ຈະຈັດງານມະຫະກຳສົ່ງເສີມແຮງງານລາວປີ 2022 ໃນກາງເດືອນໜ້ານີ້

    ພິທີຖະແຫຼງຂ່າວການຈັດງານມະຫະກຳສົ່ງເສີມແຮງງານລາວປີ 2022 ຈັດຂຶ້ນວັນທີ 10 ກຸມພາ 2022 ທີ່ສະພາການຄ້າ ແລະ ອຸດສາກະກຳແຫ່ງຊາດລາວ ເປັນກຽດຖະແຫຼງໂດຍທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີທ່ານ ສຸລິສັກ ສຸພັນທອງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ວັນນະເລກ ເຫຼື້ອງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານນາງ ຈັນເພັນ ມະນີແສງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໄຊບັນດິດ ຣາຊະພົນ ກ່າວວ່າ ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ວຽກເຮັດງານທຳໃຫ້ກັບແຮງງານທີ່ວ່າງງານ ແລະ ຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົນຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີສ່ວນຮ່ວມສຳຄັນໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ສູນເຝິກອົບຮົມ ສະມາຄົມທຸລະກິດທີ່ກ່ຽວຂ້ອງ ອົງກອນຜູ້ໃຫ້ການສະໜັບສະໜູນ ແລະ ຜູ້ໃຊ້ແຮງງານ ນອກຈາກນີ້ ຍັງເປັນການເປີດກວ້າງໃຫ້ແກ່ຜູ້ປະກອບການ ແລະ ແຮງງານໄດ້ພົບປະແລກປ່ຽນເຊິ່ງກັນ ແລະ ກັນ ສົ່ງເສີມການສ້າງວຽກເຮັດງານທຳໃຫ້ກັບແຮງງານທີ່ວ່າງງານ ຍົກລະດັບສີມືການເຮັດວຽກດ້ວຍການເຝິກອົບຮົມຕ່າງໆ ເປັນເວທີແລກປ່ຽນປະສົບການ ເຜີຍແຜ່ແນວທາງການພັດທະນາສີມືແຮງງານຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເປັນເວທີໃຫ້ນັກສຶກສາໄດ້ມີການແລກປ່ຽນບົດຮຽນເພື່ອກຽມເຂົ້າສູ່ຕະຫຼາດແຮງງານ ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ນະໂຍບາຍກ່ຽວກັບການຈ້າງງານ.

    ພາຍໃນງານຈະມີກິດຈະກຳຫຼາຍຢ່າງເຊັ່ນ ຮ່ວມສົນທະນາ ເຝິກອົບຮົມ ໃຫ້ຄວາມຮູ້ ສ້າງແຮງງານບັນດານໃຈ ຊ່ວຍເຫຼືອໃນການພັດທະນາທັກສະ ແລະ ຍົກລະດັບສີມືແຮງງານ ວາງສະແດງ ແລະ ສາທິດດ້ານທັກສະສີມືແຮງງານ ເວທີສ້າງຄວາມຮູ້ໃຫ້ແກ່ສັງຄົມ ແຂ່ງຂັນສີມືແຮງງານ ປະກາດໂຄງການສົ່ງເສີມສີມືແຮງງານຕ່າງໆ ການພົບປະລະຫວ່າງອົງກອນ ເຂດເສດຖະກິດ ຫົວໜ່ວຍທຸລະກິດ ຜູ້ວ່າງງານທີ່ສົນໃຈແບບເປີດກວ້າງ ການສະໜັບສະໜູນທຶນການສຶກສາເພື່ອສ້າງແຮງງານໃຫ້ມີຄຸນນະພາບ ແລະ ອື່ນໆ. ງານດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 16-20 ມີນາ 2022 ທີ່ຈະມາເຖິງນີ້ ທີ່ສູນການຄ້າວຽງຈັນເຊັນເຕີ້

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!