ຕີລາຄາວຽກງານໄອຍະການປະຊາຊົນທົ່ວປະເທດ

     ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈຳປີ 2021 ຜ່ານລະບົບທາງໄກ ຈັດຂຶ້ນວັນທີ 18-19 ມັງກອນ 2022 ຢູ່ອົງການໄອຍະການປະຊາຊົນສູງສຸດ ໂດຍເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ບັນດາກົມ ແລະ ພາກສ່ວນກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈຳປີ 2021 ໂດຍຊີ້ໃຫ້ເຫັນຜົນສໍາເລັດ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມປະຈໍາປີ 2022 ເປັນຕົ້ນ ການຈັດຕັ້ງປະຕິບັດຄໍາສັ່ງກ່ຽວກັບການດຳເນີນຄະດີຢາເສບຕິດ ແລະ ການຟອກເງິນ ການຈັດຕັ້ງຜັນຂະຍາຍວາລະເເຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຂັ້ນຕ່າງໆ ການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະເເຫ່ງຊາດກ່ຽວການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ ຄໍາແນະນຳຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການກະກຽມຄວາມພ້ອມໃນການຕິດຕາມກວດກາການດໍາເນີນຄະດີປົກຄອງ ບົດບັນທຶກຮ່ວມລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ພ້ອມນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄຳເຫັນຂອງອົງການໄອຍະການປະຊາຊົນທ້ອງຖິ່ນ ຫ້ອງການ ບັນດາກົມ ກ່ຽວກັບການຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນວຽກງານຄ້າຍຄຸມຂັງ-ດັດສ້າງ ການພັດທະນາວຽກງານໄອຍະການປະຊາຊົນ ການຮ່ວມມືວຽກງານໄອຍະການປະຊາຊົນກັບຕ່າງປະເທດ ແລະ ວຽກງານສໍາຄັນອື່ນໆຈໍານວນໜຶ່ງ.

      ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນ ແລະ ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການເຮັດຫຼ້ອນໜ້າທີ່ໆພັກ ລັດ ແລະ ປະຊາຊົນມອບໝາຍໃຫ້ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນວຽກງານຕົວຈິງຢ່າງມີຜົນສໍາເລັດ ພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ ທັນສະໄໝ ແລະ ວິທະຍາສາດ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ ການຕິດຕາມກວດກາທົ່ວໄປ ການດໍາເນີນຄະດີປົກຄອງ ການປະຕິບັດຄໍາຕັດສິນຂອງສານ ແລະ  ສ້າງກົນໄກປະສານງານລະຫວ່າງອົງການໄອຍະການໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!