ໂຄສະນາເຜີຍແຜ່ ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ

ເພື່ອ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ແຈ້ງ​ການ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ ຄວບ​ຄຸມ ແລະ ກຽມ­ພ້ອມ​ຮອບ­ດ້ານ​ຕ້ານ​ພະ­ຍາດ COVID-19 ທັງ​ເຮັດ​ໃຫ້​ພະ­ນັກ­ງານ ແລະ ວິ­ຊາ​ການ ຮັບ​ຮູ້ ແລະ ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ-ທົ່ວ​ເຖິງ​ຕໍ່​ຜົນ​ຮ້າຍ ວິ­ທີ​ປ້ອງ​ກັນ ການ​ຄວບ​ຄຸມ ແລະ ນຳ​ເອົາ​ບົດ­ຮຽນ​ດັ່ງ­ກ່າວ​ໄປ​ເຜີຍ­ແຜ່​ຕໍ່​ພະ­ນັກ­ງານ-ນັກ­ຮົບ​ໃນ​ກົມ​ກອງ ປະ­ຊາ­ຊົນ ໃນ​ການ​ຕ້ານ ແລະ ປ້ອງ​ກັນ​ພະ­ຍາດ COVID-19 ວັນ​ທີ 13 ພຶດ­ສະ­ພາ 2020 ສະ​ຖາ​ບັນ​ອະ­ນາ­ໄມ ປ້ອງ​ກັນ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ​ກອງ­ທັບ ໄດ້​ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ຢູ່​ກອງ​ບັນ­ຊາ​ການ​ທະ­ຫານ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ມີ​ທ່ານ ພົນ​ຈັດ­ຕະ­ວາ ສີ​ພອນ ຈັນ​ສົມ​ວົງ ຫົວ­ໜ້າ​ການ­ເມືອງ ກອງ​ບັນ­ຊາ​ການ​ທະ­ຫານ ນວ ທ່ານ ພັນ​ເອກ ສີ ທະ­ວີ​ໄຊ ຫົວ­ໜ້າ​ການ​ທະ­ຫານ ກອງ​ບັນ­ຊາ​ການ​ທະ­ຫານ ນວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ຮ້ອຍ​ໂທ ນາງ ມະ​ໄລ​ວັນ ເລົ່າ ວິ­ຊາ​ການ​ສະ​ຖາ​ບັນ​ອະ­ນາ­ໄມ ປ້ອງ​ກັນ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ​ກອງ­ທັບ ໄດ້​ຍົກ​ໃຫ້​ເຫັນ​ໂຄງ​ຮ່າງ​ການ​ປະ­ກອບ​ສ້າງ​ຂອງ​ເຊື້ອ​ພະ­ຍາດ COVID-19 ໃນ​ຮູບ​ຮ່າງ​ລັກ­ສະ­ນະ​ການ​ກໍ່​ໂຕ ແຜ່​ລະ­ບາດ​ຂອງ​ເຊື້ອ​ດັ່ງ­ກ່າວ ເສັ້ນ­ທາງ​ການ​ຕິດ­ຕໍ່​ເກີດ​ຈາກ​ທາງ​ເດີນ​ຫາຍ­ໃຈ ເຊິ່ງ​ຈະ​ມີ​ອາ­ການ​ໄຂ້ ໄອ ຈາມ ນ້ຳ​ມູກ​ຍ້ອຍ ແລະ ມີ​ໄລ­ຍະ​ການ​ບົ່ມ​ເຊື້ອ 2-14 ວັນ ພະ­ຍາດ​ສະ​ນິດ​ນີ້​ຈະ​ບໍ່​ສາ­ມາດ​ຂະ­ຫຍາຍ­ຕົວ​ໄດ້​ດົນ ຕໍ່​ກັບ​ສິ່ງ​ທີ່​ບໍ່​ມີ​ຊີ­ວິດ ກໍ­ລະ­ນີ​ທີ່​ທຸກ​ຄົນ​ອອກ​ຈາກ​ບ້ານ​ທຸກ​ຄັ້ງ ຕ້ອງ​ໄດ້​ມີ​ວິ­ທີ​ການ​ປ້ອງ​ກັນ​ຢ່າງ​ຖີ່​ຖ້ວນ ເປັນ­ຕົ້ນ ຕ້ອງ​ໃຊ້​ນ້ຳ​ຢາ​ລ້າງ​ມື​ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ເຫຼົ້າ 70% ຂຶ້ນ​ໄປ ໃສ່​ຜ້າ​ອັດ​ປາກ-ດັງ ຫຼີກ​ລ່ຽງ​ໄປ​ສະ­ຖານ­ທີ່​ທີ່​ມີ​ຄົນ​ແອ​ອັດ ກິນ​ອາ­ຫານ​ທີ່​ປຸງ​ສຸກ​ສະ­ອາດ ນຳ​ໃຊ້​ບ່ວງ​ກາງ ຢຸດ​ການ​ເດີນ­ທາງ​ນຳ​ໃຊ້​ລົດ​ສາ­ທາ­ລະ­ນະ ຫ້າມ​ໃຊ້​ອຸ­ປະ­ກອນ​ເຄື່ອງ­ນຸ່ງ​ຫົ່ມ​ຮ່ວມ​ກັນ ຫ້າມ​ທັກ​ທາຍ​ກັນ​ດ້ວຍ​ການ​ສຳ­ຜັດ​ມື ຄວນ​ຮັກ­ສາ​ໄລ­ຍະ​ຫ່າງ ແລະ ກວດ​ອຸນ­ຫະ­ພູມ​ເປັນ​ປະ­ຈຳ ເພາະ​ພະ­ຍາດ​ນີ້​ເປັນ​ພະ­ຍາດ​ທີ່​ອັນ­ຕະ­ລາຍ​ຮ້າຍ​ແຮງ ບໍ່​ທັນ​ມີ​ຢາ​ວັກ​ແຊັງ​ປີ່ນ​ປົວ ກໍ­ລະ­ນີ​ມີ​ອາ­ການ​ໄຂ້ ໄອ​ຕ່າງໆ ຕ້ອງ​ມີ​ການ​ແຍກ​ຕົວ​ອອກ ຕິດ­ຕາມ​ອາ­ການ ແລ້ວ​ລາຍ​ງານ​ເຖິງ​ໜ່ວຍ​ງານ​ສະ­ເພາະ​ກິດ​ທີ່​ກ່ຽວ­ຂ້ອງ ຮັບ​ການ​ຮັກ­ສາ​ຕາມ​ອາ­ການ.

ໂອ­ກາດ​ນີ້ ທ່ານ ພັນ​ໂທ ມອນ​ຕາ­ວັນ ເລືອງ​ສອນ ຮອງ​ຫົວ­ໜ້າ​ຫ້ອງ​ພະ­ລາ­ທິ­ການ​ທະ­ຫານ ນວ ຍັງ​ໄດ້​ເຜີຍ­ແຜ່​ເອ­ກະ­ສານ​ແບບ​ຮ່າງ ສະ­ຫຼຸບ​ບັນ­ຊີ​ສະ­ຖິ­ຕິ​ຊັບ​ສິນ​ຂອງ​ລັດ ປະ­ເພດ​ພາ­ຫະ­ນະ ວັດ­ຖຸ​ອຸ­ປະ­ກອນ​ທີ່​ດິນ ແລະ ສິ່ງ​ປຸກ​ສ້າງ​ຂອງ​ລັດ ທີ່­ຢູ່​ໃນ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ທັງ​ໝົດ​ຂອງ​ກອງ​ບັນ­ຊາ​ການ​ທະ­ຫານ ນວ ຕື່ມ​ອີກ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!