ເລີ່ມກໍ່ສ້າງໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II

    ພິທີເປີດການກໍ່ສ້າງໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II ຈັດຂຶ້ນວັນທີ 4 ມີນາ 2022 ຢູ່ເຂດແຄມຂອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານນາງ ວິໄລຄໍາ ໂພສາລາດ ຮອງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ອີມ ມູຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ກ່າວວ່າ: ໂຄງການນີ້ ເປັນໜຶ່ງໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າຈາກ ສ ເກົາຫຼີ ເຊິ່ງໄດ້ເຊັນສັນຍາເງິນກູ້ຢືມວັນທີ 1 ພະ ຈິກ 2017 ລະຫວ່າງກະຊວງການເງິນ ສປປ ລາວ ແລະ ທະນະຄານ ນໍາເຂົ້າ ແລະ ສົ່ງອອກ ສ ເກົາຫຼີ ເພື່ອກໍ່ສ້າງລະບົບປ້ອງກັນນໍ້າຖ້ວມ ປ້ອງກັນດິນເຊາະເຈື່ອນ ຕາມລໍາແມ່ນໍ້າຂອງ ແລະ ສວນສາທາລະນາ ບ້ານວັດນາກ ເມືອງສີສັດຕະນາກ (ເຂດຫຼັກ 3) ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ລວມມູນຄ່າ 57.605.000 ໂດລາສະຫະລັດ ແລະ ທຶນສົມທົບຈາກລັດຖະບານລາວ 9.957.000 ໂດລາສະຫະ ລັດ ລວມທັງໝົດ 67.562.000 ໂດລາສະຫະລັດ ປະກອບມີໜ້າວຽກຕົ້ນຕໍຄື: ຍົກລະດັບຄູປ້ອງກັນນໍ້າ ແລະ ກໍ່ສ້າງລະບົບປ້ອງກັນຕະຝັ່ງ ປະເພດ Rip-Rap ແຕ່ຫຼັກ 3 ບ້ານວັດນາກ ຫາ ເຂດທ່າເຮືອຫຼັກ 4 ເມືອງສີສັດຕະນາກ ມີຄວາມຍາວ 0,97 ກິໂລແມັດ ກໍ່ສ້າງຄູປ້ອງກັນນໍ້າຖ້ວມ ປັບໜ້າສັນຄູກັນນໍ້າໃຫ້ສາ ມາດນໍາໃຊ້ເປັນເສັ້ນທາງລຽບຕາມແຄມຂອງ ດ້ວຍການປູຢາງ 2 ຊັ້ນ ຕິດຕັ້ງລະບົບໄຟເຍືອງທາງ ແລະ ກໍ່ສ້າງຮ່ອງລະບາຍນໍ້າລຽບຕີນຄູນກັນນໍ້າ ກໍ່ສ້າງລະບົບປ້ອງກັນຕະຝັ່ງ ປະເພດ Rip-Rap ປ້ອງກັນການເຊາະເຈື່ອນຍາວ 8,36 ກິໂລແມັດ ຈາກເຂດທ່າເຮືອຫຼັກ 4 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ກໍ່ສ້າງສວນສາທາລະນະ ເນື້ອທີ່ 5,9 ເຮັກຕາ ຢູ່ເຂດບ້ານແກ້ງຍາງ ເມືອງຫາດຊາຍຟອງ ໃຫ້ເປັນພັກຜ່ອນ ເປັນແຫຼ່ງທ່ອງທ່ຽວຂອງຊຸມຊົນ ແລະ ເຂດສີຂຽວຂອງຕົວເມືອງ ຍົກລະດັັບສັນຄູກັນນໍ້າຂອງ ໂຄງການໄລຍະທີ 1 ແຕ່ ບ້ານອຸບມຸງ ຫາ ບ້ານເກົ້າລ້ຽວ ຍາວ 4,4 ກິໂລແມັດ ລຽບຕາມແຄມຂອງ ໃຫ້ເປັນເສັ້ນທາງເບຕົງ ຕິດຕັ້ງລະບົບໄຟເຍືອງທາງ ແລະ ກໍ່ສ້າງຮ່ອງລະບາຍນໍ້າ ລຽບຕີນຄູກັນນໍ້າ.

        ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການນີ້ ແມ່ນສືບເນື່ອງຈາກຄວາມສໍາເລັດຂອງໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະ I ເຊິ່ງບໍ່ພຽງເປັນແຕ່ແນວຄິດການອອກແບບການກໍ່ສ້າງຄູປ້ອງກັນ ນໍ້າຖ້ວມ ການປົກຮັກສາ ປ້ອງກັນດິນທີ່ເຊາະເຈື່ອນຈາກໄພພິ ບັດທາງນໍ້າ ເພື່ອຮັກສາຊັບສົມບັດ ຊັບສິນອັນມີຄ່າຂອງປະຊາຊົນຊາວ ນວ ເທົ່ານັ້ນ ຍັງເປັນການປົກປັກຮັກສາເຂດແດນຂອງ ສປປ ລາວ ບໍ່ໃຫ້ຖຶກກັດເຊາະ ແລະ ເສຍຫາຍໄປກັບໄພທໍາມະຊາດ ຜົນສໍາເລັດ ຂອງໂຄງການ ໄລຍະທີ I ຍັງເຮັດໃຫ້ ນວ ມີສະຖານທີ່ທ່ອງທ່ຽວ ເປັນບ່ອນອອກກໍາລັງກາຍໃນຍາມແລງ ແລະ ຮັບຕ້ອນບັນດາແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ນວ ສະຖານທີ່ທີ່ສາມາດສ້າງລາຍຮັບໃຫ້ ນວ ອີກບ່ອນໜຶ່ງ ສິ່ງທີ່ສໍາຄັນຈຸດດັ່ງກ່າວນີ້ ໄດ້ກາຍເປັນສັນຍາລັກຂອງການຮ່ວມມື ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ສປປ ລາວ ແລະ ສ ເກົາຫຼີ ເຊິ່ງອະດີດການນໍາສູງສຸດ ຂອງທັງສອງປະເທດ ໄດ້ຮ່ວມກັນປູກຕົ້ນໄມ້ ໄວ້ເປັນສັນຍາລັກຂອງການຮ່ວມມື ຜົນສໍາເລັດຂອງໂຄງ ການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະ I ໄດ້ກາຍເປັນໂຄງການຕົວແບບໃຫ້ແຂວງຕ່າງໆ ນໍາໄປຈັດຕັ້ງປະຕິບັດໃນແຂວງຂອງຕົນ ເຊັ່ນ: ແຂວງຈໍາປາສັກ ແລະ ແຂວງສະຫັວນນະເຂດ ແລະ ຄາດວ່າຈະມີແຂວງອື່ນໆອີກ ທີ່ຈະນຳໄປພັດທະນາໃນຕໍ່ໜ້າ.

      ການເປີດການກໍ່ສ້າງໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II ນີ້ ຕົນ ໝັ້ນໃຈວ່າຈະເປັນອີກບາດກ້າວໜຶ່ງຂອງການສືບຕໍ່ປົກປັກຮັກສາຜົນປະໂຫຍດລວມຂອງຊາດ ທີ່ສູນເສຍໄປຈາກ ໄພທໍາມະຊາດ ໄວ້ໄດ້ ສ້າງໂອກາດໃນການພັດທະນາເສດຖະກິດ-ສັງຄົມໃຫ້ປະຊາຊົນໃນ ນວ ໂດຍສະ ເພາະເຂດເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ໄດ້ມີບ່ອນຄ້າ-ຂາຍ ຈຸດພັກຜ່ອນ ແລະ ແຫຼ່ງທ່ອງທ່ຽວເພີ່ມຂື້ນ ເຊິ່ງເປັນການເພີ່ມຖານລາຍຮັບໃນຕົວເມືອງ ນວ ເປັນສັນຍາລັກແຫ່ງການເພີ່ມທະວີ ການຮ່ວມມືທັງສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ເພີ່ມທະວີ ແລະ ແໜ້ນແຟ້ນຂຶ້ນເລື່ອຍໆ. 

error: Content is protected !!