ເລັ່ງເກັບກຳຂໍ້ມູນ ເພື່ອຊ່ວຍເຫຼືອແຮງງານລາວ ໃຫ້ມີວຽກເຮັດງານທຳ

ທ່ານ​ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ ນະ­ຄອນ­ຫຼວງ​ວຽງ​ຈັນ (ຮສສ ນວ) ໃຫ້​ສຳ­ພາດ​ວັນ​ທີ 12 ພຶດ­ສະ­ພາ 2020 ວ່າ: ໂດຍ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ເລກ​ທີ 06/ນຍ ກໍ​ຄື​ຂໍ້​ຕົກ­ລົງ​ຂອງ​ທ່ານ​ເຈົ້າ​ຄອງ ນວ ພະ​ແນກ ຮສສ ນວ ກໍ​ເປັນ​ພາກ­ສ່ວນ​ໜຶ່ງ​ໃນ​ໜ່ວຍ​ສະ­ເພາະ​ກິດ​ໃນ​ການ​ແກ້​ໄຂ ແລະ ປ້ອງ​ກັນ​ພະ­ຍາດ COVID-19 ແລະ ໄດ້​ຕັ້ງ­ໜ້າ​ປະ­ກອບ­ສ່ວນ​ໃນ​ວຽກ​ງານ​ດັ່ງ­ກ່າວ​ເປັນ​ຢ່າງ​ດີ ເປັນ­ຕົ້ນ​ໄດ້​ຕິດ­ຕາມ​ກວດ­ກາ ຫົວ­ໜ່ວຍ​ແຮງ​ງານ​ທີ່​ຂຶ້ນ​ກັບ ນວ ໂດຍ​ສົມ­ທົບ​ກັບ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ ນວ ປຸກ­ລະ­ດົມ​ຂົນ­ຂວາຍ​ຫົວ­ໜ່ວຍ​ແຮງ​ງານ ໃນ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຕໍ່​ກຳ­ມະ­ກອນ​ທີ່​ເຮັດ​ວຽກ​ຢູ່​ຫົວ­ໜ່ວຍ​ແຮງ​ງານ ໂດຍ​ສະ­ເພາະ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06 ພ້ອມ​ນີ້​ຍັງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ປ້ອງ​ກັນ ໂດຍ​ເດືອນ​ເມ­ສາ 2020 ໄດ້​ປຸກ­ລະ­ດົມ​ຫົວ­ໜ່ວຍ​ທຸ­ລະ​ກິດ ຊ່ວຍ​ຈ່າຍ​ເງິນ­ເດືອນ​ໃຫ້​ກຳ­ມະ­ກອນ ແລະ ມາ​ຮອດ​ທ້າຍ​ເດືອນ​ດັ່ງ­ກ່າວ ຫົວ­ໜ່ວຍ​ທຸ­ລະ​ກິດ​ກໍ​ໄດ້​ມີ​ການ​ຜ່ອນ­ຜັນ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ເສກ​ທີ 06 ກຳ­ມະ­ກອນ​ໄດ້​ພັກ​ວຽກ ໃນ​ໄລ­ຍະ​ນີ້​ກຳ­ມະ­ກອນ​ຈຳ​ນວ​ໜຶ່ງ​ກໍ​ໄດ້​ກັບ​ຄືນ​ບ້ານ​ຕົນ​ເອງ ແລະ ຈຳ­ນວນ​ໜຶ່ງ ບໍ­ລິ­ສັດ​ມີ​ນະ­ໂຍ­ບາຍ​ໃຫ້​ສືບ­ຕໍ່​ເຮັດ​ວຽກ​ສ່ວນ​ແຮງ​ງານ​ຜູ້​ທີ່​ພັກ​ຢູ່​ເຮືອນ​ເຊົ່າ ກໍ​ມີ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ບ້ານ ໃຫ້­ການ​ດູ​ແລ​ເບິ່ງ­ແຍງ​ຊ່ວຍ­ເຫຼືອ​ດ້ວຍ​ການ​ປຸກ­ລະ­ດົມ​ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ ຊ່ວຍ​ເຂົ້າ­ສານ ແລະ ອາ­ຫານ​ໃຫ້​ເຂົາ­ເຈົ້າ.

ໂດຍ​ລວມ​ແລ້ວ ພະ​ແນກ ຮສສ ນວ ໄດ້​ປະ­ຕິ­ບັດ​ໜ້າ­ທີ່​ລົງ​ເກັບ​ກຳ​ຂໍ້​ມູນ​ແຮງ​ງານ ຢູ່​ຕາມ​ຫົວ­ໜ່ວຍ​ທຸ­ລະ​ກິດ ແລະ ບ້ານ​ທີ່​ໄດ້­ຜົນ​ກະ­ທົບ ນອກ​ນີ້​ຍັງ​ໄດ້​ຮ່ວມ​ກັບ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ແລະ ປກສ ນວ ລົງ​ຕິດ­ຕາມ​ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ປະ­ເທດ​ເພື່ອນ​ບ້ານ ໂດຍ​ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ ສຳ­ລັບ​ແຮງ​ງານ​ທີ່­ຢູ່​ໃນ ນວ ເກັບ​ກຳ​ຂໍ້​ມູນ​ຈຳ­ນວນ​ແຮງ​ງານ​ທີ່​ຕ້ອງ­ການ​ຢາກ​ເຝິກ​ອາ­ຊີບ ແລະ ຢາກ​ມີ​ວຽກ​ເຮັດ​ງານ​ທຳ ໄດ້​ປະ­ສານ​ສົມ­ທົບ​ກັບ​ຫົວ­ໜ່ວຍ​ທຸ­ລະ​ກິດ ເພື່ອ​ກະ­ກຽມ​ສົ່ງ​ເຂົາ­ເຈົ້າ​ເຂົ້າ​ເຮັດ​ວຽກ​ຢູ່​ຫົວ­ໜ່ວຍ​ທຸ­ລະ​ກິດ ຕໍ່​ກັບ​ແຮງ​ງານ​ທີ່​ກັບ​ມາ​ແຕ່​ປະ­ເທດ​ເພື່ອນ​ບ້ານ ກໍ​ໄດ້​ເກັບ​ກຳ​ຂໍ້​ມູນ​ເຮັດ​ໜ້າ­ທີ່​ສຶກ​ສາ​ອົບ­ຮົມ ອະ­ທິ­ບາຍ​ໃຫ້​ເຂົາ­ເຈົ້າ​ເຂົ້າ­ໃຈ​ກ່ຽວ​ກັບ​ກົດ­ໝາຍ ໂດຍ​ສະ­ເພາະ​ກົດ­ໝາຍ​ແຮງ​ງານ ຖາມ​ຄວາມ​ຕ້ອງ­ການ​ຂອງ​ເຂົາ­ເຈົ້າ​ທີ່​ຢາກ​ເຝິກ​ວິ­ຊາ​ຊີບ ຫຼື​ຕ້ອງ­ການ​ເຮັດ​ວຽກ​ຢູ່​ໃນ​ປະ­ເທດ ໂດຍ​ສະ­ເພາະ​ຢູ່ ນວ ເຊິ່ງ​ມີ​ຫຼາຍ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ມີ​ຄວາມ​ຕ້ອງ­ການ​ແຮງ​ງານ​ເຂົ້າ​ບັນ­ຈຸ ເປັນ­ຕົ້ນ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂົງ­ເຂດ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ຂົງ­ເຂດ​ບໍ­ລິ­ການ ສະ­ເພາະ​ບໍ­ລິ­ສັດ​ໂຮ​ຢາ ມີ​ຄວາມ​ຕ້ອງ­ການ​ແຮງ​ງານ 4.000 ກວ່າ​ຄົນ ນອກ​ນີ້​ຍັງ​ໄດ້​ປ້ອນ​ຂໍ້​ມູນ​ໃຫ້​ແຮງ​ງານ ໄດ້​ແຈ້ງ​ຈຸດ​ບໍ­ລິ­ການ​ຈັດ​ຫາ​ງານ​ຂອງ​ພະ​ແນກ ຮສສ ນວ ເບີ​ໂທ 021 264498 ເຊິ່ງ​ໄດ້​ສ້າງ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ຜູ້​ອອກ­ແຮງ​ງານ ທີ່​ຕ້ອງ­ການ​ມີ​ວຽກ​ເຮັດ​ງານ​ທຳ ແລະ ເຂົ້າ​ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ຕ່າງໆ ປັດ­ຈຸ­ບັນ​ຫົວ­ໜ່ວຍ​ແຮງ​ງານ​ຈຳ­ນວນ​ໜຶ່ງ​ໄດ້​ເລີ່ມ​ບໍ­ລິ­ການ​ແລ້ວ ໂດຍ​ສືບ­ຕໍ່​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນວ ໃນ​ການ​ຮັກ­ສາ​ໄລ­ຍະ​ຫ່າງ ປິດ​ປາກ-ດັງ ລ້າງ​ມື ແລະ ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ສຸ­ຂະ­ພາບ​ຂອງ​ກຳ­ມະ­ກອນ ສະ­ເພາະ​ແຮງ​ງານ ນວ ທີ່​ກັບ​ມາ​ແຕ່​ປະ­ເທດ​ເພື່ອນ​ບ້ານ ມີ 2.454 ຄົນ ແຕ່​ແຮງ​ງານ​ທີ່​ໄປ​ອອກ­ແຮງ​ງານ​ຢູ່​ຕ່າງ­ປະ­ເທດ​ແບບ​ຖືກ­ຕ້ອງ​ກົດ­ໝາຍ​ມີ​ໜ້ອຍ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!