ການພະນັນ

ເວົ້າ​ເຖິງ​ການ​ພະ­ນັນ​ແລ້ວ ເປັນ​ເລື່ອງ​ໜຶ່ງ​ທີ່​ເວົ້າ​ກັນ​ຍາກ​ທີ່​ສຸດ​ໃນ​ສັງ­ຄົມ ເພາະ​ມັນ​ມີ​ທັງ​ປິດ​ລັບ ແລະ ເປີດ­ເຜີຍ ຜູ້​ຫຼີ້ນ​ການ​ພະ­ນັນ​ສ່ວນ​ໃຫຍ່​ກໍ​ແມ່ນ​ຄົນ​ຈົນ (ທີ່​ເຮັດ​ຄື​ມີ) ທີ່​ໄຝ່​ຝັນ​ຫາ​ຄວາມ​ຜາ​ສຸກ ລາບ​ລວຍ​ໂດຍ​ບໍ່​ຜ່ານ​ການ​ອອກ­ແຮງ​ງານ ປະ­ເພດ​ການ​ພະ­ນັນ​ໃນ​ປັດ­ຈຸ­ບັນ​ມີ​ຫຼາຍ ແຕ່​ໃນ​ນັ້ນ​ກໍ​ຍັງ​ມີ ຫວຍ​ເທິງ​ດິນ ແລະ ໃຕ້​ດິນ ໄກ່­ຕີ ລົງ​ແທງ​ບານ​ເອີ​ຣົບ ເຊິ່ງ​ພະ­ນັນ​ຂັນ​ຕໍ່​ກັນ​ຈົນ​ໝົດ​ຕົວ​ກໍ​ມີ ຫຼີນ​ໄພ້ ແລະ​ອື່ນໆ​ໂດຍ​ຜ່ານ​ກີ­ລາ​ກໍ​ມີ.

ໃນ​ທາງ​ສາ­ສະ­ໜາ ຖື​ວ່າ​ເປັນ​ອະ­ບາຍ​ຍະ​ມຸກ ເປັນ​ກິ​ເຫຼດ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ ເປັນ​ເສັ້ນ­ທາງ​ນຳ­ໄປ​ສູ່​ການ​ເສື່ອມ​ເສຍ ແລະ ກ້າວ​ໄປ​ເຖິງ​ເຮັດ​ໃຫ້​ເກີດ​ຄວາມ­ທຸກ​ຈົນ ຂາຍ​ຊັບ​ສິນ​ເຮືອນ​ຊານ ສໍ້​ລາດ​ບັງ​ຫຼວງ ເພື່ອ​ໃຫ້​ໄດ້​ເງິນ​ມາ​ຫຼີ້ນ ມາ​ກິນ ມາ​ທ່ຽວ ຖ້າ​ໃນ​ທາງ​ໂລກ​ແລ້ວ ການ​ພະ­ນັນ​ແມ່ນ​ຜິດ​ກົດ­ໝາຍ​ອາ­ຍາ ຜູ້​ຫຼີ້ນ ຜູ້​ເປັນ​ເຈົ້າ­ມື ລ້ວນ​ແຕ່​ມີ​ຄວາມ​ຜິດ​ທາງ​ອາ­ຍາ​ທັງ​ນັ້ນ ດັ່ງ­ນັ້ນ ຖ້າ​ມີ​ການ​ປະ­ຕິ­ບັດ​ເອົາ​ເຂົ້າ​ລະ­ບຽບ​ຈິງ​ຈັງ ໃນ​ຕົວ​ເມືອງ ຊົນ­ນະ­ບົດ​ກໍ​ຍັງ​ມີ ຖ້າ​ຜີ​ບ້ານ​ບໍ່​ພ້ອມ​ຜີ​ປ່າ ມັນ​ກໍ​ຈະ​ມີ​ກັນ​ຕໍ່ໆ​ໄປ.

ມາ​ເວົ້າ​ກັນ​ຈະ­ແຈ້ງ​ເລື່ອງ​ແທງ​ຫວຍ (ເລກ​ທ້າຍ ເລກ​ສັດ­ສາ​ວາ​ສິ່ງ​ຕ່າງໆ) ກໍ​ເປັນ​ການ​ພະ­ນັນ ຕິດ​ຈົນ​ເຂົ້າ​ກະ­ດູກ​ດຳ ໄລ­ຍະ​ໜຶ່ງ​ທາງ​ການ​ເຄີຍ​ຫ້າມ​ມາ​ແລ້ວ ເພາະ­ວ່າ​ເລກ​ອອກ​ຖີ່​ໂພດ ຄົນ​ຊື້​ນີ້​ຕີ​ມັນ​ໝົດ​ຕົວ ມີ​ໜີ້​ສິນ​ກັນ​ເປັນ​ແຖວ ຜູ້​ຂຽນ​ຂໍ​ແລກ­ປ່ຽນ​ນຳ​ຫວຍ​ຈະ​ເປັນ​ຂອງ​ລັດ­ຖະ­ບານ ແລະ​ຂອງ​ປະ­ເທດ​ໃກ້​ຄຽງ ທີ່​ອອກ​ປັດ­ຈຸ­ບັນ​ເຕັມ​ສັບ­ປະ­ດາ ຫຼື ອອກ​ທຸກ​ມື້​ນີ​ຕີ​ມັນ​ອັນ­ຕະ­ລາຍ ໂຕະ​ຕັ້ງ​ແຄມ​ທາງ ປາ­ກົດ​ວ່າ​ມີ​ທຸກ​ມື້ ບອກ​ມີ​ຂາຍ 2 3 4 5 ໂຕ ພ້ອມ​ທັງ​ສັດ­ສາ​ວາ​ສິ່ງ​ອື່ນໆ.

ຜູ້​ຂຽນ​ເອງ​ກໍ​ຢາກ​ແລກ­ປ່ຽນ​ຕື່ມ​ວ່າ ລາຍ​ໄດ້​ຈາກ​ການ​ຂາຍ​ຫວຍ ເຮັດ​ໃຫ້ ຈີ​ດີ​ພີ ເພິ່ມ​ຂື້ນ​ນ້ອຍ​ຫຼາຍ​ປານ­ໃດ ? ທາງ​ໄດ້ ແລະ​ທາງ​ເສຍ ຖ້າ​ວິ­ໄຈ​ອັນ​ໃດ​ເປັນ​ຜົນ ເປັນ​ຈັນ​ຍາ​ບັນ​ຂອງ​ພົນ­ລະ­ເມືອງ​ກໍ​ແລ້ວ­ແຕ່ ແຕ່​ຖ້າ­ວ່າ​ຜົນ​ເສຍ​ຫຼາຍ​ກວ່າ​ຜົນ​ໄດ້ ກໍ​ຢາກ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ສອດ­ສ່ອງ​ສໍ​ລະ​ຍານ​ໃຊ້​ມາດ​ຕະ­ການ​ໃດ​ໜຶ່ງ​ລົງ​ດາບ​ໂລດ.

ສິ່ງ​ສຳ­ຄັນ​ເງິນ​ຊື້​ຫວຍ ເງິນ​ຫຼີ້ນ​ໄພ້ ຫຼື​ການ​ພະ­ນັນ​ຕ່າງໆ ຖ້າ​ນຳ­ໄປ​ຝາກ​ປະ­ຢັດ​ຢູ່​ທະ­ນາ­ຄານ​ກໍ​ຈະ​ດີ​ບໍ່​ໜ້ອຍ ເວ­ລາ​ນັ່ງ​ຫຼີ້ນ​ການ​ພະ­ນັນ ຖ້າ​ນຳ­ໄປ​ໃຊ້​ເພິ່ມ​ພູນ​ຜະ­ລິດ­ຜົນ (ປູກ​ລ້ຽງ) ກໍ​ຈະ​ໄດ້​ຮັບ​ຜົນ​ຜະ­ລິດ​ໄດ້​ຂາຍ​ໄດ້​ກິນ ເປັນ​ການ​ປະ­ຢັດ​ອີກ​ທາງ​ໜຶ່ງ ດັ່ງ­ນັ້ນ ຂໍ້​ຄິດ​ອັນ​ນ້ອຍໆ​ນີ້ ບາງ­ທີ​ອາດ​ຈະ​ມີ​ສ່ວນ​ສົ່ງ­ເສີມ​ໃຫ້​ຜູ້​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຈົນ​ກໍ​ເປັນ​ໄດ້ ສ່ວນ​ທາງ​ທະ­ນາ­ຄານ ກໍ​ມີ​ສ່ວນ​ສຳ­ຄັນ ປຸກ­ລະ­ດົມ​ເງິນ​ຝາກ​ປະ­ຢັດ ແຕ່​ໃນ​ປັດ­ຈຸ­ບັນ​ຄື ມິດ​ຊ້ອຍ​ມ້ອຍ ຈືດ­ຈາງ ບໍ່​ເວົ້າ​ເຖິງ​ເລີຍ​ການ​ຝາກ​ປະ­ຢັດ ທາງ​ທີ່​ດີ​ຄວນ​ເປັນ​ເຈົ້າ​ການ​ດຶງ​ຄົນ​ອອກ​ຈາກ​ອະ­ບາຍ​ຍະ​ມຸກ​ໃຫ້​ໄດ້ ແລະ​ໃຫ້​ເຫັນ​ຄຸນ​ປະ­ໂຫຍດ​ຂອງ​ການ​ປະ­ຢັດ​ເງິນ​ເປັນ​ສຳ­ຄັນ.

ໂດຍ: ຊຽງ​ກະ​ເລນ

error: Content is protected !!