ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ

   ວັນທີ 18 ມັງກອນ 2022  ທີ່ສະໜາມຫັດແອບ ວິທະຍາຄານກົມມະດໍາ ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ໂດຍການເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາຄະນະນຳກະຊວງປ້ອງກັນປະເທດ ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ຄະນະນຳກົມໃຫຍ່ເສນາທິການກອງທັບ ການນຳພັກ-ລັດ ຄະນະຊີ້ນຳບັ້ນຊ້ອມຮົບ ແຂກຮັບເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

     ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວປີນີ້ ໄດ້ມີການສະແດງປະສານເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ອັນເຕັມໄປດ້ວຍບັນຍາກາດຄຶກຄື້ນ ເຊິ່ງປະກອບມີຫຼາຍລາຍການສະແດງ ຫຼາຍເນື້ອໃນທີ່ສຳຄັນຄື: ເຫຼົ່າຮົບ ຕີພິເສດ ເຮັດໜ້າທີ່ປິດລັບແຊມກາຍດັບສູນເປົ້າໝາຍ ເຫຼົ່າຮົບສືບຂ່າວ ສົມທົບກັບທະຫານອາກາດ ຊີງຕົວປະກັນຢູ່ລົດບັດ ທະຫານອາກາດ ນຳໃຊ້ຍົນ Yak-130 ຍົນ MI-17 ດັບສູນເປົ້າໝາຍໜ້າດິນ ເຫຼົ່າຮົບປ້ອງກັນອາກາດ ຍິງດັບສູນເປົ້າໝາຍເທິງອາກາດ ເຫຼົ່າຮົບປືນໃຫຍ່ ປະຕິບັດຍິງກຽມ ຍິງຍົກຍ້າຍ ເຫຼົ່າຮົບຊ່າງແຊງ ສົ່ງໂບກຝ່າບິນ ແລະ ເປີດທາງໄຂ ກອງພັນໃຫຍ່ 11 ສົມທົບກັບເຫຼົ່າຮົບ ລົດຕັງ ປະຕິບັດບຸກຕີສັດຕູ ເຫຼົ່າຮົບເຄມີ ລົບລ້າງເຄມີໃຫ້ພາຫະນະສູ້ຮົບທີ່ຖືກທາດພິດ.

    ໃນພິທີ ສະຫາຍ ພັນຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຂອງຄະນະຊີ້ນໍາຊ້ອມຮົບ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາກົມກອງທີ່ເຂົ້າຮ່ວມການຊ້ອມຮົບ-ເຝິກແອບຜ່ານຜ່າຄວາມຫຍຸ້ງຍາກ ມີຄວາມສໍານິຊໍານານ ຄ່ອງແຄ້ວ ໃນການປະສານບັນຊາ ຍິງລູກປືນແທ້, ເຮັດໃຫ້ການຊ້ອມຮົບໃນຄັ້ງນີ້ ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ຄວາມປອດໄພ 100%, ຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ໄດ້ ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.

   ຕະຫຼອດໄລຍະ 73 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບອາວຸດ ພາຍໃຕ້ການນຳພາໂດຍກົງ ເດັດຂາດ ຮອບດ້ານ ຈາກພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກຳລັງປະກອບອາວຸດ ພວກເຮົາໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວ ສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງກໍ່ສ້າງກໍາລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ.

    ເພື່ອສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ຮຽກຮ້ອງ ບັນດາສະຫາຍຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ ເຊີດຊູສະຕິລະວັງຕົວ ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ປົກປັກຮັກສາໝາກຜົນຂອງການປະຕິວັດ ປົກປັກຮັກສາລະບອບໃໝ່ປະຊາທິປະໄຕ ປະຊາຊົນໄວ້ໃຫ້ໝັ້ນຄົງ ສົມທົບ  ແໜ້ນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ ກອງທັບຕ້ອງເປັນຫຼັກແຫຼ່ງ ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ເຂັ້ມແຂງໜັກແໜ້ນ ເອົາໃຈໃສ່ປັບປຸງລະບອບການຄຸ້ມຄອງບັນຊາ ປັບປຸງບັນດາກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນ ໃນນັ້ນຖືເອົາຄຸນນະພາບການເມືອງ-ແນວຄິດເປັນກົກ ເອົາຄວາມສາມາດດ້ານວິຊາສະເພາະ ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນຕ້ອງມີແຜນການ ແລະ ປະຕິບັດລະບອບການຫັດແອບ ເພື່ອຍົກສູງຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີ ລະດັບວິຊາສະເພາະໃຫ້ສູງຂື້ນ ທັງຍົກສູງສະຕິໃນການຈັດຕັ້ງລະບຽບວິໃນໃຫ້ເຂັ້ມງວດ ພ້ອມກັນນີ້ ກໍຕ້ອງຕັ້ງໜ້າປະກອບສ່ວນ ຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຮາກຖານ ໃນການປັບປຸງລະບົບການຈັດຕັ້ງ ການອົບຮົມຫັດແອບ ສຶກສາປ້ອງກັນຊາດໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າເຮັດຫຼ້ອນໜ້າທີ່ໃນການປົກປັກຮັກສາທ້ອງຖິ່ນຂອງຕົນ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດເພື່ອກ້າວໄປເຖິງໃນການກຸ້ມຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຮອບດ້ານ ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽດຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານ ຊີວິດການເປັນຢູ່, ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສ.ສ ຫວຽດນາມ ແລະ ສ.ປ ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງກໍຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງເອົາການ ຊ່ວຍເຫຼືອຈາກສາກົນ ປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າ ເຂັ້ມແຂງ ແລະ ທັນ ສະໄໝ.

error: Content is protected !!