10 ເຫດການຂ່າວສໍາຄັນ ທີ່ ສປ ຈີນ ມີສ່ວນຮ່ວມ ໃນ LMC ແລະ ການ ຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ປະຈໍາປີ 2021

ປະເທດຈີນ ມີສາຍພູ ສາຍນໍ້າຕິດຈອດກັບ 5 ປະເທດແມ່ນໍ້າຂອງ ໄດ້ມີການເພິ່ງພາອາໄສ ແລະ ເບິ່ງແຍງເຊິ່ງກັນແລະກັນມາໂດຍຕະຫຼອດ ທັງເປັນບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນສະໜິດ ແໜ້ນ ແລະ ເປັນຄູ່ຮ່ວມມືນໍາກັນມາໂດຍທໍາມະຊາດ ປີ 2021 ພາຍໃຕ້ສະພາບການທີ່ສັບສົນ ຂອງພະຍາດລະບາດ ຄວບຄູ່ກັບການປ່ຽນແປງທີ່ສະຫຼັບສັບຊ້ອນທີ່ບໍ່ເຄີຍມີມາກ່ອນໃນ ຮອບ ຮ້ອຍປີ ປະເທດຈີນ ແລະ ບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງໄດ້ ເປັນຈິດໜຶ່ງໃຈດຽວກັນ ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19 ແລະ ຮ່ວມແຮງຮ່ວມໃຈກັນໃນການຊອກ ສະແຫວງຫາການພັດທະນາ ເຊິ່ງເປັນ ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູເສດຖະ ກິດຂອງບັນດາປະເທດ ກໍຄື ການສ້າງຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກອງເລຂາການຮ່ວມ ມືລະຫວ່າງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຂອງ ຝ່າຍຈີນ ໄດ້ຈັບມືກັບວາລະສານ CHINA REPORT ASEAN ສຳນັກພິມວາລະສານ “ແມ່ນໍ້າຂອງ”ຂອງກຸ່ມບໍລິສັດໜັງສືພິມລາຍວັນແຂວງ ຢຸນນານ ແລະ ຫົວໜ່ວຍທີ່ກ່ຽວຂ້ອງໄດ້ ພ້ອມກັນປະເມີນ ແລະ ເລືອກໄດ້ “10 ເຫດການຂ່າວ ສໍາຄັນຂອງການມີສ່ວນຮ່ວມຂອງປະເທດຈີນ ໃນການຮ່ວມມືລຸ່ມແມ່ນໍ້າຂອງ ປະຈໍາປີ 2021”ເຊິ່ງໄດ້ເຮັດໃຫ້ເຫັນເຖິງໝາກຜົນອັນອຸດົມສົມບູນໃນການມີສ່ວນຮ່ວມຂອງປະເທດຈີນ ໃນ ການຮ່ວມມືຢູ່ລຸ່ມແມ່ນໍ້າຂອງ, ທັງໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນສວຍງາມ ຂອງ 6 ປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຕາມຄໍາຂວັນ “ຮ່ວມກັນດື່ມນໍ້າສາຍດຽວກັນ ມີໂຊກຊະຕາກ້ຽວພັນກັນ”.

ໜຶ່ງ. ການທູດປະມຸກລັດຊີ້ທິດເຍືອງທາງ ແລະ ເປີດສັກກະລາດໃໝ່ ແຫ່ງການສ້າງປະຊາຄົມ ຮ່ວມຊະຕາກຳກັບປະເທດອ້ອມຂ້າງປີ 2021 ທ່ານປະທານປະເທດ ສີຈິ້ນຜິງ ໄດ້ກຳກັບວຽກ ງານຕ່າງໆດ້ວຍຕົນເອງ ໄດ້ຮັກສາການປະສານງານຢ່າງໃກ້ຊິດກັບການນໍາ ຂອງບັນດາປະເທດ ແມ່ນໍ້າຂອງ ຜ່ານການພົບປະ ການໂທລະສັບທາງໄກ ການສົ່ງຈົດໝາຍເຊິ່ງກັນ ແລະ ກັນ ແລະ ຮູບແບບອື່ນໆ ອັນໄດ້ສ້າງເປັນແຜນວາດອັນສວຍງາມຂອງການຮ່ວມມືດັ່ງກ່າວ.

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ໄດ້ລົມໂທລະສັບທາງໄກ ກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໄດ້ພ້ອມກັນປະກາດເປີດປີມິດຕະພາບ ລາວ-ຈີນ ຢ່າງເປັນທາງການ (ວັນທີ 21 ມັງກອນ) ໄດ້ລົມໂທລະສັບທາງໄກ 2 ຄັ້ງ ກັບ ທ່ານ ຫງວຽນຟູຈ໋ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ (ວັນທີ 8 ກຸມພາ ແລະ ວັນທີ 24 ກັນຍາ) ໄດ້ໂທລະສັບທາງໄກກັບ ທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດ ນາມ (ວັນທີ 24 ພຶດສະພາ) ເຊິ່ງທັງສອງຝ່າຍໄດ້ລົງເລິກຄວາມເຊື່ອໝັ້ນເຊິ່ງກັນແລະກັນດ້ານ ຍຸດທະສາດ ແລະ ຮັດແໜ້ນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ໄດ້ສົ່ງສານ ຊົມ ເຊີຍເຖິງ ທ່ານ ຮຸນເຊນ ປະທານພັກປະຊາຊົນກຳປູເຈຍ ໃນໂອກາດ ວັນສ້າງຕັ້ງພັກປະຊາຊົນກໍາ ປູເຈຍ ຄົບຮອບ 70 ປີ (ວັນທີ 28 ມິຖຸນາ) ໄດ້ພົບປະທາງໄກ ກັບ ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ພ້ອມກັນເຂົ້າຮ່ວມພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ (ວັນທີ 3 ທັນວາ).

ທ່ານປະທານປະເທດ ສີຈິ້ນຜິງ ໄດ້ກໍານົດທິດທາງ ແລະ ນໍາພາ ການຮ່ວມມືດ້ວຍໄມຕີຈິດມິດ ຕະພາບ ລະຫວ່າງ ສປ ຈີນ ກັບບັນດາປະເທດແມ່ນໍ້າຂອງ ຊຸກຍູ້ໃຫ້ມານະຈິດແຫ່ງການສ້າງ ປະຊາຄົມຮ່ວມຊະຕາກໍາໄດ້ປົ່ງໜໍ່ຈໍ່ດອກຢູ່ປະເທດອ້ອມຂ້າງ ແລະ ມີໝາກຜົນອັນອຸດົມສົມບູນ ທັງສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງບັນດາປະເທດອີກດ້ວຍ.

ສອງ. ການນໍາຂັ້ນສູງຂອງ 6 ປະເທດ ໄປມາຫາສູ່ກັນຢ່າງສະໜິດແໜ້ນ ຄວາມໄວ້ເຊື່ອໃຈເຊິ່ງກັນ ແລະກັນທາງດ້ານການເມືອງນັບມື້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ ວັນທີ 9 ກັນຍາ ປີ 2021 ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນໍາອະນຸພາກ ພື້ນແມ່ນໍ້າຂອງ ຄັ້ງທີ 7 (GMS) ຜ່ານລະບົບວີດີໂອທາງໄກ ແລະ ໄດ້ກ່າວວ່າ ສປ ຈີນ ແລະ ບັນ ດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມໃກ້ຊິດກັນ ມີ ຄວາມສະໜິດສະໜົມຄືກັນກັບຄົນຄອບຄົວດຽວກັນ ບັນດາປະເທດ ຄວນເຕົ້າໂຮມຄວາມຮັບຮູ້ ຮ່ວມກັນ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ ບຸກເບີກຂົງເຂດ ການ ຮ່ວມມື ໃຫ້ກວ້າງອອກ ຍົກລະດັບການຮ່ວມມືໃຫ້ສູງຂຶ້ນ ພ້ອມກັນຊຸກຍູ້ໃຫ້ເຂດລຸ່ມແມ່ນໍ້າຂອງມີການ ພັດທະນາແບບຍືນຍົງ ແລະ ເອື້ອອຳນວຍກັນ ກອງປະຊຸມຄັ້ງນີ້ ໄດ້ອອກ“ຖະແຫຼງການຮ່ວມຂອງ ກອງປະຊຸມຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7” ໄດ້ຮັບຮອງຜ່ານ “ຍຸດທະສາດການຮ່ວມມື ທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ 2030”, “ແຜນດຳເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດໂຄວິດ-19 ໃນອະນຸພາກ ພື້ນແມ່ນໍ້າຂອງ ສຳລັບປີ 2021-2023” ແລະ ເອກະ ສານອື່ນໆທີ່ເປັນໝາກ ຜົນສໍາຄັນຂອງກອງປະຊຸມຄັ້ງນີ້ ປີ 2021 ທ່ານນາຍົກລັດຖະມົນຕີ ຫຼີ ເຄີ້ສຽງ ຍັງໄດ້ພົບປະ ກັບ ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ຟາມບິງມິງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ທ່ານ ປະຍຸດຈັນ ໂອຊາ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ແລະ ທ່ານອື່ນໆ ຜ່ານລະບົບວີດີໂອທາງໄກ ໂທລະສັບ ການສົ່ງສານເຊິ່ງກັນແລະກັນ ແລະ ຮູບແບບອື່ນໆເພື່ອຮັກສາການພົວພັນປະສານງານກັນຢ່າງໃກ້ຊິດ.

ວັນທີ 8 ເດືອນມິຖຸນາ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 6 ໄດ້ຈັດຂຶ້ນທີ່ນະຄອນຈົງກິ່ງ ທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະ ເທດຈີນ ໄດ້ເນັ້ນໜັກວ່າຝ່າຍຈີນຈະເດັດດ່ຽວຈັດຕັ້ງຜັນຂະຫຍາຍທັດສະນະວຽກງານການພົວ ພັນກັບບັນດາປະເທດອ້ອມຂ້າງ ແບບ “ສະໜິດສະໜົມ ຈິງໃຈ ເອື້ອອຳນວຍ ອະນຸເຄາະ” ຕາມ ຈິດໃຈທີ່ ທ່ານປະທານປະເທດ ສີຈິ້ນຜິງ ສະເໜີອອກໃນຜ່ານມາ ຈະຮ່ວມກັບບັນດາປະເທດແມ່ ນໍ້າຂອງສ້າງປະຊາຄົມຮ່ວມຊະຕາກໍາຂອງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ອ່ວຍໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ພ້ອມກັນເປີດສັກກະລາດ “5 ປີ ສີຄໍາ” ໃໝ່ຂອງການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງຜ່ານ “ຖະແຫຼງການຮ່ວມ ກ່ຽວກັບ ການເພີ່ມທະວີການຮ່ວມມືໃນການພັດທະນາແບບຍືນຍົງຂອງບັນດາປະເທດແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ” “ຂໍ້ລິເລີ່ມກ່ຽວກັບ ການລົງເລິກການຮ່ວມມື ລະຫວ່າງ ທ້ອງຖິ່ນ ຂອງສະມາຊິກ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” “ຖະແຫຼງການຮ່ວມ ກ່ຽວກັບ ການລົງເລິກຮ່ວມມືການແພດພື້ນ ເມືອງ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ແລະ ເອກະສານສໍາຄັນອື່ນໆ ປີ 2021 ທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເດີນທາງໄປ ຢ້ຽມຢາມມຽນມາ ຫວຽດນາມ ກໍາປູເຈຍ ຕາມລຳດັບ ໄດ້ເຂົ້າຢ້ຽມພົບການນໍາຂັ້ນສູງ ແລະ ມີ ການພົບປະກັບລັດຖະມົນຕີຕ່າງປະເທດຂອງບັນດາປະເທດແມ່ນໍ້າຂອງແບບສອງຝ່າຍ ປະມານ 20 ກວ່າຄັ້ງ.

ສາມ. 6 ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຈັບມືກັນຕ້ານພະຍາດໂຄວິດ-19 ການຮ່ວມມື ດ້ານສາທາລະນະສຸກມີການເປີດກ້ວາງຕື່ມອີກບາດກ້າວໜຶ່ງ ປີ 2021ເມື່ອປະເຊີນໜ້າກັບການ ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນແບບກັບໄປກັບມານີ້ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ພ້ອມກັນຕໍ່ສູ້ຕ້ານພະຍາດໂຄ ວິດ-19 , ຜ່ານການກະທຳຕົວຈິງ ສະແດງໃຫ້ເຫັນເຖິງມິດຕະພາບຖານສະຫາຍອ້າຍນ້ອງ ທີ່ອຸ້ມຊູຄໍ້າຈູນເຊິ່ງກັນແລະກັນ ແລະ ຄຸນນະທຳຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ເບິ່ງແຍງຊ່ວຍ ເຫຼືອເຊິ່ງກັນແລະກັນ. ສປ ຈີນ ໄດ້ສະໜອງອຸປະກອນການແພດໃນການຕ້ານພະຍາດໂຄວິດ-19 ເປັນຈຳນວນຫຼາຍຊຸດໃຫ້ແກ່ 5 ປະເທດແມ່ນໍ້າຂອງ ເຊັ່ນ: ກ່ອງກວດຫາເຊື້ອພະຍາດໂຄວິດ-19, ຜ້າອັດປາກດັງ ຊຸດປ້ອງກັນເຊື້ອພະຍາດ ແລະ ອຸປະກອນເຄື່ອງໃຊ້ອື່ນໆ ໄດ້ຈັດກອງປະຊຸມແລກ ປ່ຽນບົດຮຽນ ແລະ ປະສົບການໃນການຕ້ານພະຍາດໂຄວິດ-19 ໄດ້ສົ່ງທີມແພດໄປຊ່ວຍເຫຼືອໄດ້ ຊ່ວຍສ້າງຫ້ອງທົດລອງກວດຫາເຊື້ອພະຍາດໂຄວິດ-19 ສ້າງໂຮງໝໍພາກສະໜາມ ເພື່ອຊ່ວຍບັນ ດາປະເທດໃນການຕ້ານພະຍາດໂຄວິດ-19 ມາຮອດທ້າຍປີ 2021 ສປ ຈີນ ໄດ້ສະໜອງວັກຊີນ ປ້ອງກັນພະຍາດໂຄວິດ-19 ດ້ວຍຮູບແບບການຊ່ວຍເຫຼືອລ້າ ແລະ ການຈັດຊື້ ໃຫ້ແກ່ 5 ປະເທດ ແມ່ນໍ້າຂອງ ລວມທັງໝົດຈຳນວນ 190 ລ້ານຫຼອດ.

ເດືອນມິຖຸນາ ປີ 2021 ໃນໄລຍະຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 6 ບັນດາລັດຖະມົນຕີຕ່າງປະເທດ ໄດ້ພິຈາລະນາ ແລະ ຮັບຮອງ ຜ່ານ “ຖະແຫຼງການຮ່ວມກ່ຽວກັບການລົງເລິກຮ່ວມມືການແພດພື້ນເມືອງ ພາຍໃຕ້ຂອບການ ຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໂດຍເຫັນເປັນເອກະພາບກັນ ໃນການສະໜັບສະໜູນໃຫ້ ນໍາໃຊ້ການແພດ-ການຢາ ພື້ນເມືອງຂອງບັນດາປະເທດ ເຂົ້າຮ່ວມໃນການສະກັດກັ້ນ ແລະ ປ້ອງ ກັນການລະບາດ ຂອງ ພະຍາດໂຄວິດ-19 ໃນທົ່ວໂລກທັງເປັນການຊຸກຍູ້ການພັດທະນາດ້ານສາ ທາລະນະສຸກ ຂອງ ອະນຸພາກພື້ນ 6 ປະ ເທດ ໄດ້ພ້ອມກັນຈັດຕັ້ງປະຕິບັດ “ໂຄງການແຜນຢາ ພື້ນເມືອງຈີນເອື້ອອຳນວຍໃຫ້ແກ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” “ກິດຈະກໍາສ້າງສຸຂະ ພາບຈິດທີ່ດີ ໃຫ້ແກ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” “ກິດຈະກໍາປ້ອງກັນພະຍາດຕິດແປດ ເຂດຮ້ອນ” ແລະ ໂຄງການອື່ນໆ ເຊິ່ງເປັນການສະໜັບສະໜູນການພັດທະນາການແພດພື້ນ ເມືອງ ຍົກລະດັບການປ້ອງກັນພະຍາດຫຼອດເລືອດຫົວໃຈ ແລະ ສະໝອງ ປ້ອງກັນເຊື້ອພະຍາດ ຈາກແມ່ທ້ອງ ວັນທີ 17 ທັນວາ “ເວທີສົນທະນາ ການຮ່ວມມືທາງການແພດພື້ນເມືອງຂອງປະ ເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງພາຍຫຼັງການເກີດພະຍາດໂຄວິດ-19” ໄດ້ຈັດຂຶ້ນທີ່ມະຫາວິ ທະຍາໄລການແພດນະຄອນນານກິ່ງ ໂດຍໄດ້ມີການປຶກສາຫາລືກ່ຽວກັບທິດທາງການພັດທະ ນາ ແລະ ຊ່ອງທາງການຮ່ວມມືດ້ານການແພດພື້ນເມືອງຂອງບັນດາປະເທດ.

ສີ່. ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ເຮັດໃຫ້ການ ເຊື່ອມໂຍງເຊື່ອມຈອດ ທາງກວ້າງ ແລະ ທາງເລິກ ໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າປີ 2021ພາຍໃຕ້ຄວາມພະຍາຍາມຮ່ວມ ກັນ ລະຫວ່າງ ສປ ຈີນ ກັບ 5 ປະເທດແມ່ນໍ້າຂອງ ໂຄງການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານ ໂຄງລ່າງ ທີ່ມີມາດຕະຖານສູງ, ຍືນຍົງ ແລະ ເອື້ອອຳນວຍໃຫ້ແກ່ປະຊາຊົນຈຳນວນຫຼາຍ ໄດ້ມີ ຄວາມຄືບໜ້າຢ່າງຫຼວງຫຼາຍໄດ້ທະລຸເຮັດໃຫ້ຄໍຂວດຈໍາກັດການຄົມມະນາຄົມຂົນສົ່ງມີ ຄວາມ ສະດວກດີ ແລະ ຊຸກຍູ້ເຮັດໃຫ້ການເຊື່ອມໂຍງ ແລະ ພັດທະນາຂອງພາກພື້ນ ໄດ້ມີກໍາລັງແຮງ ຊຸກຍູ້ທີ່ເຂັ້ມແຂງຍິ່ງຂຶ້ນ.

ວັນທີ 3 ທັນວາ ປີ 2021 ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ປະມຸກລັດ ຂອງສອງປະເທດ ໄດ້ພົບປະກັນຜ່ານລະບົບທາງໄກ ແລະ ເຂົ້າຮ່ວມພິທີເປີດ ການນໍາໃຊ້ເສັ້ນ ທາງ ລົດໄຟດັ່ງກ່າວ. ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ໄປ-ກັບ ລະຫວ່າງ ປະເທດຈີນ ແລະ ປະເທດລາວ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ລົດຂົນສົ່ງທາງດ່ວນຂ້າມ ຊາຍແດນໂດຍກົງ ຈາກ ນະຄອນຈົງກິ່ງ-ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ເປີດການນໍາໃຊ້ຢ່າງເປັນທາງການ ອັນໄດ້ ເປັນການຍົກລະດັບການເຊື່ອມໂຍງເຊື່ອມຈອດຂອງພາກພື້ນໄດ້ຮັບການຍົກສູງຂຶ້ນຕື່ມອີກບາດກ້າວໜຶ່ງ.

ບໍລິສັດຕາໜ່າງໄຟຟ້າພາກໃຕ້ຂອງຈີນ ກັບ ບໍລິສັດໄຟຟ້າລາວ ໄດ້ຮ່ວມທຶນກັນສ້າງຕັ້ງບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ໄດ້ເຊັນສັນຍາສຳປະທານ ກັບ ລັດຖະບານ ຂອງ ສປປ ລາວ ການຮ່ວມມືທີ່ຮັບຜົນປະໂຫຍດຮ່ວມກັນຂອງ ສອງປະເທດ ລາວ-ຈີນ ໃນຂົງເຂດສາຍ ສົ່ງໄຟຟ້າໄດ້ມີບາດກ້າວທີ່ເປັນຮູບປະທຳຕົວຈິງຕື່ມອີກບາດກ້າວໜຶ່ງ.

ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງຫຼວງເລກທີ 11 ຂອງປະເທດກໍາປູເຈຍ ທີ່ມີວິສາຫະ ກິດຂອງຈີນຮັບເໝົາກໍ່ສ້າງ ໄດ້ສຳເລັດການກໍ່ສ້າງ ແລະ ມອບຮັບຢ່າງເປັນທາງການ ເສັ້ນທາງ ດ່ວນ ແຕ່ພະນົມເປນ-ທ່າເຮືອສີຫານຸວິວ ໄດ້ສຳເລັດການກໍ່ສ້າງແລ້ວ 70% ບົດບັນ ທຶກຄວາມ ເຂົ້າໃຈກ່ຽວກັບຄວາມເປັນໄປໄດ້ ຂອງ ໂຄງການທາງລົດໄຟ ມັນດາເລ-ຈໍພາຍູ(ເຈົ້າພິວ) ທີ່ເປັນ ການຮ່ວມມືລະຫວ່າງ ຈີນ-ມຽນມາ ໄດ້ຈັດພິທີເຊັນບົດບັນທຶກແລ້ວ ໂຄງການຕູ້ລົດໄຟຂອງ ຂະບວນລົດໄຟ ມຽນມາ ທີ່ເປັນການຊ່ວຍ ເຫຼືອລ້າຈາກ ສປ ຈີນ ໄດ້ມີການມອບຮັບຢ່າງເປັນ ທາງການ ໂຄງການລົດໄຟຍົກລະດັບໃນຕົວເມືອງ ເລກ 2 ນະຄອນຫຼວງຮ່າໂນ້ຍ ເສັ້ນທຳອິດຂອງ ຫວຽດ ນາມ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຂອງຈີນ ໄດ້ສຳເລັດການກໍ່ສ້າງ ແລະ ດຳເນີນງານ ເສັ້ນ ທາງລົດໄຟ ຈີນ-ໄທ ໄລຍະທຳອິດ ໄດ້ສຳເລັດການກໍ່ສ້າງແລ້ວ ໂຄງ ການກໍ່ສ້າງອາຄານຜູ້ ໂດຍສານຫຼັງໃໝ່ຢູ່ສະໜາມບິນສຸວັນນະພູມທີ່ວິສາຫະກິດຂອງຈີນຮັບເໝົາກໍ່ສ້າງໄດ້ສຳເລັດ ການກໍ່ສ້າງ.

ຫ້າ. ເສດຖະກິດການຄ້າມີທ່າອຽງເພີ່ມຂຶ້ນສວນກະແສ ການຮ່ວມມືດ້ານພະລັງງານມີການຍົກ ລະດັບທາງດ້ານຄຸນນະພາບ ພາຍໃຕ້ສະພາບການຂອງພະຍາດລະບາດ ປະເທດຈີນ ກັບປະ ເທດແມ່ນ້ຳຂອງໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ລົງເລິກການຮ່ວມມືດ້ານເສດຖະກິດການ ຄ້າຢ່າງຕໍ່ເນື່ອງໃນຂອບເຂດໃຫຍ່ກວ່າຂົງເຂດກວ້າງກວ່າ ແລະ ລະດັບສູງກວ່າ ເພື່ອຈູງມືກັນສົ່ງ ເສີມການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວ ປີ 2021 ມູນຄ່າການຄ້າຂາຍ ຂອງປະ ເທດ ຈີນ ກັບ ປະເທດແມ່ນ້ຳຂອງບັນລຸເຖິງ 398 ຕື້ໂດລາ ເຊິ່ງໄດ້ເພີ່ມຂຶ້ນ 23%ເມືອປຽບທຽບ ໄລຍະດຽວກັນ ປະເທດຈິນ ກັບ ປະເທດກຳປູເຈຍ ໄດ້ສຳເລັດຂັ້ນຕອນການຮັບຮອງ “ສັນຍາວ່າ ດ້ວຍການຄ້າເສລີລະຫວ່າງລັດຖະບານ ສປ ຈີນ ກັັບ ລັດຖະບານ ລາຊະອານາຈັກກຳປູເຈຍ” ແລະ ໄດ້ປັບປຸງ“ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ການລົງທຶນ”.

ປະເທດຈີນ ກັບ ປະເທດລາວ ໄດ້ລົງນາມໃນ“ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງຄະ ນະກຳມະການຮ່ວມກັນ ຂອງການຮ່ວມມືແລວເສດຖະກິດລາວ-ຈີນ ແລະ “ສັນຍາວ່າດ້ວຍການ ຮັບຮອງ ແລະ ຮ່ວມກັນຊຸກຍູ້ ໂຄງການສຳຄັນຕ່າງໆຊຸດທີສາມ ຂອງການຮ່ວມມືດ້ານພະລັງງານ ແລະ ການລົງທຶນ” ໂດຍຈະອາໃສເສັ້ນທາງລົດໄຟລາວ-ຈີນ ຊຸກຍູ້ສົ່ງເສີມການກໍ່ສ້າງແລວເສດຖະ ກິດລາວ-ຈີນ ທະນາຄານສູນກາງມຽນມາ ເປີດເຜີຍວ່າ ຈະຮັບຮອງການສຳລະເງິນການຄ້າຂາຍ ໂດຍຜ່ານຕະກຸນເງິນຢວນ ແລະ ຕະກຸນເງິນຈາດຂອງມຽນມາໂດຍກົງ ໃນເຂດຊາຍແດນຈີນ- ມຽນມາ ດ່ານປະເພນີ ມັງມານ ດ່ານພາສີຫວັ້ນຕິນຈີນ-ມຽນມາ ໄດ້ຟື້ນຟູການປ່ອຍສິນຄ້າ ເປັນ ທາງການ ຂະບວນຂົນສົ່ງສິນຄ້າເສັ້ນທາງລົດໄຟຈີນ-ຫວຽດ ໂດຍໃຊ້ຮູບແບບການຜ່ານດ່ານໄວ ຂະບວນທຳອິດໄດ້ເລີ່ມດຳເນີນງານ ເຊິ່ງໄດ້ຍົກສູງສະມັດຕະພາບໃນການຄ້າການຂົນສົ່ງທາງທະ ເລ ແລະ ທາງບົກໃໝ່.”

ຫົກ. ການຮ່ວມມືລະຫວ່າງທ້ອງຖິ່ນໄດ້ເລີ່ມຕົ້ນຂຶ້ນ ກົນໄກການພັດທະນາເພີ່ມແຮງຂັບເຄື່ອນ ພົວພັນດ້ວຍໃຈ ເພື່ອນບ້ານທີ່ປຽບດັ່ງພີ່ນ້ອງ ແຂວງ ແລະ ເມືອງຕ່າງໆຂອງຈີນທີ່ຢູ່ຕິດກັບປະ ເທດລຸ່ມແມ່ນໍ້າຂອງ ປະຊາຊົນມີຄວາມຮັກແພງ ເປັນພື້ນຖານອັນດີແກ່ການຮ່ວມມື ກອງປະ ຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 6 ໄດ້ຮັບຮອງ ເອົາຂໍ້ລິເລີ່ມກ່ຽວກັບກົນໄກລົງເລິກການຮ່ວມມືໃນທ້ອງຖິ່ນເປັນຄັ້ງທໍາອິດ ເປັນການເບີກທາງ ແລະ ວາງທິດທາງໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງອົງການປົກຄອງ ທ້ອງຖິ່ນຂອງ 6 ປະເທດ ສຸມແຮງທະລຸຜ່ານ “ກິໂລແມັດສຸດທ້າຍ” ພາກລັດ ແລະ ປະຊາຊົນ ຮ່ວມແຮງ ນໍາຜົນປະໂຫຍດມາສູ່ປະຊາຊົນ.

ເດືອນທັນວາ ປີ 2021 ກອງປະຊຸມເສວະນາອົງການປົກຄອງທ້ອງຖິ່ນຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງໄດ້ຈັດຂຶ້ນທີ່ ເມືອງ ເປີຍຫາຍ ແຂວງກວາງຊີ ທ່ານ ຫວັງອີ້ ທີ່ປຶກສາແຫ່ງ ລັດ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົ່ງສານຊົມເຊີຍໃຫ້ແກ່ກອງປະຊຸມເສວະນາ ຜູ້ຕາງໜ້າຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂອງ 6 ປະເທດ ສະມາຄົມມິດຕະພາບ ສື່ມວນຊົນ ແລະ ນັກການທູດຂອງ 5 ປະເທດລຸ່ມແມ່ນໍ້າຂອງກໍໄດ້ເຂົ້າຮ່ວມໃນກອງປະຊຸມ ເສວະນາຄັ້ງນີ້ໄດ້ອອກ “ຖະແຫຼງການຂອງປະທານ” ໂດຍມີເນື້ອໃນວ່າ ຈະຊຸກຍູ້ກໍ່ສ້າງກົນໄກ ເສວະນາ ດຶງດູດອົງການປົກຄອງທ້ອງຖິ່ນຂອງ 6 ປະເທດໃຫ້ເຂົ້າຮ່ວມຫຼາຍຂຶ້ນ ສ້າງເວທີໃໝ່ໃຫ້ ແກ່ການຮ່ວມມືຂອງອົງການປົກຄອງທ້ອງຖິ່ນໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຢຸນນານ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ເຈີ້ຈ່ຽງ ຈ່ຽງຊູ່ ຊຽງໄຮ ກຸ້ຍໂຈ ຈົງກິ່ງ ແລະ ແຂວງອື່ນໆຂອງຈີນ ໄດ້ຈັດກິດຈະກໍາກັບປະເທດລຸ່ມແມ່ນໍ້າຂອງເຊັ່ນ “ການແຂ່ງ ຂັນກະຕໍ້ຈີນ (Takraw China Open)” “ກິດຈະກໍາສັບປະດາໝາກໄມ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ-ເຈີ້ຈ່ຽງ” “ວັນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ-ຈ່ຽງຊູ່” “ເວທີເສວະນາ ແລກປ່ຽນໄວໜຸ່ມນັກສຶກສາ”ແລະ ກິດຈະກໍາຮ່ວມມືອື່ນໆທີ່ຫຼາກຫຼາຍສີສັນ ແຂວງຈົງກິ່ງ ຮີບ ຮ້ອນກໍ່ສ້າງ “ສູນຄົ້ນຄວ້າຮ່ວມມືພັດທະນາເຂດຊົນນະບົດຂອບການຮ່ວມມືແມ່ນໍ້າຂອງ -ແມ່ນໍ້າ ລ້ານຊ້າງ” ເວທີຮ່ວມມືແບບສາມມິຕິທີ່ປົກຄຸມຮອບດ້ານ ຫຼາຍພາກສ່ວນມີສ່ວນຮ່ວມທຸກລະ ດັບຊ່ວຍກັນຊຸກຍູ້ກໍາລັງປາກົດເປັນຮູບເປັນຮ່າງ.

ເຈັດ. ການຮ່ວມມືທາງການກະສິກຳປະສົບຜົນສຳເລັດ ແລະ ການຄ້າສິນຄ້າກະສິກຳກ້າວສູ່ຈຸດສູງ ສຸດໃໝ່ ອາຫານມີໄວ້ສຳລັບມະນຸດ ແລະ ການກະສິກຳເປັນສິ່ງດັ້ງເດີມ ຈີນ ແລະປະເທດແມ່ນ້ຳ ຂອງ ດຳເນີນການຮ່ວມມືທີ່ມີໝາກຜົນຕົວຈິງໃນດ້ານຕ່າງໆເຊັ່ນ:ການລົງທຶນດ້ານເສດຖະກິດ ແລະ ການຄ້າທາງການກະເສດ ການແລກປ່ຽນທາງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການ ສ້າງຂີດຄວາມສາມາດຊຸກຍູ້ໃຫ້ເກີດຄວາມທັນສະໄໜດ້ານການກະເສດ ແລະ ຊົນນະບົດໃນ ພາກພື້ນຕະຫຼອດຈົນການພັດທະນາເສດຖະກິດ ແລະ ສັງຄົມ ໃນປີ 2021 ປະລິມານການຄ້າ ລວມຂອງຜະລິດຕະພັນທາງການກະເສດລະຫວ່າງຈີນ ແລະ ປະເທດລຸ່ມແມ່ນ້ຳຂອງຈະຢູ່ທີ່ ປະມານ 28,2 ຕື້ໂດລາ ເພີ່ມຂຶ້ນ 18,6 % ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ເທດສະການໝາກໄມ້ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງຈັດຂຶ້ນຄັ້ງທຳອິດໃນນະຄອນຫຼວງປັກກິ່ງ, ໂດຍມີຈຸດປະສົງເພື່ອສົ່ງ ເສີມການລົງທຶນ ແລະ ການຄ້າໝາກໄມ້ໃນພາກພື້ນ ແລະ ການຮັດ ແໜ້ນການຮ່ວມມືໃນອຸດສາຫະກຳການກະເສດ. ກະຊວງກະສິກຳຂອງຈີນໄດ້ນຳພາດຳເນີນ ການຕາມໂຄງການຮ່ວມມືທາງການກະສິກຳ “ການເກັບກ່ຽວລ້ານຊ້າງ ແລະ ແມ່ນ້ຳຂອງ” ຈຳນວນ 13 ໂຄງການ ດຳເນີນການແລກປ່ຽນເຕັກໂນໂລຊີການກະເສດ ແລະ ການຮ່ວມມືໃນ ດ້ານຕ່າງໆເຊັ່ນ: ເຂົ້າ ຢາງທຳມະຊາດ ກ້ວຍ ການປ້ອງກັນ ແລະ ຄວບຄຸມພະຍາດສັດ ແລະ ພືດ ແລະ ອົບຮົມເຈົ້າໜ້າທີ່ກະສິກຳ ຊ່າງເຕັກນິກ ແລະ ນັກສຶກສາ ຊາວນາສຳລັບປະເທດລຸ່ມແມ່ນ້ຳ ຂອງຫຼາຍກວ່າ 1000 ເທື່ອຄົນ. ຈັດຕັ້ງ “ທຶນການສຶກສາດ້ານເຂົ້າ ແລະ ປະມົງແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ”ແລະລວບລວມ ແລະ ພີມຈຳໜ່າຍ“ລາຍງານການພັດທະນາການຮ່ວມມືທາງ ດ້ານກະສິກຳລ້ານຊ້າງ-ແມ່ນ້ຳຂອງ”. ສະຖາບັນວິທະຍາສາດຄວາມຮ້ອນແຫ່ງຊາດຈີນ ໄດ້ສົ່ງ

ເສີມເຕັກໂນໂລຊີທີ່ຄວບຄຸມການຟື້ນຟູສະພາບຜິວທີ່ຕາຍແລ້ວຂອງຕົ້ນຢາງ ເຊິ່ງສາມາດປະຢັດ ການສູນເສຍໃນປະເທດລາວໄດ້ເກືອບ 170 ລ້ານຢວນ(ປະມານ 2,7 ລ້ານໂດລາ)ຕໍ່ປີ ຖົ່ວເຫຼືອງ 3 ສາຍພັນທີ່ຄັດເລືອກໂດຍສະຖາບັນວິທະຍາສາດກະສິກໍາຈີນ ມີຜົນຜະລິດສະເລ່ຍຫຼາຍກວ່າ 200 ກິໂລກຣາມຕໍ່ເຮັກຕາ ໃນສວນສາທິດຂອງມຽນມາ.

ໝ່ວຍງານດ້ານການກະເສດຂອງຈີນ ແລະ ກຳປູເຈຍບັນລຸຂໍ້ຕົກລົງໃນບັນທຶກຄວາມເຂົ້າໃຈວ່າ ດ້ວຍການສົ່ງເສີມການຮ່ວມມືອຸດສາຫະກຳກ້ວຍ ໝ່ວຍງານດ້ານການກະສິກຳຂອງຈີນ ແລະ ຫວຽດນາມຈັດກິດຈະກຳປະສົມພັນ ປ່ອຍ ແລະ ອານຸລັກຮ່ວມກັນຄັ້ງທີ 4 ທີ່ປາກແມ່ນ້ຳເປ່ຍ ຫຼຸນ ໃນເມືອງຕົງຊິງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ລົງທຶນເພາະພັນປາ ແລະ ກຸ້ງໄປ ເກືອບ 56 ລ້ານໂຕ ການຮ່ວມມືທາງການກະເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້ບັນລຸການ ປ່ຽນແປງຈາກ “ການອອກຮາກແຕກໝໍ່” ເປັນ“ການເຕີບໃຫຍ່ຈະເລີນຮຸ່ງເຮືອງ”  ແລະ ຄວາມຝັນ ຂອງແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງໃນການສ້າງກະສິກຳທີ່ເຂັ້ມແຂງ ກະສິກຳທີ່ຮັ່ງມີ ແລະ ພື້ນທີ່ ຊົນນະບົດທີ່ສວຍງາມກຳລັງນັບມື້ນັບບັນລຸຜົນເປັນຈິງ.

ແປດ. ການຮ່ວມມືດ້ານຊັບພະຍາກອນນໍ້າ ແລະ ການປົກປັກຮັກສາສິ່ງແວດລ້ອມມີຜົນສຳເລັດ ພົ້ນເດັ່ນການຮັກສາຄວາມງາມຂອງ ນໍ້າໃສພູຂຽວ ມີຄ່າເທົ່າກັບພູເງິນພູຄຳ ຜ່ານການກອງປະ ຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 6 ໄດ້ຮັບ ຮອງເອົາ “ຖະເເຫຼງການຮ່ວມເພື່ອເພີ່ມທະວີການຮ່ວມມື ແລະ ການພັດທະນາແບບຍືນຍົງ ຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໂດຍສະເພາະ 6 ປະເທດຄວນເອົາໃຈໃສ່ເພີ່ມ ທະວີການຮ່ວມມືດ້ານຊັບພະຍາກອນນໍ້າ, ລະບົບນິເວດຈົນຮອດຂົງເຂດອື່ນໆ.

ສ້າງຮູບແບບການຂະຫຍາຍຕົວທາງເສດຖະກິດທີ່ເປັນມິດຕໍ່ສິ່ງແວດ ລ້ອມ ແລະ ການຂັບເຄື່ອນ ດ້ວຍນະວັດຕະກຳໃຫມ່ ຊ່ວຍໃຫ້ພາກພື້ນ ແລະ ເຂດແຄ້ວນຕ່າງໆມີການຟື້ນຟູທີ່ດີຂຶ້ນ ສ້າງພື້ນ ທີ່ໃຫ້ກາຍເປັນເຂດສີຂຽວຫຼາຍຂຶ້ນ ແລະ ມີຄວາມອັດສະລິຍະຍິ່ງຂຶ້ນເພື່ອສ້າງຄືນໃໝ່ພາຍຫຼັງ ເກີດພະຍາດລະບາດ.

ເເຫຼ່ງຊັບພະຍາກອນນໍ້າເປັນຊັບສິນອັນລໍ້າຄ່າຮ່ວມກັນຂອງ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ໃນເດືອນທັນວາ ປີ 2021 ເວທີປຶກສາຫາລືກ່ຽວກັບຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງຄັ້ງທີ 2 ໂດຍຜ່ານວີດີໂອທາງໄກໄດ້ຈັດຂຶ້ນຢ່າງສຳເລັດຜົນລັດຖະມົນຕີກະຊວງຊັບພະ ຍາກອນນໍ້າ ນັກຊ່ຽວຊານ ແລະ ນັກວິຊາການຈາກ 6 ປະເທດ ອົງການຈັດຕັ້ງສາກົນ ແລະ ສະຖາ ບັນຕ່າງໆທີ່ກ່ຽວຂ້ອງ ໄດ້ຮ່ວມກັນສົນທະນາແລກປ່ຽນປິ່ນອ້ອມຫົວຂໍ້ ປົກປັກຮັກສາຊັບພະຍາ ກອນນໍ້າ ແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ ຊົນລະປະທານໃນຊົນນະບົດ ແລະ ການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນຈົນ ແລະ ຄວາມຄິດເຫັນຕ່າງໆຢ່າງເລິກເຊິ່ງ ໄດ້ແບ່ງ ປັນປະສົບການການຮ່ວມມື ແລະ ວາງແຜນຮ່ວມມືໃນອະນາຄົດ ກອງປະຊຸມຄັ້ງນີ້ໄດ້ເຜີຍເເຜ່ ຂໍ້ລິເລີ່ມປັກກິ່ງ ເວທີປຶກສາຫາລືກ່ຽວກັບຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 ຝ່າຍຈີນຈະໃຊ້ຄວາມພະຍາຍາມສຸດຂີດເພື່ອຮັບປະກັນສະໜອງນໍ້າໃຫ້ກັບບັນດາປະເທດລຸ່ມ ແມ່ນໍ້າຂອງ, ສະໜອງ​ຂໍ້​ມູນ​ດ້ານ​ອຸ​ທົກ​ກະ​ສາດ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ຢ່າງ​ທັນ​ການ ແລະ ຮ່ວມກັນ ປະຕິບັດໂຄງການຮ່ວມມືຕ່າງໆກັບບັນດາປະເທດເເມ່ນໍ້າຂອງເຊັ່ນ: ແຜນປະຕິບັດງານແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ໂຄງການຟື້ນຟູແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເພື່ອຜົນປະໂຫຍດຂອງປະຊາ ຊົນ ໂຄງການສາທິດຮູບແບບການຮັກສາສາຍນໍ້າຂະໜາດນ້ອຍໃນເຂດລຸ່ມແມ່ນໍ້າ ແລະ ໂຄງ ການຮ່ວມມືອື່ນໆເພື່ອຮ່ວມກັນແກ້​ໄຂ​ສິ່ງ​ທ້າທາຍ​ກັບການ​ປ່ຽນ​ແປງຂອງດິນ​ຟ້າ​ອາກາດ ​ແລະ ປັບປຸງ​ຄວາມ​ສາມາດ​ໃນການຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນນ້ຳ​ຂອງ​ປະ​ເທດຕ່າງໆ.

ລະບົບນິເວດໄດ້ຊັກຈູງ ແລະ ສົ່ງເສີມບັນດາປະເທດຕ່າງໆໃຫ້ເກີດມີການຮ່ວມມືກັນເພື່ອໃຫ້ ເເຜນການພັດທະນາເປັນໄປດ້ວຍດີເເລະດົນນານ. 6ປະເທດໄດ້ເລັ່ງລັດປະຕິບັດ“ຍຸດທະສາດ ການຮ່ວມມືດ້ານສິ່ງແວດລ້ອມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ເເລະ “ແຜນການສີຂຽວແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ” ເສີມສ້າງການຮ່ວມມື ແລະ ແບ່ງປັນປະສົບການຮ່ວມກັນທາງດ້ານພະລັງ ງານສະອາດ ພະລັງງານໝູນວຽນ ຮ່ວມມືກັນສົ່ງເສີມເຂດສີຂຽວ ແລະການນໍາໃຊ້ກ໊າສຄາບອນ ໄດອັອກໄຊຕໍ່າ ເພື່ອພ້ອມກັນປົກປັກຮັກສາລະບົບນິເວດ“ເວທີການແບ່ງປັນຄວາມຮູ້ກ່ຽວກັບພື້ນ ຖານໂຄງລ່າງສີຂຽວ ແລະ ກ໊າສຄາບອນໄດອັອກໄຊຕໍ່າແບບຍືນຍົງ” ແລະ ໂຄງການ“ສົ່ງເສີມການ ທົດລອງການປັບປຸງຄຸ້ມຄອງລະບົບນິເວດເພື່ອຊີວິດການເປັນຢູ່ແບບຍືນຍົງ” ໄດ້ເລີ່ມຕົ້ນຂຶ້ນຢ່າງ ສະດວກໂລ່ງລ່ຽນດີ. “ເຂດສາທິດການນໍາໃຊ້ກ໊າສຄາບອນໄດອັອກໄຊຕໍ່າເມືອງສີຫານຸວິວ ລາຊະ ອານາຈັກກຳປູເຈຍ” “ເຂດສາທິດການນໍາໃຊ້ກ໊າສຄາບອນໄດອັອກໄຊຕໍ່າເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ສປປ ລາວ” ກຳລັງດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ.

ສະຖາບັນວິທະຍາສາດເເຫ່ງປະເທດຈີນ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງກຳປູເຈຍໄດ້ລົງນາມຂໍ້ ຕົກລົງບໍລິຈາກເຄື່ອງມືວິທະຍາສາດໃຫ້ແກ່ຫ້ອງທົດລອງດ້ານສິ່ງແວດລ້ອມຮ່ວມກັນຈີນ-ກຳປູ ເຈຍ ການພັດທະນາສີຂຽວ ການພັດທະນາແບບວົງກົມ ການພັດທະນາແບບກ໊າສຄາບອນໄດ ອັອກໄຊຕໍ່າຈະຊ່ວຍປົກປັກຮັກສາເຂດເນີນພູໃນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງກາຍເປັນດິນແດນທີ່ເຕັມໄປດ້ວຍຄວາມຜາສຸກ ແລະ ມີສຸຂະພາບ ແຂງແຮງເປັນເເຫຼ່ງທ່ອງທ່ຽວສໍາຄັນແຫ່ງໜຶ່ງ ທີ່ມີອິດທິພົນລະດັບສາກົນ.

ເກົ້າ. ການຮ່ວມມືພາກປະຊາຊົນນໍາຜົນປະໂຫຍດມາສູ່ທຸກຄອບຄົວ ຍຶດໝັ້ນປົກປ້ອງຄວາມຜາ ສຸກຂອງປະຊາຊົນປີ 2021 ສປ ຈີນ ແລະ ປະເທດລຸ່ມແມ່ນໍ້າຂອງໄດ້ຮັດແໜ້ນການຮ່ວມ ມືພາກ ປະຊາຊົນ ພະຍາຍາມເຮັດໃຫ້ໝາກຜົນຂອງການຮ່ວມມືນໍາປະໂຫຍດມາສູ່ປະຊາຊົນ 6 ປະ ເທດຫຼາຍຂຶ້ນ ພະຍາຍາມເພີ່ມຄວາມຮູ້ສຶກເຖິງຜົນສໍາເລັດ ແລະ ຄວາມສຸກໃຫ້ແກ່ປະຊາຊົນ ທຸກຊາດ ສະໜາມກິລາແຫ່ງຊາດກໍາປູເຈຍ ທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ມອບຮັບຢ່າງເປັນ ທາງການ ​ກາຍ​ເປັນ​ສັນຍາລັກ​ສຳຄັນ​ອີກ​ແຫ່ງໜຶ່ງ​ທີ່​ສະ​ແດງ​​ເຖິງ​ມິດຕະພາບຈີນ-ກຳປູເຈຍໂຄງ ການຊ່ວຍເຫຼືອຕິດຕັ້ງນໍ້າປະປາເຂດຊົນນະບົດໃນກໍາປູເຈຍໄລຍະທີ 2 ເລີ່ມເປີດນໍາໃຊ້ສາມາດ ແກ້ໄຂ ບັນຫາຂາດແຄນນໍ້າດື່ມ ແລະ ບັນຫາສຸຂະອະນາໄມນໍ້າຂອງປະຊາຊົນໃນເຂດຊົນນະບົດ ຢ່າງມີປະສິດທິພາບ.

ລັດຖະບານຈີນສໍາເລັດການຊ່ວຍເຫຼືອຕິດຕັ້ງແສງສະຫວ່າງໃນເຂດຕົວເມືອງນະຄອນຫຼວງວຽງ ຈັນ ກາຍເປັນຈຸດໝາຍເຊັກອິນຍາມຄໍ່າຄືນຂອງຊາວນະຄອນຫຼວງວຽງຈັນໂຄງການສ້ອມແປງ ປັບປຸງສະໜາມກິລາແຫ່ງຊາດມຽນມາທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ຖືກສົ່ງມອບໂຄງການ ປັບປຸງຍົກລະດັບສູນເຝິກອົບຮົມອຸດສາຫະກໍາມັນດາເລທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ເລີ່ມ ລົງມື.

ສປ ຈີນ ແລະ ສສ. ຫວຽດນາມ ໄດ້ຮ່ວມກັນຈັດ “ສໍາມະນາປະສົບການຫຼຸດຜ່ອນຄວາມທຸກຍາກ ທາງອອນລາຍ” ເພື່ອຊ່ວຍໃຫ້ການພັດທະນາແບບຢືນຍົງໃນເຂດຊາຍແດນລະຫວ່າງສອງປະ ເທດປາກົດຜົນເປັນຈິງ ສປ ຈີນ ແລະປະເທດລຸ່ມແມ່ນໍ້າຂອງກະຕືລືລົ້ນພັດທະນາການຮ່ວມມື ດ້ານການຄຸ້ມຄອງໄພພິບັດ ໄດ້ຈັດງານ “ກອງປະຊຸມວິຊາການເພີ່ມທະວີການເຕືອນໄພລ່ວງໜ້າ ໄພພິບັດຫຼາຍຮູບແບບ ແລະ ຕ່ອງໂສ້ໄພພິບັດລະຫວ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ” ຮ່ວມກັບ ສປປ ລາວ ກໍາປູເຈຍ ແລະ ປະເທດອື່ນໆສ້າງການຮ່ວມມືດ້ານການ ຕ້ານ, ຫຼຸດຜ່ອນ ແລະ ຊ່ວຍເຫຼືອສຸກເສີນທາງໄພພິບັດ ຊຸກຍູ້ການຮ່ວມມືດ້ານການຄຸ້ມຄອງໄພ ພິບັດໃຫ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ຮັບປະກັນການພັດທະນາເສດຖະກິດຂອງແຕ່ລະປະເທດ ແລະ ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ກິດຈະກໍາການກຸສົນ “ຈົດໝາຍແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ” ຈັດຂຶ້ນທີ່ປະເທດກໍາປູເຈຍ ສ້າງ “ຈົດໝາຍແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ” ທີ່ປະເທດໄທ ບໍລິຈາກຫ້ອງສະໝຸດເພື່ອເປີດໂລກກະທັດແຫ່ງການຮຽນຮູ້.

ສິບ. ການແລກປ່ຽນດ້ານມະນຸດຊາດມີຈຸດເດັ່ນສີສັນຫຼາກຫຼາຍ ພື້ນຖານການເຊື່ອມໂຍງດ້ານ ຈິດໃຈປະຊາຊົນມີຄວາມແໜ້ນແຟ້ນ ປະເທດຈີນ ແລະ ບັນດາປະເທດແມ່ນໍ້າຂອງມີມະນຸດ ຊາດເຊື່ອມໂຍງກັນ ການໄປມາຫາສູ່ກັນຢ່າງໄມຕິຈິດລະຫວ່າງປະຊາຊົນແມ່ນມີມາແຕ່ດົນ ນານແລ້ວ ປີ 2021 ໂດຍປະເຊີນໜ້າກັບການທົດສອບອັນໜັກໜ່ວງຈາກພະຍາດໂຄວິດ-19 ການຮ່ວມມືແລກປ່ຽນກັນໃນຂົງເຂດສັງຄົມມະນຸດຊາດຂອງຫົກປະເທດ ບໍ່ໄດ້ມີການກົດປຸ່ມ “ຢຸດຊົ່ວຄາວ” ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໄວຂອງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະ ຄວາມມີຊີວິດຊີວາແຫ່ງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ໜ້າຊົມເຊີຍ.

ປີ 2021 ເປັນປີແຫ່ງການລິເລີ່ມການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄົບຮອບ 5 ປີ ທ່ານ ຫວາງອີ້(Wang Yi) ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ຂຽນບົດຄວາມ ລົງນາມທີ່ມີຊື່ວ່າ “ສູ້ຊົນ 5 ປີຮັບໝາກຜົນອຸດົມສົມບູນ ສືບຕໍ່ຈາກອະດີດ ບຸກເບີກອະນາຄົດ ໃໝ່ ” ລົງພິມຢູ່ “ໜັງສືພິມລາຍວັນປະຊາຊົນ”(People’s Daily) ໄດ້ເຂົ້າຮ່ວມພິທີສະຫຼອງການລິ ເລີ່ມການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄົບຮອບ 5 ປີ ແລະ ງານລ້ຽງ “ສັບປະດາແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ” ປະຈໍາປີ 2021 ພ້ອມກັບທູດຂອງຫ້າປະເທດແມ່ນໍ້າຂອງປະຈໍາ ສປ ຈີນ. ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດແມ່ນໍ້າຂອງ ໄດ້ຕີລາຄາສູງຕໍ່ໝາກຜົນອັນພົ້ນ ເດັ່ນໃນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະ ການປະກອບສ່ວນຕໍ່ການພັດທະນາຂອງ ເສດຖະກິດສັງຄົມພາກພື້ນ ໂດຍຜ່ານວິທີການອອກບົດຄວາມລົງນາມ ສົ່ງສານອວຍພອນ ແລະ ອື່ນໆ ໄດ້ກ່າວວ່າ ຍິນດີສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍຈີນ ຊຸກຍູ້ການກໍ່ສ້າງກົນໄກ ລົງເລິກການຮ່ວມມືຕິດແທດຄວາມຈິງ ເພື່ອສ້າງຄວາມຜາສຸກແກ່ປະຊາຊົນໃຫ້ດີຂຶ້ນ ບັນດາກະ ຊວງທະບວງກົມຂັ້ນສູນກາງຂອງ 6 ປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນ ໄດ້ຮ່ວມກັນ ຈັດຕັ້ງກອງປະຊຸມສໍາມະນາ ການຂຽນບົດຄວາມສື່ມວນຊົນ ການວາງສະແດງສາຍຮູບເງົາ ການ ຟື້ນຟູຊົນນະບົດ ງານແຂ່ງ ຂັນສ້າງທຸລະກິດໃໝ່ໄວໜຸ່ມ ແລະ ກິດຈະກໍາສະຫຼອງອື່ນໆທີ່ມີສີສັນ ອຸດົມສົມບູນເກືອບ 60 ລາຍການ.

“ກອງປະຊຸມສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງ ປະຊຸມສໍາມະນາການທ່ອງທ່ຽວວັດທະນະທໍາເຈົ້າຄອງນະຄອນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໄດ້ຈັດຂຶ້ນຢູ່ທີ່ນະຄອນຈົງກິ່ງຮ່ວມກັນປຶກສາຫາລືມາດຕະການການຟື້ນຟູຂະແໜງວັດທະນະ ທໍາ ແລະ ການທ່ອງທ່ຽວພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄລຍະຫຼັງພະຍາດໂຄວິດ-19“ກອງປະຊຸມສົນທະນາຕົວເມືອງລືຊື່ດ້ານວັດທະນະທໍາປະຫວັດສາດຂອງປະເທດແມ່ນ້ຳຂອງ- ແມ່ນ້ຳລ້ານຊ້າງ” ໄດ້ສຸມໃສ່ປະເພນີອັນຍາວນານ ແລະ ສະພາບການພັດທະນາໃນປັດຈຸບັນຂອງ ຕົວເມືອງລືຊື່ດ້ານວັດທະນະທໍາປະຫວັດສາດຂອງຫົກປະເທດເຕົ້າໂຮມຄວາມຄິດເອກະພາບໃນ ການຮ່ວມມື ຮ່ວມກັນວາງແຜນອະນາຄົດແຫ່ງການພັດທະນາ. “ຮ່ວມດື່ມນໍ້າສາຍດຽວກັນ ຮ່ວມບັນລະຍາຍສາຍພົວພັນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ກິດຈະກໍາສໍາພາດຂະໜາດໃຫຍ່ ຂອງສື່ມວນຊົນຈີນ ແລະ ຕ່າງປະເທດ ການເດີນທາງໄລຍະໄກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2021 ໄດ້ຈັດຂຶ້ນຢູ່ທີ່ສອງເຂດແຂວງ ຄືແຂວງຊິງໄຫ(Qinghai Province) ເຂດປົກຄອງ ຕົນເອງຕິເບດ(Tibet Autonomous Region)ໄດ້ສະແດງໃຫ້ເຫັນເຖິງໝາກຜົນແຫ່ງການອະ ນຸລັກລະບົບນິເວດຕອນເທິງແມ່ນໍ້າລ້ານຊ້າງ ແລະ ການບຸກທະລຸອອກຈາກຄວາມທຸກຍາກ ສົ່ງເສີມການແລກປ່ຽນຫຼອມລວມກັນດ້ານວັດທະນະທໍາຂອງປະເທດຕາມລ້ອງແມ່ນໍ້າ. “ງານແຂ່ງຂັນອອກແບບໂປສເຕີສາກົນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ2021” ໄດ້ຈັດຂຶ້ນຢ່າງມີຜົນສໍາເລັດດີ ດຶງດູດເອົານັກອອກແບບທີ່ດີເດັ່ນຂອງແຕ່ລະປະເທດແຂ່ງ ຂັນ ກັນເຂົ້າຮ່ວມ. “ສັບປະດາໂທລະພາບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງປີ 2021” ໄດ້ຈັດ ຂຶ້ນຢູ່ທີ່ ນະຄອນຄຸນໝິງ ແຂວງຢຸນນານ ໄດ້ເປີດສາຍຜົນງານໂທລະພາບວິທະຍຸກະ ຈາຍສຽງທີ່ດີ ເດັ່ນຂອງຫົກປະເທດ ສຸມກໍາລັງໃສ່ໃນການໂຄສະນາເຜີຍແຜ່ວັດທະນະທໍາແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງທີ່ “ສະເໝີພາບຕໍ່ກັນ ຊື່ສັດຊ່ວຍເຫຼືອເຊິ່ງກັນ ຮັກແພງເໝືອນຄອບຄົວດຽວກັນ”.

error: Content is protected !!