ສະໂມສອນຊ້າງນ້ອຍ ຕັ້ງຄວາມຫວັງຄວ້າແຊັມລາວລີກ

ສະໂມສອນຊ້າງນ້ອຍ ຕັ້ງຄວາມຫວັງຄວ້າແຊັມລາວລີກ

    ພິ­ທີ​ຖະ­ແຫຼງ​ຂ່າວ​ເປີດ​ທີມ​ໃໝ່​ສະ­ໂມ­ສອນ​ຊ້າງ​ນ້ອຍ ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມີ­ນາ 2020 ທີ່​ຮ້ານ​ອາ­ຫານ​ຊັນ​ທາ​ຣາ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ຖະ­ແຫຼງ​ຂ່າວ​ໂດຍ​ທ່ານ ເຈ​ສັນ ຣິມ ປະ­ທານ​ສະ­ໂມ­ສອນ​ຊ້າງ​ນ້ອຍ ທ່ານ ລັດ​ຖະ​ປັນ­ຍາ ຂຽວ​ວົງ​ພະ­ຈັນ ປະ­ທານ​ບໍ­ລິ­ສັດ ທີ​ພລັສ ທ່ານ ບຸນ​ລັບ ເຄນ​ກິ​ຕິ​ສັກ ຫົວ­ໜ້າ​ຄູ​ເຝິກ​ສອນ​ສະ­ໂມ­ສອນ ຊ້າງ​ນ້ອຍ ມີ​ບັນ­ດາ​ຄູ​ເຝິກ ນັກ­ກີ­ລາ ແລະ ນັກ­ທຸ­ລະ­ກິດ ເຂົ້າ​ຮ່ວມ.

    ທ່ານ ເຈ​ສັນ ຣິມ ກ່າວ​ວ່າ: ສະ­ໂມ­ສອນ​ຊ້າງ​ນ້ອຍ ແມ່ນ​ສະ­ໂມ­ສອນ​ເນັ້ນ​ການ​ພັດ­ທະ­ນາ​ນັກ­ກີ­ລາ​ບານ­ເຕະ​ລາວ ໂດຍ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ປີ 2018 ໂດຍ​ແມ່ນ​ຂ້າ­ພະ­ເຈົ້າ​ເປັນ​ຜູ້​ສ້າງ­ຕັ້ງ​ຂຶ້ນ​ເພື່ອ​ປະ­ກອບ ສ່ວນ​ເຂົ້າ​ໃນ​ວຽກ​ງານ​ພັດ­ທະ­ນາ​ວຽກ​ງານ​ກີ­ລາ​ລາວ ໂດຍ​ສະ­ເພາະ​ກີ­ລາ​ເຕະ­ບານ​ໃຫ້​ມີ​ຄວາມ​ກ້າວ​ສູງ​ຂຶ້ນ ປັດ­ຈຸ­ບັນ​ມີ​ນັກ­ກີ­ລາ​ສາມ​ຮຸ່ນ​ຄື: ຮຸ່ນ​ອາ­ຍຸ 16 ປີ 17 ປີ ແລະ  18 ປີ ຜ່ານ​ມາ​ໄດ້​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາວ​ລີກ​ເຊິ່ງ​ໄດ້​ອັນ​ດັບ​ທີ 3.

    ທ່ານ ບຸນ​ລັບ ເຄນ​ກິ​ຕິ​ສັກ ກ່າວ​ວ່າ: ປີ 2020 ສະ­ໂມ­ສອນ​ຊ້າງ​ນ້ອຍ​ໄດ້​ມີ​ການ​ເຝິກ­ຊ້ອມ​ຢ່າງ​ພິ­ເສດ ໂດຍ​ໄດ້​ເຊື້ອ​ເຊີນ​ເອົາ​ນັກ­ກີ­ລາ​ບານ­ເຕະ​ຈາກ​ຕ່າງ­ປະ­ເທດ ມາ​ແລກ­ປ່ຽນ​ບົດ­ຮຽນ​ໃຫ້​ນັກ­ກີ­ລາ​ໃນ​ທີມ​ສະ­ໂມ­ສອນ​ດັ່ງ­ກ່າວ ເພື່ອ​ສ້າງ​ຄວາມ​ພ້ອມ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາວ​ລີກ ຈັດ​ຂຶ້ນ​ປີ 2020 ໂດຍ​ໄດ້​ຕັ້ງ​ຄວາມ​ຄາດ​ຫວັງ​ໃນ​ການ​ຄວ້າ​ແຊັມ​ໃຫ້​ໄດ້ ສະ­ນັ້ນ​ຈຶ່ງ​ໄດ້​ທຸ້ມ­ເທ​ເຫື່ອ­ແຮງ ແລະ ສະ­ຕິ​ປັນ­ຍາ ເຂົ້າ​ໃນ​ການ​ພັດ­ທະ­ນາ​ວົງ​ການ​ກີ­ລາ​ເຕະ­ບານ​ໃນ​ລາວ ໃຫ້​ສຸດ​ຄວາມ​ສາ­ມາດ​ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ ໃນ​ອະ­ນາ­ຄົດ​ຂ້າງ​ໜ້າ​ລາວ​ເຮົາ ຈະ​ສາ­ມາດ​ພັດ­ທະ­ນາ​ເປັນ​ກີ­ລາ​ເຕະ­ບານ​ອາ­ຊີບ ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ເພື່ອ​ເປັນ​ການ​ອຸ­ປະ­ຖຳ​ກີ­ລາ​ລາວ ຍົກ​ສູງ​ຂຶ້ນ​ເລື້ອຍໆ.

    ທ່ານ ລັດ​ຖະ​ປັນ­ຍາ ຂຽວ​ວົງ​ພະ­ຈັນ ກ່າວ​ວ່າ: ການ​ສະ­ໜັບ­ສະ­ໜູນ​ສະ­ໂມ­ສອນ​ຊ້າງ​ນ້ອຍ​ຄັ້ງ​ນີ້​ເປັນ​ປີ​ທຳ​ອິດ ແລະ ບໍ­ລິ­ສັດ​ຍັງ​ຈະ​ສືບ­ຕໍ່​ໃຫ້­ການ​ສະ​ໜູນ​ຕື່ມ​ອີກ ໃນ​ໂອ­ກາດ​ຕໍ່​ໄປ​ໂດຍ​ຈະ​ປະ​ເມີນ​ຈາກ​ຜົນ ງານ​ຂອງ​ນັກ­ກີ­ລາ​ທີ່​ສ້າງ​ໄດ້​ໃນ​ແຕ່​ລະ​ໄລ­ຍະ​ເປັນ​ຫຼັກ ໃຫ້​ເປັນ​ຜົນ​ປະ­ໂຫຍດ​ສູງ​ສຸດ​ໃນ​ການ​ພັດ­ທະ­ນາ​ນັກ­ກີ­ລາ​ບານ­ເຕະ​ລາວ ໃຫ້​ກ້າວ​ຂຶ້ນ​ເລື້ອຍໆ.

    ຕອນ​ທ້າຍ​ພິ­ທີ​ຍັງ​ໄດ້​ເຊັນ​ສັນ­ຍາ​ລະ­ຫວ່າງ​ບໍ­ລິ­ສັດ ທີ​ພລັສ ແລະ ສະ­ໂມ­ສອນ​ຊ້າງ​ນ້ອຍ ເພື່ອ​ສະ­ໜັບ­ສະ­ໜູນ​ຫຼັກ​ໃຫ້​ແກ່​ສະ­ໂມ­ສອນ​ດັ່ງ­ກ່າວ ປະ­ກອບ­ສ່ວນ​ເຂົ້າ​ພັດ­ທະ­ນາ​ກີ­ລາ​ບານ­ເຕະ​ລາວ ຕື່ມ​ອີກ.

error: Content is protected !!