ສ້າງຄວາມເຂົ້າໃຈການເຊື່ອມຕໍ່ກັບຕະຫຼາດ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ

    ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊຸມເຜີຍແຜ່ກ່ຽວກັບແຜນງານ ຂອງທຣາເວວໄລຟ໌ ວັນທີ 27 ມັງກອນ 2022 ໂຮງແຮມຄລາວພລາຊ່າ ເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ຄໍເນີ້ ເບດາດ ຜູ້ຈັດການໂຄງການ ອົງການແພລນສາກົນປະຈຳລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການ “ສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບ ຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” (SUSTOUR Laos) ແມ່ນໂຄງ ການຮ່ວມຈັດຕັ້ງປະຕິບັດໂດຍກົມສົ່ງເສີມການຄ້າ ກະຊວງອດສາຫະກໍາ ແລະ ການຄ້າ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ອົງການແພຮນສາກົນ ປະຈໍາ ສປປ ລາວ ແລະ ສູນສະຫະພາບ ເອີຣົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT) ເພື່ອແນໃສ່ການສົ່ງເສີມ ແລະ ສະໜັບ ສະໜູນໃຫ້ບັນດາຫົວໜ່ວຍທຸລະກິດໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດຳເນີນທຸລະກິດແບບຍືນຍົງ ເຮັດໃຫ້ກຸ່ມຜູ້ອຸປະໂພກບໍລິໂພກ ຜູ້ໃຊ້ບໍລິການ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທົ່ວໄປ ແລະ ບັນດາ ທຸລະກິດການທ່ອງທ່ຽວໃນສາກົນ ຮັບຮູ້ຜົນປະໂຫຍດ ແລະ ຢາກສະໜັບສະໜູນການທ່ອງທ່ຽວແບບ ຍືນຍົງດັ່ງກ່າວ ທີ່ຈະກາຍເປັນຈຸດເດັ່ນ ແລະ ຂໍ້ໄດ້ປຽບທາງທຸລະກິດຂອງບັນດາຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການດຳເນີນທຸລະກິດແບບຍືນຍົງ ໂດຍຜ່ານບັນດາກິດຈະກໍາ ຕ່າງໆທີ່ກ່ຽວຂ້ອງ ທີ່ໄດ້ກໍານົດໃນໂຄງການ ໂດຍສະເພາະການດຳເນີນການຈັດຕັ້ງປະຕິບັດໂຄງການຢູ່ໃນ 3 ແຂວງເປົ້າໝາຍຄື  ນະຄອນຫລວງວຽງຈັນ ວຽງຈັນ ແລະ ແຂວງຫຼງພະບາງ. ການຈັດກອງປະຊຸມຄັ້ງ ນີ້ ແມ່ນໜຶ່ງກິດຈະກໍາທີ່ນອນຢູ່ແຜນງານໃນການຮ່ວມການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຊິ່ງເປັນ ບາດກ້າວທີ່ສຳຄັນຂອງໂຄງການ ທີ່ຈະນໍາສະເໜີການກ້າວໄປສູ່ການຮັບໃບຢັ້ງຢືນມາດຕະຖານທ່ອງ ທ່ຽວແບບຍືນຍົງຂອງທຣາເວວໄລຟ໌ ໃຫ້ເປັນທີ່ຮັບຮູ້ ແລະ ຍອມຮັບໃນຖານະເຈົ້າຂອງທຸລະກິດ ທີ່ມີຄວາມຍືນຍົງ ການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ ທາງໂຄງການແມ່ນເຫັນໄດ້ເຖິງປະໂຫຍດ ແລະ ຄວາມສໍາຄັນຂອງວຽກງານດັ່ງກ່າວ ເພື່ອເປັນການຍົກລະດັບມາດຖະມານສໍາລັບຜູ້ປະກອບການ ກໍຄຶຂະ ແໜງການທີ່ປີ່ນອ້ອມການທ່ອງທ່ຽວກ້າວໄປສູ່ມາດຕະຖານສາກົນໄດ້.

.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!