ນາຊາຍທອງ ເລັ່ງປຸກລະດົມໃຫ້ທົ່ວເມືອງ ປະກອບສ່ວນປູກໄມ້ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີປີ

ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ເມືອງ​ໜຶ່ງ​ທີ່​ໄດ້​ຂຸ້ນ­ຂ້ຽວ​ອອກ​ແຈ້ງ​ການ​ໃຫ້ ອຳ­ນາດ​ການ​ປົກ­ຄອງ​ບ້ານ ກຸ່ມ​ບ້ານ ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ກໍ​ຄື​ນະ­ຄອນ­ຫຼວງ​ວຽງ​ຈັນ​ປູກ​ໄມ້​ໃຫ້​ໄດ້ 2 ຕົ້ນ/ຄົນ/ຕໍ່ປີ ແລະ ປູກ​ໄມ້​ປົກ​ຫຸ້ມ​ສຳ­ນັກ­ງານ​ອົງ­ການ​ໃຫ້​ໄດ້ 25% ລົງ​ໃຫ້​ປະ­ຊາ­ຊົນ ຫົວ­ໜ່ວຍ​ລະ​ກິດ ແລະ ສຳ­ນັກ­ງານ​ອົງ­ການ ເອົາ­ໃຈ­ໃສ່​ປະ­ກອບ­ສ່ວນ​ປູກ​ໄມ້​ເພີ່ມ​ປ່າ​ປົກ​ຫຸ້ມ.

ທ່ານ ໄກ​ຍະ​ສັກ ມະ­ນີ​ວົງ ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ນາ​ຊາຍ​ທອງ​ໄດ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ນີ້​ວ່າ: ເມືອງ​ນາ​ຊາຍ​ທອງ​ຂອງ​ພວກ​ເຮົາ​ໄດ້​ກະ­ກຽມ​ຈັດ​ເນື້ອ­ທີ່​ປູກ​ຕົ້ນ­ໄມ້​ໃນ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້ ໂດຍ​ໄດ້​ວາງ​ແຜນ​ປູກ​ໄມ້​ໃນ​ເນື້ອ​ທີ 2 ເຮັກ­ຕາ​ຢູ່​ພາຍ​ໃນ​ສວນ​ພຶກ­ສາ ຄາດ​ວ່າ​ຈະ​ນຳ​ໃຊ້​ເບ້ຍ​ໄມ້​ຈຳ­ນວນ 1.900 ເບ້ຍ ປະ­ກອບ​ມີ: ໄມ້​ດູ່ ໄມ້​ແຕ້​ຂ່າ ໄມ້​ຂະ​ຍຸງ ໄມ້­ປ່ອງ ຕົ້ນ​ອ່ຽນ​ດອນ ສະ​ໝຸນ​ໄພ ຕົ້ນ​ປາມ ແລະ ອື່ນໆ ນອກ­ຈາກ​ນັ້ນ ກໍ​ໄດ້​ວາງ​ແຜນ​ປູກ​ຢູ່​ໂຮງ­ຮຽນ​ປະ­ຖົມ​ນາ​ຄູນ ແລະ ປະ­ຖົມ​ນາ​ຍາງ ເນື້ອ­ທີ່​ປູກ​ໂຮງ­ຮຽນ​ລະ 0,5 ເຮັກ­ຕາ ປູກ​ໂຮງ­ຮຽນ​ລະ 500 ຕົ້ນ ສ່ວນ​ມັດ­ທະ­ຍົມ​ອີ່​ໄລ ແລະ ມັດ­ທະ­ຍົມ​ຕອນ​ປາຍ​ໂພນ​ທອງ ເນື້ອ­ທີ່​ປູກ​ໂຮງ­ຮຽນ​ລະ 1 ເຮັກ­ຕາ ປູກ 100 ຕົ້ນ.

# ຂ່າວ & ພາບ : ເພັດ​ສະ­ໝອນ

error: Content is protected !!