ມາເລເຊຍ ປະກາດ ກຽມເປີດປະເທດແບບເຕັມໂຕ ຕ້ອນຮັບນັກທ່ອງທ່ຽວ

ມາເລເຊຍ ປະເທດປາຍທາງຂອງນັກທ່ອງທ່ຽວຈາກທົ່ວສາລະທິດ ກຽມເປີດປະເທດ ຢ່າງເປັນ ທາງການແບບເຕັມໂຕ ເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າປະເທດ ພາຍຫຼັງທີ່ໄດ້ ຮັບຜົນກະທົບ ໜັກຈາກການລະບາດຂອງໂຄວິດ-19 ຢ່າງໃດກໍຕາມ ນັກທ່ອງທ່ຽວທີ່ຈະ ເດີນທາງໄປທ່ອງທ່ຽວ ທີ່ປະເທດດັ່ງກ່າວ ຕ້ອງໄດ້ເອົາໃຈໃສ່ປະຕິບັດມາດຕະການ ແລະ ປະຕິບັດຕາມຂັ້ນຕອນຕ່າງໆ ເພື່ອບໍ່ໃຫ້ມີການຕິດເຊື້ອ.

ຕາມຂໍ້ມູນຈາກ ອົງການທ່ອງທ່ຽວມາເລເຊຍ ປະຈໍາລາວ ໃຫ້ຮູ້ວ່າ: ມາເລເຊຍ ປະກາດກຽມ ເປີດ ປະເທດຢ່າງເປັນທາງການແບບເຕັມໂຕ ເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າປະເທດໂດຍ ທີ່ບໍ່ຕ້ອງ ກັກໂຕຄັ້ງທຳອິດໃນວັນທີ 1 ເມສາ 2022 ຫຼັງຈາກທີ່ປິດປະເທດເກືອບ 2 ປີເນື່ອງ ຈາກການລະ ບາດຂອງພະຍາດໂຄວິດ-19.

ສຳລັບນັກທອງທ່ຽວຮັບວັກຊີນຄົບ 2 ເຂັມ ຂຶ້ນໄປສາມາດເດີນທາງເຂົ້າປະເທດມາເລເຊຍ ໂດຍ ບໍ່ຕ້ອງກັກໂຕ ພຽງແຕ່ກວດໂຄວິດ RT-PCR ຫຼື ກວດ RTK-Ag ກັບຫ້ອງກວດພະຍາດທີ່ໄດ້ມາດ ຕະຖານກ່ອນເດີນທາງ 2 ມື້.

ສ່ວນຜູ້ທີ່ເຄີຍຕິດເຊື້ອພາຍໃນ 60 ວັນ ຕ້ອງໄດ້ກວດໂຄວິດ-19 RT-PCR ຫຼື ກວດ RTR-Ag ກັບ ໂຮງໝໍ ຫຼື ຫ້ອງກວດພະຍາດທີ່ໄດ້ມາດຕະຖານພ້ອມໃບຮັບຮອງແພດກ່ອນເດີນທາງ 2 ມື້ເຊັ່ນ ກັນ ແລະ ຕ້ອງໄດ້ເອົາຜົນກວດທີ່ເຄີຍກວດ RT-PCR ທີ່ຜົນເປັນລົບຫຼັງຈາກຫາຍດີຕິດຂັດມາ ພ້ອມເຊັ່ນກັນ.

ການເດີນທາງເຂົ້າປະເທດມາເລເຊຍ ສຳລັບນັກທ່ອງທ່ຽວແມ່ນຕ້ອງໃຊ້ໃນການເດີນແມ່ນພາສ ປອດ ປີ້ຍົນໄປກັບ ໃບຈອງທົວທີ່ມີລາຍລະອຽດລາຍການທົວຈາກບໍລິສັດທົວໃນ ມາເລເຊຍ ແລະ ທີ່ພັກ ໃບກວດໂຄວິດ-19 ປະກັນໄພໂຄວິດ ແລະ ປະກັນໄພທ່ອງທ່ຽວ.

ທຸກຄົນຈະເດີນທາງເຂົ້າມາເລເຊຍຈະຕ້ອງໄດ້ດາວໂຫຼດແອັບ MySejahtera ໃນມືຖືຂອງທ່ານ ແລ້ວລົງທະບຽນສຳເລັດກ່ອນອອກເດີນທາງໄປຍັງປະເທດມາເລເຊຍ.

ນອກຈາກນັ້ນ ນັກທ່ອງທຽວທີຍັງບໍ່ໄດ້ຮັບວັກຊີນ ຕ້ອງໄດ້ມີການກັກໂຕ 5 ມື້ ແລະ ເດັກນ້ອຍ ແລະ ໄວໜຸ່ມ ອາຍຸ12-17 ປີ ສາມາດເດີນທາງໂດຍບໍ່ຕ້ອງກັກໂຕ ພຽງປະຕິບັດຕາມຂັ້ນຕອນ ການກວດໂຄວິດ-19 RTK-Ag ພາຍໃນ 24 ຊົ່ວໂມງເມື່ອມາຮອດປະເທດມາເລເຊຍ.

ໃນການເດີນທາງໄປທ່ອງທ່ຽວທີ່ປະເທດມາເລເຊຍນັກທ່ອງທ່ຽວຕ້ອງໄດ້ສວມໃສ່ໜ້າກາກອານາໄມໃນທີ່ສາທາລະນະເພື່ອປ້ອງກັນການຕິດເຊື້ອ ແລະ ຮັກສາໄລຍະຫ່າງ.

error: Content is protected !!