ມີຜູ້ໄດ້ຮັບບາດເຈັບຫຼາຍຄົນຈາກອຸບັດເຫດໃຫຍ່ຢູ່ເສັ້ນທາງ 450 ປີ

    ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ :ຕອນບ່າຍຂອງວັນທີ 12 ມີນາ 2020 ຜ່ານມາ ໄດ້ເກີດມີອຸບັດເຫດລົດກະບະສີຂາວ ໝາຍເລກທະບຽນ ງຂ 6337 ແຂວງຊົນບູລີ ປະເທດໄທ ຕຳກັບລົດຮຸນໄດ ໝາຍເລກທະບຽນ ບກ 8079 ຢ່າງຮຸນແຮງຢູ່ 4 ແຍກໄຟອຳນາດບ້ານດຸງ (ເສັ້ນທາງ 450 ປີ) ເມືອງໄຊເຊດຖາ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບສາຫັດຫຼາຍຄົນ.

     ຜ່ານການລົງເກັບກຳຂໍ້ມູນເບື້ອງຕົ້ນຂອງທາງເຈົ້າໜ້າທີ່ຕຳຫຼວດ ຮູ້ວ່າ: ລົດກະບະຄັນດັ່ງກ່າວ ໄດ້ຂັບມາແຕ່ໄຟອຳນາດດົງໂດກ ມຸ່ງໜ້າໄປຂົວມິດຕະພາບລາວ-ໄທ 1 ໂດຍມີຜູ້ໂດຍສານນັ່ງມານຳທັງໝົດ 6 ຄົນ ຍິງ 3 ຄົນ ພໍມາຮອດຈຸດເກີດເຫດ ໄດ້ຕຳກັບລົດຮຸນໄດທີ່ກຳລັງຈະຂ້າມໄຟອຳນາດ ຈົນເຮັດໃຫ້ລົດກະບະປີ້ນລົງກາງທາງ ຕໍ່ກັບເຫດການທີ່ເກີດຂຶ້ນນີ້ ໂຊກດີທີ່ບໍ່ມີຄົນເສຍຊີວິດ ປັດຈຸບັນທາງເຈົ້າໜ້າທີ່ຕຳຫຼວດກຳລັງດຳເນີນການສືບສວນຫາສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດດັ່ງກ່າວນີ້.

error: Content is protected !!