ປີ 2020 ກຳລັງ​ຈະ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ບັນທຶກ​ອຸນຫະພູມ​ກັນ​ມາ​ຕະຫຼອດ 140 ປີ

    ອົງ​ກອນ NOAA (The National Oceanic and Atmospheric Administration) ເປິດ​ເຜີຍ​ວ່າ ໃນ​ປີ 2020 ປີ​ນີ້ ອາດ​ກາຍເປັນ​ປີ​ທີ່​ຮ້ອນ​ສຸດ​ໃນ​ປະຫວັດສາດ​ໂລກ​ນັບ​ຕັ້ງແຕ່​ມີ​ການ​ບັນທຶກ​ສະຖິຕິ​ກັນ​ມາ ໃນ​ລາຍ​ງານ​ທີ່​ເປິດ​ເຜີຍ​ຍັງ​ມີ​ການ​ຄາດ​ການ​ວ່າ ປີ​ນີ້​ມີ​ໂອກາດ​ເຖິງ 75% ທີ່​ຈະ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ປະຫວັດສາດ​ໂລກ ຕັ້ງແຕ່​ມີ​ການ​ເລີ່ມ​ບັນທຶກ​ມາ​ໃນ​ປີ 1880 ທຳລາຍ​ສະຖິຕິ​ຂອງ​ເມື່ອ 4 ປີ​ທີ່​ຜ່ານ​ມາ.

    ໂດຍ 3 ເດືອນ​ທຳ​ອິດ​ຂອງ​ປີ 2020 ກໍ​ສ້າງ​ສະຖິຕິ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ເປັນ​ອັນ​ດັບ 2 ແລ້ວ ໂດຍ​ອຸນຫະພູມ​ທີ່​ຮ້ອນ​ຂຶ້ນ​ໃນ​ປີ​ນີ້ ເປັນ​ເລື່ອງ​ທີ່​ຜິດ​ປົກກະຕິ ເພາະ​ຍັງ​ບໍ່ເກີດ​ປາກົດການ​ເອ​​ລ​ນີ​ໂຍ (ຮູບ​ແບບ​ສະພາບ​ອາກາດ​ທີ່​ເກີດ​ຂຶ້ນ​ຕະຫຼອດ​ມະຫາ​ສະໝຸດ​ປາ​ຊິ​ຟິກ​ເຂດ​ຮ້ອນ ໂດຍ​ເກີດ​ຂຶ້ນ​ສະເລ່ຍ​ທຸກ 5 ປີ ໂດຍ​ຈະ​ເກີດ​ການ​ປ່ຽນແປງ​ໃນ​ອຸນຫະພູມ​ຜິວ​ນ້ຳ​ທະເລ​ຂອງ​ມະຫາ​ສະໝຸດ​ປາ​ຊິ​ຟິກ​ຕາເວັນ​ອອກ) ຊຶ່ງ​ເປັນ​ເຫດຜົນ​ຫຼັກ​ທີ່​ຈະ​ທີ່​ເຮັດ​ໃຫ້​ອຸນຫະພູມ​ໂລກ​ຮ້ອນ​ຂຶ້ນ​ຕະຫຼອດ​ມາ.

    ຜົນ​ຂອງ​ການ​ຄາດ​ການ​ຂອງ NOAA ເຖິງ​ອຸນຫະພູມ​ປະຈຳ​ປີ ເປີດເຜີຍ​ວ່າ​ຈົນ​ເຖິງ​ຕອນ​ນີ້ ປີ 2020 ກໍ​ເປັນ​ປີ​ທີ່​ສະຖິຕິ “ຮ້ອນ​ທີ່​ສຸດ” ເທົ່າ​ທີ່​ເຄີຍ​ບັນທຶກ​ກັນ​ມາ ຕິດ​ອັນ​ດັບ 1 ໃນ 10 ຂອງ​ອັນ​ດັບ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ໂລກ​ໄປ​ແລ້ວ (ມີ​ໂອກາດ​ຈະ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ 74,67% ມີ​ໂອກາດ​ເປັນ 1 ໃນ 5 ຂອງ​ອັນ​ດັບ​ປີ​ທີ່​ຮ້ອນ​ທີ່​ສຸດ 99,94% ແລະ ມີ​ໂອກາດ​ເປັນ 1 ໃນ 5 ຂອງ​ອັນ​ດັບ​ປີ​ທີ່​ຮ້ອນ​ທີ່​ສຸດ​ສູງ​ເຖິງ 99,99%) ໂດຍ​ເມື່ອ​ໄລຍະ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ບໍລິເວນ​ແຖບ​ອາກ​ຕິກ​ນັ້ນ​ພົບ​ວ່າ​ບໍ່​ມີ​ຫິມະ​ປົກ​ຄຸມ​ຄື​ກັບ​ທີ່​ຜ່ານ​ມາ ເດືອນ​ກຸມພາ​ພົບ​ວ່າ ແຖບ​ແອນ​ຕາກ​ຕິກ​ມີ​ອຸນຫະພູມ​ໂດຍ​ສະເລ່ຍ​ສູງ​ເຖິງ 20 ອົງສາ​ເຊ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ໂລກ (ທີ່​ເຄີຍ​ມີ​ການ​ບັນທຶກ​ໄວ້) ແລະ Qaanaaq ທີ່​ໝູ່​ເກາະ​ກຣີນ​ແລນ ຂົ້ວ​ໂລກ​ອີກ​ຝັ່ງ​ກໍ​ມີ​ອຸນຫະພູມ​ສະເລ່ຍ​ຢູ່​ທີ່ 6 ອົງສາ​ເຊ.

   ນອກຈາກ​ນີ້ NOAA ຍັງ​ໃຫ້​ຂໍ້​ມູນ​ວ່າ ອຸນຫະພູມ​ທີ່​ສູງ​ຂຶ້ນ​ນີ້ ມີ​ຜົນ​ມາ​ຈາກ​ພຶດຕິ​ກຳ​ຕ່າງໆ​ຂອງ​ມະນຸດ ບໍ່​ວ່າ​ຈະ​ເປັນ​ການ​ປ່ອຍ​ມົນ​ລະ​ພິດ​ກ໊າ​​ຊ​ເຮືອນ​ແກ້ວ​ທີ່​ເຮັດ​ໃຫ້​ເກີດ​ພາວະ​ໂລກ​ຮ້ອນ ໂດຍ​ເຖິງ​ແມ່ນ​ໃນ​ປີ​ນີ້ ການ​ປ່ອຍ​ມົນ​ລະ​ພິດ​ຫຼຸດ​ລົງ​ແດ່​ຈາກ​ສະຖານະ​ການ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວ​​ຣັສ Covid-19 ທີ່​ເຮັດ​ໃຫ້​ມະນຸດ​ຢຸດ​ກິດຈະກຳ​ທາງ​ສັງຄົມ ແຕ່​ມົນ​ລະ​ພິດ​ທີ່​ສະ​ສົມ​ມາ​ເປັນ​ເວລາ​ຍາວ​ນານ ກໍ​ຍັງ​ຫຼາຍ​ພໍ​ຈະ​ຍູ້​ດັນ​ໂລກ​ເຂົ້າ​ສູ່​ຫາ​ຍະ​ນະ​ຂອງ​ພາວະ​ໂລກ​ຮ້ອນ ເພາະ​ການ​ຢຸດ​ກິດຈະກຳ ບໍ່​ໄດ້​ເຮັດ​ໃຫ້​ອຸນຫະພູມ​ໂລກ​ຫຼຸດ​ລົງ​ແຕ່​ຢ່າງໃດ.

error: Content is protected !!