ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່

    ກອງປະຊຸມເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ (ສຮລ) ຈັດຂຶ້ນວັນທີ 21 ມັງກອນ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນປະທານຂອງທ່ານ ປະກາສິດ ຈັນທະປັນຍາ ປະທານ ສຮລ ເປັນກຽດເຂົ້າຮ່ວມຂອງທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີຫົວໜ້າກົມຈັດຕັ້ງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຫົວໜ້າພະແນກ ຖວທ ນວ ສະມາຊິກ ສຮລ ແລະ ແຂກຖືກເຊີນ. 

    ທ່ານ ປະກາສິດ ຈັນທະປັນຍາ ໄດ້ລາຍງານການເຄື່ອນໄຫວວຽກງານຂອງ ສຮລ ໃນຊຸມປີ 2016-2020 ວ່າ ກຸ່ມໂຮງແຮມ ແລະ ຮ້ານອາຫານລາວ ສ້າງຕັ້ງຂຶ້ນໃນປີ 1999 ພາຍໃຕ້ການນຳພາຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພານການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໃນປັດຈຸບັນ ເຊິ່ງມີພາລະບົດບາດໃນການເຕົ້າໂຮມບັນດາໂຮງແຮມ ແລະ ຮ້ານອາຫານພາຍໃນປະເທດ ເພື່ອຄວາມເປັນເອກະພາບ ການເຄື່ອນໄຫວຕາມແນວທາງນະໂຍບາຍຂອງພັກ ກົດໝາຍ ແລະ ນະໂຍບາຍຂອງລັດ ກ່ຽວກັບການບໍລິການດ້ານການທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ແລະ ສະເໜີແນະນຳໃນການກຳນົດນະໂຍບາຍທີ່ເປັນການຊຸກຍູ້ ສົ່ງເສີມຈາກລັດໃນວຽກງານດັ່ງກ່າວ ພາຍໃຕ້ການຊີ້ນຳຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມາຮອດປີ 2013 ຈຶ່ງຍົກຖານະຂຶ້ນເປັນສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ພາຍໃຕ້ການຊີ້ນຳຂອງອົງການທ່ອງທ່ຽວແຫງຊາດນັບແຕ່ປີ 2014 ເປັນຕົ້ນມາ ພ້ອມກັນນັ້ນ ສະມາຄົມໄດ້ຂຶ້ນທະບຽນຖືກຕ້ອງຕາມລະບຽບກົດໝາຍ ປັດຈຸບັນ ສຮລ ມີສະມາຊິກປະມານ 20 ກວ່າໂຮງແຮມ ນອກຈາກນີ້ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ມີຜູ້ສະໝັກທັງໝົດ 13 ທ່ານ ເລືອກເອົາ 9 ທ່ານ ສ່ວນຜົນການເລືອກຕັ້ງແມ່ນຈະປະກາດໃຫ້ຊາບຕາມຫຼັງ.

. # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!