ອັງກິດ ມອບທຶນໃຫ້ GGGI ເພື່ອເຮັດບົດສຶກສາຄວາມເປັນໄປໄດ້ກ່ຽວກັບລະບົບການສັບປ່ຽນໝໍ້ໄຟສຳລັບລົດຈັກໄຟຟ້າ

   ພິທີເຊັນຂໍ້ຕົກລົງມອບທຶນໃຫ້ສະຖາບັນເຕີບໂຕສີຂຽວສາກົນ (GGGI) ເພື່ອເຮັດບົດສຶກສາຄວາມເປັນໄປໄດ້ ກ່ຽວກັບລະບົບການສັບປ່ຽນໝໍ້ໄຟ ສຳລັບລົດຈັກໄຟຟ້າຢູ່ ສປປ ລາວ ແລະ ຈັດຂຶ້ນວັນທີ 2 ກຸມພາ 2022 ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ມອບ-ຮັບລະຫວ່າງທ່ານ ຈອນ ເພຍຊັນ ເອກອັດຄະລາຊະທູດອົງກິດ ປະຈຳ ສປປ ລາວ ແລະ ທ່ານ ຄຣິດສໂຕບ ອາສິໂກ ຮອງຫົວໜ້າຫ້ອງການ ອົງການ GGGI ປະຈຳ ສປປ ລາວ ໂດຍມີທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການທົງທຶນ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງຂອງບົດສຶກສາຄວາມເປັນໄປໄດ້ນີ້ ແມ່ນເພື່ອສຶກສາຄວາມເປັນໄປໄດ້ດ້ານການເງິນ ແລະ ຜົນປະໂຫຍດຕໍ່ການພັດທະນາສິ່ງແວດລ້ອມແບບຍືນຍົງ ຈາກການນຳໃຊ້ລະບົບການສັບປ່ຽນໝໍ້່ໄຟແບບງ່າຍດາຍ ສຳລັບລົດຈັກໄຟຟ້າຢູ່ນະຄອນຫຼວງວຽງຈັນ ຄຽງຄູ່ກັບການປະກອບສ່ວນໃນການບັນລຸຄາດໝາຍສູ້ຊົນຂອງລັດຖະບານ ສປປ ລາວ ກ່ຽວກັບການເພິີ່ມສັດສ່ວນການນຳໃຊ້ລົດໄຟຟ້າໃຫ້ໄດ້ 30% ຂອງຍານພາຫະນະທົ່ວປະເທດ ໃນປີ 2030.

.

.# ຂ່າວ & ພາບ :  ວຽງມາ

error: Content is protected !!