ຄົ້ນຄວ້າຂໍ້ມູນກະກຽມເຂົ້າຮ່ວມກອງປະຊຸມ APRC

    ເພື່ອເປັນການກະກຽມຂໍ້ມູນໃຫ້ແກ່ກອງປະຊຸມ APRC ປະຈໍາພາກພື້ນອາຊີ ແລະ ປາຊີຟີກ ຂອງອົງການ FAO ຄັ້ງທີ 36 ປະຈຳປີ 2022  ທີ່ຈະຈັດຂຶ້ນວັນທີ 8-11 ມີນາ 2022 ຢູ່ເມືອງດາກາ ປະເທດບັງກະລາເທດ ທັງເປັນການປືກສາຫາລືກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງ ເປັນຕົ້ນ ຜົນກະທົບຈາກການລະບາດພະຍາດໂຄວິດ-19 ການປ່ຽນແປງຂອງດິນຟ້າອາກາດ ສຸຂະພາບໜຶ່ງດຽວ ການຫັນເປັນດິຈີຕ໋ອນໃນຕ່ອງໂສ້ຄຸ່ນຄ່າ ແລະ ຊີວະນາໆພັນໃຫ້ມີປະສິດທິຜົນ.

   ວັນທີ 18 ກຸມພາ 2022 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປືກຫາລື ເພື່ອກະກຽມເຂົ້າຮ່ວມກອງປະຊຸມດັ່ງກ່າວຂຶ້ນຜ່ານລະບົບທາງໄກ ໂດຍເປັນປະທານຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກບັນດາກະຊວງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. 

   ທ່ານ ທອງພັດ ວົງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມສຳຄັນ ແລະ ຖືເອົາເປັນການຮ່າງຫາກະກຽມ ປຶກສາຫາລືບັນດາຂໍ້ມູນທີ່ສຳຄັນຈາກພາກສ່ວນທີ່ກ່ຽວຂ້ອງຂອບເຂດທົ່ວປະເທດ  ເຊິ່ງຈະໄດ້ທົບທວນເຖິງບັນດາຂໍ້ບູລິມະສິດຂອງກອງປະຊຸມໃນລະດັບພາກພື້ນ ແລະ ທົບທວນຄືນເຖິງຂໍ້ເຊື່ອມໂຍງທີ່ຕິດພັນກັບບັນດາບູລິມະສິດຂອງວາລະແຫ່ງຊາດ ປືກສາຫາລືກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງ ເປັນຕົ້ນ ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງແມ່ນໜຶ່ງໃນສິ່ງທ້າທາຍອັນສຳຄັນ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງລະບົບສະບຽງອາຫານໃນພາກພື້ນ ແລະ ທົ່ວໂລກ ເພາະວ່າຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແມ່ນປັດໄຈອັນສຳຄັນຕໍ່ຄວາມຍືນຍົງຂອງລະບົບສະບຽງອາຫານ ພ້ອມນັ້ນ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບດັ່ງກ່າວ ຍັງແມ່ນຄວາມຈຳເປັນທີ່ຕ້ອງໄດ້ຮຽນຮູ້ ເຂົ້າໃຈ ແລະ ບໍລິຫານຈັດການຢ່າງຖືກຕ້ອງ  ເຊິ່ງປະເທດຂອງພວກເຮົາກໍເປັນໜຶ່ງໃນຫຼາຍປະເທດທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ຕໍ່ການປ່ຽນແປງຂອງດິນຟ້າອາກາດໃນຫຼາຍປີທີ່ຜ່ານມາ ສົ່ງຜົນກະທົບເກີດມີໄຟນໍ້າຖ້ວມ ໄຟແຫ້ງແລ້ງ ແລະ ອື່ນໆ.

      ດັ່ງນັ້ນ ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງສຸມໃສ່ປະກອບຄຳຄິດເຫັນເຂົ້າໃນກອງປະຊຸມຢ່າງສ້າງສັນ ມີເຫດຜົນ ພ້ອມທັງຍົກໃຫ້ເຫັນບັນດາການນຳສະເໜີຂໍ້ຄິດເຫັນຢ່າງຖືກຕ້ອງ ທີ່ແນໃສ່ບັນດາຫົວຂໍ້ການຮັບມືໃນການແຜ່ລະບາດຂອງພະຍາດໂຄວິດ-19 ການປ່ຽນແປງດິນຟ້າອາກາດ ໃນການປັບປຸງລະບົບສະບຽງອາຫານໃນຂອບເຂດທົ່ວປະເທດ ເຊັ່ນດຽວກັນກັບວຽກງານ ສຸຂະພາບໜຶ່ງດຽວ (One Health) ແລະ ມູນຄ່າຕ່ອງໂສ້ທີ່ຕິດພັນກັບຂະແໜງກະສິກຳ ທີ່ສົ່ງຜົນໄດ້ຮັບອັນດີໃຫ້ແກ່ປະຊາຊົນລາວ ນັບມື້ຫຼາຍຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!