ໂຈນໃຈບາບ ພ້ອມກັນຂີ່ລົດຈັກຫາເລາະລັກເງິນວັດ ເອົາເງິນໄປຊື້ຢາບ້າ ແລະ ຫຼີ້ນເກມ

   ທ່ານ ພັຕ ພອນໄຊ ອ່າງມັດສາ ຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 11 ກຸມພາ 2022 ເວລາ 11:30 ທາງເຈົ້າໜ້າທີ່ວິຊາສະເພາະ ສາມາດໄດ້ກັກຕົວເປົ້າໝາຍລັກຊັບໄດ້ຈຳນວນ 2 ຄົນ ຄື: ທ້າວ ຄວາຍຄໍ ອາຍຸ 35 ປີ ຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ້າວ ກ໋ອກ ໄຊຍະວົງ ອາຍຸ 35 ປີ ອາຊີບກຳມະກອນ ບ້ານດົງໂພນເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

    ເຄື່ອງຂອງກາງທີ່ເຈົ້າໜ້າທີ່ກວດພົບ ປະກອບມີ: ລົດຈັກ 2 ຄັນ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ແລະ ບໍ່ມີປ້າຍທະບຽນ ເງິນກີບ 1.200.000 ກີບ ແຫວນຄ້າຍຄືຄໍາ 1 ວົງ ຕຸ້ມຫູຄ້າຍຄື 1 ຄູ່ ເສື້ອລາຍ ແລະ ໝວກກໍ່ສ້າງສີເຫຼືອງ. 

    ຜ່ານການສືບສວນ-ສອບສວນ ພວກກ່ຽວໃຫ້ການຮັບສາລະພາບວ່າ: ໄດ້ກໍ່ເຫດລັກຊັບຢູ່ວັດມາແລ້ວ 4 ຄັ້ງຄື: ຄັ້ງທີ 1 ວັນທີ 31 ຕຸລາ 2021 ເວລາປະມານ 15 :00 ໂມງ ພວກກ່ຽວຂີ່ລົດຈັກເວບຈີນ ສີດຳ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປປະຕູດ້ານຫຼັງວັດບ້ານສົມສະໜຸກ ແລະ ໄປງັດກຸດຕິວັດລັກເອົາຊັບສິນມີຄື: ເງິນກີບຈຳນວນ 9.300.000 ກີບ ເງິນບາດຈໍານວນ 10.000 ບາດ ເງິນໂດລາຈຳນວນ 100 ໂດລາ ພາຍຫຼັງໄດ້ຊັບສິນແລ້ວ ຈຶ່ງໄດ້ແບ່ງປັນກັນເງິນທີ່ໄດ້ມາຊື້ຢາບ້າ ແລະ ຫຼິ້ນເກມຈົນເງິນໝົດ.

    ຄັ້ງທີ 2 ໃນໄລຍະເດືອນພະຈິກ ປີ 2021 ພວກກ່ຽວໄດ້ຂັບຈີ່ລົດເວບຈີນ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປລັກຊັບຢູ່ວັດບ້ານຊຽງດາ ( ວັດທຳກຽນ) ເມືອງໄຊເສດຖາ ໄດ້ຊັບສິນມີຄື: ເງິນບາດ 13.000 ບາດ ເງິນໂດລາ 57 ໂດລາ ເງີນກີບ 5.700.000 ກີບ ເມື່ອໄດ້ຊັບສິນແລ້ວ ພາກັນຂີ່ລົດ ເອົາຕົວຫຼົບໜີມາບ້ານ ດົງໂພນເລົ່າ ແລ້ວເອົາເງິນມາແບ່ງປັນກັນ.

   ຄັ້ງທີ 3 ໃນເດືອນ ພະຈິກ ປີ 2021 ເວລາ 8:00 ໂມງ ພວກກ່ຽວໄດ້ພະຍາຍາມກໍ່ເຫດເຂົ້າໄປລັກຊັບຢູ່ວັດບ້ານ ດົງຄຳຊ້າງ ແຕ່ໃນເວລາດຽວກັນ ໄດ້ມີຈົວນ້ອຍພົບເຫັນ ພວກກ່ຽວຈຶ່ງໄດ້ພາກັນເອົາຕົວຫຼົບໜີ ບໍ່ໄດ້ຊັບສິນຫຍັງ ຄັ້ງທີ 4 ໃນວັນທີ 9 ກຸມພາ 2022 ເວລາ ປະມານ 18:20 ພວກກ່ຽວ ໄດ້ເຂົ້າໄປງັດກຸດຕິວັດ ບ້ານດອນດູ່ ໄດ້ເງິນ 8.400.000 ກີບ ເງິນບາດ 1.000 ບາດ ພ້ອມໂທລະສັບ 1 ໜ່ວຍ

ເງິນທີ່ໄດ້ຈາກການລັກແຕ່ລະຄັ້ງແມ່ນໄດ້ເອົາມາແບ່ງປັນກັນ ແລະ ຊື້ຢາບ້າມາເສບ ແລະ ຫຼິ້ນເກມຈົນ  ໝົດ.

error: Content is protected !!