່ວນ​ທະ­ນາ­ຄານ​ແຫ່ງ​ປະ­ເທດ​ຈີນ ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ມອບ​ເງິນ­ສົດ​ມູນ​ຄ່າ 500.000.000 ກີບ ໃຫ້​ແກ່ ສປປ ລາວ ມອບ​ໂດຍ​ທ່ານ ຫຼີ​ຈຶ​ຢົງ ຜູ້­ອຳ­ນວຍ­ການ​ທະ­ນາ­ຄານ​ແຫງ​ປະ­ເທດ​ຈີນ ສາ­ຂາ​ນະ­ຄອນ​ຫຼວ​ງວ​ຈັນ.

ໃນ​ໂອ­ກາດ​ນີ້ ທ່ານ ສົມ​ດີ ດວງ​ດີ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ສະ­ຖານ­ທູດ ສ ເກົາ­ຫຼີ ແລະ ທະ­ນາ­ຄານ​ແຫ່ງ​ປະ­ເທດ​ຈີນ ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ເຫັນ​ຄວາມ​ສຳ­ຄັນ ແລະ ສະ­ໜັບ­ສະ­ໜູນ ລັດ­ຖະ­ບານ​ລາວ ໃນ​ການ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ຢູ່ ສປປ ລາວ ພ້ອມ​ທັງ​ຢືນ­ຢັນ​ວ່າ​ຈະ​ນຳ​ເງິນ​ດັ່ງ­ກ່າວ ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ດັ່ງ­ກ່າວ​ໃຫ້​ເກີດ​ຜົນ​ປະ­ໂຫຍດ​ສູງ​ສຸດ.

# ຂ່າວ & ພາບ : ວຽງ​ມາ

error: Content is protected !!