ລັດຖະມົນຕີ ສສກ ຖືກແຕ່ງຕັ້ງເປັນປະທານຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍເນັດສະໂກ

    ກະຊວງສຶກສາທິການ ແລະ ກີລາ​ (ສສກ) ຮ່ວມກັບຫ້ອງການເລຂາຄະນະກຳມາທິການ ເພື່ອອຸຍເນັດສະໂກ ໄດ້ຈັດກອງປະຊຸມປະຈຳປີຂອງຄະນະກຳມາທິການ ແລະ ອະນຸກຳມາທິການແຫ່ງຊາດລາວ ເພື່ອອຸຍເນັດສະໂກ ໂດຍຜ່ານລະບົບຮູບແບບເຊິ່ງໜ້າ ແລະ ​ແບບທາງໄກ ເມື່ອບໍ່ດົນຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກີລາ (ຕຶກ ICT) ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີບັນດາຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ ຫ້ອງການ ກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ​ 41​ ຂອງອົງການອຸຍເນັດສະໂກ ການຂຶ້ນງົບປະມານເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງການອຸຍເນັດສະໂກ ແນະນຳກ່ຽວກັບໂຄງການປະກອບສ່ວນ 2022-2023 ສ້າງຄວາມເຂົ້າໃຈກ່ຽວກັບເມືອງແຫ່ງການຮຽນຮູ້ ພ້ອມທັງຖອດຖອນບົດຮຽນ ແລະ ປຶກສາຫາລືການປະສານງານ ແລະ ຕິດຕາມວຽກຂອງອະນຸກຳມາທິການຝ່າຍຕ່າງໆ.​

    ນອກຈາກນີ້​ ຍັງໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ​ ຮສ ​ປອ​ ພຸດ ​ສິມມາລາວົງ ລັດຖະມົນຕີ​ ກະຊວງສຶກສາທິການ​ແລະ ກີລາ​ ເປັນປະທານຄະນະກຳມາທິການແຫ່ງຊາດເພື່ອອຸຍເນັດສະໂກ ທ່ານ​ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລ່ງຂ່າວ ວັດທະນະທຳ​ ແລະ ທ່ອງທ່ຽວ ທ່ານ​ ທອງພັນ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ​ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ​ ແລະ ​ສິ່ງແວດລ້ອມ ເປັນຮອງປະທານ.

    ໂອກາດ​ນີ້ ທ່ານ​ ຮສ.ປອ​ ພຸດ​ ສິມມາລາວົງ​ ໄດ້ກ່າວ​ວ່າ: ການເຂົ້າເປັນສະມາຊິກຂອງອົງການອຸຍເນັດສະໂກແມ່ນມີຄວາມສຳຄັນຫຼາຍສຳລັບ​ ສປປ​ ລາວ​ ໃນຖານະທີ່ປະເທດເຮົາເປັນປະເທດສະມາຊິກໃນປີ 1951 ມາຮອດປັດຈຸບັນໄດ້ 71 ປີ​ ເຊິ່ງພວກເຮົາໄດ້ມີພັນທະ​ໜ້າທີ່ໃນການປະກອບສ່ວນສ້າງສັນຕິພາບຢູ່ໃນໂລກ ອັນເປັນເປົ້າໝາຍຫຼັກຂອງອົງການອຸຍເນັດສະໂກ ໃນການນຳເອົາບັນດາຫົວຄິດຂອງອົງການໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມແຜນພັດທະນາປະເທດ​ໃນແຕ່ລະໄລຍະ.

    ປັດຈຸບັນ ບັນດາປະເທດສະມາຊິກກຳລັງສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແຕ່ນີ້ຮອດປີ 2030​ ເປົ້າໝາຍດັ່ງກ່າວ ໄດ້ກ່ຽວຂ້ອງກັບຫຼາຍຂະແໜງການຢູ່ ສປປ​ ລາວ​ ສະນັ້ນ ຈຶ່ງມີຄວາມສຳຄັນຫຼາຍທີ່ສຸດທີ່ບັນດາກະຊວງ ແລະ ອະນຸກຳມະການຕ້ອງໄດ້ເອົາໃຈໃສ່ປະກອບສ່ວນ ເພື່ອບັນລຸບັນດາເປົ້າໝາຍດັ່ງກ່າວ.​

# ຂ່າວ & ພາບ : ບຸນມີ

error: Content is protected !!