ການປ່ຽນແກ່ນຕາທຽມເໝືອນໄດ້ຮັບຊີວິດໃໝ່ ສາມາດກັບມາເບິ່ງເຫັນ ໃຊ້ຊີວິດໄດ້ ເໝືອນເດັກປົກກະຕິ

ດວງຕາຂອງທຸກຄົນມີຄຸນຄ່າ ແລະ ທຸກຄົນມີສິດສະເໝີພາບທີ່ຈະເຂົ້າເຖີງການ ບໍລິການດ້ານສຸ ຂະພາບຕາໂດຍບໍ່ຄວນຕ້ອງໃຊ້ຊີວິດແບບມືດມິດຍ້ອນແກ່ນຕາຂຸ້ນ ເຊິ່ງເປັນສາເຫດຕາບອດທີ່ ຫຼີກລ່ຽງໄດ້ດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ 75% ຂອງຄົນຕາບອດໃນ ສປປ ລາວ ແມ່ນສາມາດປິ່ນປົວ ໄດ້ຖ້າບໍ່ຊ້າເກີນໄປທີ່ຈະເຂົ້າເຖິງການປິ່ນປົວເໝືອນດັ່ງກໍລະນີຂອງເດັກຊາຍທີ່ຊື່ວ່າ ທ້າວ ສາລິດ ອາຍຸ 3ປີ ແລະ ນາງ ຈັນສຸກ ອາຍຸ 7ປີ ທັງສອງໄດ້ເປັນພະຍາດແກ່ນຕາຂຸ້ນທີິ່ໄດ້ມີໂອກາດເຂົ້າເຖິງ ການປິ່ນປົວໂດຍການສະໜັບສະໜູນທຶນຈາກລັດຖະບານອົດສະຕຣາລີ Australian NGO Cooperation Program (ANCP) ຜ່ານມູນນິທິເຟຣດໂຮໂລປະຈຳລາວ ຈຶ່ງເຮັດໃຫ້ເດັກທັງ ສອງສາມາດກັບມາເບີ່ງເຫັນໄດ້ ແລະ ສາມາດກັບມາໃຊ້ຊີວິດໄດ້ ເໝືອນກັບເດັກປົກກະຕິຄົນ ອື່ນໆໄດ້.

ທ່ານໝໍ ເພັດສະໝອນ ອິນດາລາ ຫົວໜ້າໜ່ວຍງານຕາແຂວງອຸດົມໄຊ ໄດ້ກ່າວວ່າ: ຄືດັ່ງເດັກ ຊາຍທີ່ຊື່ວ່າ ທ້າວ ສາລິດ ເປັນເດັກທີ່ນອນຢູ່ໃນຄອບຄົວທີ່ມີສະພາບຄອບຄົວຫຍຸ້ງຍາກ ເຊິ່ງ ນ້ອງໄດ້ຢູ່ນຳແມ່ພຽງລຳພັງ ແລະ ນ້ອງໄດ້ພົບບັນຫາທາງດ້ານສາຍຕາຕັ້ງແຕ່ອາຍຸ 2ປີ ຫຼັງຈາກ ນັ້ນທາງຜູ້ປົກຄອງກໍໄດ້ນຳເຂົ້າມາກວດຢູ່ໜ່ວຍງານຕາຂອງພວກເຮົາກໍພົບວ່າເປັນພະຍາດແກ່ນຕາຂຸ້ນບໍ່ສາມາດເບີ່ງເຫັນໄດ້ ສ່ວນ ນາງ ຈັນສຸກ ອາຍຸ 7ປີ ແມ່ນມີອາການຕາມົວເບື້ອງຂວາສາ ເຫດແມ່ນໃນໄລຍະອາຍຸ 1ປີ 8ເດືອນນັ້ນ ໄດ້ຖືກສະເກັດແກັສລະເບີດແຕກໃສ່ຕາຍ້ອນພໍ່ເຮັດ ແຕກໃສ່ພາໃຫ້ເດັກຕາມົວ ແລະ ມີຈຸດຂາວຢູ່ວົງຕາດຳເບື້ອງຂວາຈຶ່ງກໍໃຫ້ເກີດເປັນພະຍາດແກ່ນ ຕາຂຸ້ນຈາກການເກີດກະທົບເຊິ່ງເດັກທັງສອງຖືເປັນກຸ່ມສ່ຽງທີ່ອາດເຮັດໃຫ້ຕາບອດຖາວອນໄດ້ ຖ້າບໍ່ໄດ້ຮັບການປິ່ນປົວໄດ້ທັນເວລາ ເຊິ່ງ 1-2% ຂອງເດັກໃນ 1.000 ຄົນ ແມ່ນມີບັນຫາທາງ ດ້ານແກ່ນຕາຂຸ້ນ ເຊິ່ງບັນຫາດັ່ງກ່າວເປັນສິ່ງທ້າທາຍຕໍ່ສະພາບເດັກເອງ ຕໍ່ອະນາຄົດຂອງເດັກ ແລະ ຕໍ່ການພັດທະນາຊີວິດການເປັນຢູ່ຂອງເດັກໃນອະນາຄົດ ຖ້າພວກເຮົາບໍ່ເອົາໃຈໃສ່ແກ້ໄຂ ໃຫ້ທັນກັບສະພາບຕາຂອງເດັກ ກໍຈະກາຍເປັນເດັກສະພາບຕາທີ່ພິການ ແລະ ກາຍເປັນເດັກຕາ ບອດໃນທີ່ສຸດສ້າງຄວາມເຈັບປວດໃຫ້ກັບເດັກ ແລະ ສ້າງພາລະໃຫ້ແກ່ຄອບຄົວໄດ້ເບິ່ງແຍ່ງດູແລ ເດັກໃນຕະຫຼອດຊີວິດອັນສຳຄັນທີ່ສຸດແມ່ນສ້າງຜົນກະທົບຕໍ່ການພັດທະນາປະເທດຊາດນຳອີກ.

ສະນັ້ນໃນການຜ່າຕັດ ແລະ ເປີດແຜ່ນປິດຕາຫຼັງຜ່າຕັດເດັກທັງສອງ ທາງທີມງານຂອງພວກເຮົາ ໂດຍສະເພາະຄະນະວິຊາການຈັກຂຸແພດຍິງ ຄື ທ່ານ ໝໍ ແສງຫຼ້າ ລາວເຊີນ (ປະຈຳຢູ່ແຂວງອຸດົມ ໄຊ) ແລະ ທ່ານ ໝໍ ປະທຸມພອນ ເກດດົມລິ (ປະຈຳຢູ່ແຂວງໄຊຍະບູລີ)ເຊິ່ງແພດທັງສອງທ່ານກໍ ຈົບຫຼັກສູດແພດຕາຊ່ຽວຊານຕາ 4 ປີ ພາຍໃຕ້ທຶນມູນນິທິເຟຣດໂຮໂລ ທັງໄລຍະທີ່ຮຽນຢູ່ລາວ ແລະ ໄປເພີ່ມທັກສະປະສົບການຢູ່ຕ່າງປະເທດ ແລະ  ເປັນແພດຕາຍິງທີ່ມີພຽງບໍ່ຈັກຄົນທີ່ປະຈຳ ຢູ່ຂອບເຂດ 17 ແຂວງທົ່ວປະເທດ ນອກຈາກນີ້ກໍຍັງມີທ່ານໝໍ ສົນໃຈ ເຮືອງວິໄລ (ຈາກແຂວງບໍ່ ແກ້ວ) ເຊິ່ງເປັນແພດຕາຜູ້ທຳອິດທີ່ຈົບຫຼັກສູດ ແພດຊ່ຽວຊານຕາຫຼັກສູດ 4 ປີ ພາຍໃຕ້ທຶນມູນນິ ທິເຟຮດໂຮໂລ ທີ່ມາຊ່ວຍເປັນແພດອ້າຍລ້ຽງ ໃຫ້ແກ່ແພດຍິງໜຸ່ມນ້ອຍ ແລະ ພາກສ່ວນກ່ຽວ ຂ້ອງໄດ້ທຸ້ມເທສະຕິປັນຍາເຂົ້າໃນການຜ່າຕັດແກ່ນຕາຂຸ້ນໃຫ້ກັບເດັກທັງສອງສາມາດກັບມາເບິ່ງເຫັນໄດ້ປົກກະຕິເໝືອນດັ່ງເດັກຄົນອື່ນໆ.

ນາງ ແພງ ຜູ້ເປັນແມ່ຂອງ ທ້າວ ສາລິດ ໄດ້ກ່າວວ່າ:ເມື່ອລູກອາຍຸໄດ້ 2 ປີ ເລີ່ມສັງເກດເຫັນວ່າລູກ ມີອາການຕາມົວລົງ ເຄື່ອນໄຫວໄປມາຍາກ ແລະ ສຳຜັດວັດຖຸສິ່ງຂອງບໍ່ຖືກຈຸດໄດ້ພະຍາຍາມປິ່ນ ປົວຕາມຮີດຄອງໄດ້ 5-6 ເດືອນບໍ່ດີຂຶ້ນ ນັບມື້ເຫັນມີຈຸດຂາວຢູ່ວົງຕາດຳຂອງລູກຂາວຂຶ້ນ ຕໍ່ມາໄດ້ ມີພີ່ນ້ອງແນະນຳໃຫ້ເຂົ້າມາກວດຢູ່ນຳໜ່ວຍງານຕາໂຮງໝໍແຂວງອຸດົມໄຊໃນ ວັນທີ 23 ທັນວາ 2021ຈຶ່ງພົບວ່າເປັນພະຍາດແກ່ນຕາຂຸ້ນເຊິ່ງຜ່ານມາພໍ່ຂອງລາວແມ່ນເປັນພະຍາດແກ່ນຕາຂຸ້ນ ແຕ່ກຳເນີດທັງ 2 ເບື້ອງ ແລະ ໄດ້ຮັບການຜ່າຕັດປິ່ນປົວແລ້ວເຊິ່ງອາດເກີດຈາກກຳມະພັນ ຫຼັງ ຈາກ ນັ້ນໝໍບອກໃຫ້ລໍຖ້າ ຖ້າມີໂຄງການຜ່າຕັດມາທ່ານໝໍຈະຕິດຕໍ່ຫາ ເຊິ່ງໃນລະຫວ່າງອາທິດ ຜ່ານມາກ່ອນໜ້າມື້ຜ່າຕັດໃນວັນທີ 3 ກຸມພາ 2022 ທ່ານໝໍ ແສງຫຼ້າ ລາວເຊີນ ກໍໄດ້ຕິດຕໍ່ຫາ ວ່າ ໄດ້ມີໂຄງການຜ່າຕັດມາແລ້ວວິນາທີນີ້ເອງ ຕົນເອງຮູ້ສຶກດີໃຈທີ່ສຸດທີ່ລູກຈະໄດ້ຮັບການຜ່າຕັດ ໃຫ້ມີສະພາບສາຍຕາເປັນປົກກະຕິຄືເດັກຄົນອື່ນ ຈະສາມາດຊ່ວຍເຫຼືອຕົນເອງໄດ້ ໂດຍທີ່ຕົນເອງ ຈະມີເວລາໄດ້ເຮັດວຽກງານ ແລະ ປະກອບອາຊີບສ້າງລາຍຮັບໄດ້ ຈົນມາຮອດມື້ຜ່າຕັດທາງໂຮງ ໝໍກໍໄດ້ອຳນວຍຄວາມສະດວກໄປຮັບລູກມາຜ່າຕັດ ແລະ ອຳນວຍຄວາມສະດວກທຸກຢ່າງ ໃນໂອ ກາດນີ້ຈຶ່ງຂໍສະແດງຄວາມຂອບໃຈມາຍັງແພດໝໍ ແລະ ຜູ້ໃຫ້ທຶນຊ່ວຍໃນຄັ້ງນີ້ ຖ້າບໍ່ມີພວກ ທ່ານລູກຂ້າພະເຈົ້າກໍຈະບໍ່ມີໂອກາດທີ່ຈະກັບມາເບີ່ງເຫັນ ຫຼື ອາດຕາບອດໄປເລີຍກໍໄດ້ນັ້ນກໍ ຍ້ອນຕົນເອງຢູ່ໃນສະພາບຄອບຄົວທີ່ທຸກຍາກ.

ນາງ ຈັນສຸກ ອາຍຸ 7 ປີ ໄດ້ກ່າວວ່າ: ພາຍຫຼັງທີ່ແມ່ໄດ້ບອກວ່າໄດ້ມີທ່ານໝໍໜ່ວຍງານແພດຕາ ແຂວງອຸດົມໄຊໄດ້ຕິດຕໍ່ຫາໃຫ້ເຂົ້າມາຜ່າຕັດແກ່ນຕາຂຸ້ນນ້ອງກໍດີໃຈຫຼາຍທີ່ຈະໄດ້ເຂົ້າຜ່າຕັດໃຫ້ຫາຍດີສາມາດກັບມາເບີ່ງເຫັນໄດ້ຄືກັບເດັກປົກກະຕິອື່ນໆ ແລະ ທີ່ສຳຄັນຈະບໍ່ມີຜູ້ໃດມາເວົ້າໃຫ້ ນ້ອງໄດ້ແລ້ວວ່າເປັນຜູ້ພິການຕາບອດໄດ້ອີກແລ້ວ ແລະ ນ້ອງຈະສາມາດໃຊ້ຊີວິດ ຫຼີ້ນ ແລະ ຮຽນ ໜັງສືໄດ້ເປັນປົກກະຕິແລ້ວ ໂອກາດນີ້ຈຶ່ງຂໍສະແດງຄວາມຂອບໃຈມາຍັງທ່ານໝໍທຸກໆທ່ານທີ່ໃຫ້ ການເບິ່ງແຍ່ງເອົາໃຈໃສ່ປິ່ນປົວນ້ອງໃຫ້ຫາຍດີ ແລະ ທີ່ສຳຄັນຂໍສະແດງຄວາມຂອບໃຈຕໍ່ຜູ້ໃຫ້ ທຶນກໍຄືລັດຖະບານອົດສະຕຣາລີ Australian NGO Cooperation Program (ANCP)  ແລະ ມູນນິທິເຟຣດໂຮໂລທີ່ໃຫ້ໂອກາດນ້ອງກໍຄືເດັກນ້ອຍຫຼາຍຄົນໄດ້ມີໂອກາດໄດ້ກັບມາເບີ່ງເຫັນ ແຕ່ໃນຂະນີ້ກໍອາດຍັງມີເດັກນ້ອຍອີກຫຼາຍຄົນທີ່ອາດຍັງບໍ່ມີໂອກາດໄດ້ເຂົ້າເຖິງການປິ່ນປົວພະ ຍາດແກ່ນຕາຂຸ້ນເຊິ່ງເປັນພະຍາດຕາບອດທີ່ຫຼີກລ່ຽງໄດ້.

ດັ່ງນັ້ນເພື່ອຫຼຸດຜ່ອນການເກີດພະຍາດຕາບອດທີ່ຫຼີກລ່ຽງໄດ້ຈາກພະຍາດແກ່ນຕາຂຸ້ນທາງພາກສ່ວນທີ່ກ່ຽວຂ້ອງກໍຕ້ອງໄດ້ພ້ອມກັນຫັນມາເອົາໃຈໃສ່ ລະດົມທຶນຮອນ ກໍຄືງົບປະມານເຂົ້າໃນ ການສ້າງບຸກຄະລາກອນແພດຊ່ຽວຊານຕາໃຫ້ຫຼາຍຂຶ້ນ ໄປຄຽງຄູ່ກັບການຊອກຄົ້ນຫາຜູ້ທີ່ເປັນ ພະຍາດແກ່ນຕາຂຸ້ນໃຫ້ໄດ້ໂດຍໄວດ້ວຍການລົງໄປກວດຊອກຄົ້ນໂດຍສະເພາະຢູ່ໃນເຂດຫ່າງໄກສອກຫຼີກເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການປິ່ນປົວຫຼຸດຜ່ອນການເກີດພະຍາດຕາບອດຈາກພະຍາດແກ່ນຕາຂຸ້ນຕາມເປົ້າໝາຍທີ່ວາງໄວ້.

ໃນວັນທີ 4 ກຸມພາ 2022 ຜ່ານມາ ທີ່ໜ່ວຍງານຕາແຂວງອຸດົມໄຊ ໄດ້ຈັດພິທີເປີດຕາຫຼັງຜ່າຕັດ ແກ່ນຕາຂຸ້ນໃຫ້ກັບເດັກທັງ 2 ໂດຍມີ ທ່ານ ສູນທອນ ຫຼວງໄຊສີ ຮອງຫົວໜ້າພະແນກສາທາລະ ນະສຸກແຂວງອຸດົມໄຊ ທ່ານນາງ ອ່ານາ ໄດສັນ ເລຂາທີ່1 ສະຖານທູດອົດສະຕຣາລີປະຈຳລາວ ທ່ານ ນາງ ສຸພອນສາ ໄຊປັນຍາ ຫົວ ໜ້າມູນນິທິເຟຣດໂຮໂລປະຈຳລາວ  ພ້ອມ ທ່ານໝໍວິຊາ ການຕາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

                                                            ໂດຍ: ປ.ເບີກບານດີ

error: Content is protected !!