ສະມາຄົມນັກທຸລະກິດຮ້ານອາຫານລາວ ຈັດຂະບວນທ່ອງທ່ຽວສູ່ 2 ແຂວງພາກໃຕ້

    ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ຈັດຂະບວນທ່ອງທ່ຽວຢ້ຽມຢາມຄູ່ຮ່ວມທຸລະກິດ ຢູ່ແຂວງຈໍາປາສັກ ແລະ ແຂວງສາລະວັນ ວັນທີ 17-20 ມີນາ 2022 ເພື່ອສົ່ງເສີມການທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ທັງເປັນການພົບປະ ແລກປ່ຽນບົດຮຽນໃນການດໍາເນີນທຸລະກິດ ແລະ ຈັດກິດຈະກໍາກີລາ ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ຄູ່ຮ່ວມທຸລະກິດຈໍາປາສັກ ແລະ ແຂວງສາລະວັນ ໃຫ້ແໜ້ນແຟ້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ.

    ທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ກ່າວວ່າ: ສະມາຄົມນັກທຸລະກິດຮ້ານອາຫານລາວ ສ້າງຕັ້ງວັນທີ 7 ກໍລະກົດ 2013 ໂດຍມີຈຸດປະສົງເພື່ອເຕົ້າໂຮມຄວາມສາມັກຄີຂອງນັກທຸລະກິດຮ້ານອາຫານໃນນະຄອນຫຼວງວຽງຈັນ ເວົ້າສະເພາະ ຄູ່ຮ່ວມທຸລະກິດເບຍລາວພາຍໃນ ແລະ ຕ່າງແຂວງ ການຈັດຂະບວນທ່ອງທ່ຽວສູ່ແຂວງຈໍາປາສັກ ແລະ ແຂວງສາລະວັນຄັ້ງນີ້ ເປັນໜຶ່ງໃນບັນດາໂຄງການຂອງສະມາຄົມ ທີ່ຕັ້ງໃຈຈັດຕັ້ງຂຶ້ນເພື່ອທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ຕາມນະໂຍບາຍຂອງພັກ-ລັດ ວາງອອກ ເນື່ອງຈາກ 2 ປີກວ່າຜ່ານມາ ສະມາຄົມບໍ່ໄດ້ເຄື່ອນໄຫວເຕັມທີ່ ຍ້ອນປະສົບກັບການແພ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນພັກ-ລັດ ໄດ້ມີນະໂຍບາຍຜ່ອນຜັນ ສາມາດທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ໂດຍສະເພາະແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍສົດງົດງາມ ດິນແດນແຫ່ງມົນສະເໜຂອງພາກໃຕ້ ທີ່ມາທ່ຽວເທື່ອໃດກໍບໍ່ໜ້າເບື່ອ ສະມາຄົມນັກທຸລະກິດຮ້ານອາຫານລາວ ຈຶ່ງຖືເອົາໂອກາດນີ້ເພື່ອມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບຂໍ້ສະດວກ ຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດຂອງຜູ້ປະກອບການຮ້ານອາຫານໃນນະຄອນຫຼວງວຽງຈັນ ແລະ ຄູ່ຮ່ວມທຸລະກິດເບຍລາວ ພາກໃຕ້ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

    ໃນໂອກາດຢ້ຽມແຂວງສາລະວັນ ຍັງໄດ້ຈັດແຂ່ງຂັນກີລາບານເຕະມິດຕະພາບ ເພື່ອສ້າງຂະບວນການຄໍານັບຕ້ອນປີໃໝ່ລາວທີ່ຈະມາເຖິງ ທັງເປັນການເປີດສາຍສໍາພັນມິດຕະພາບໃນການຂະຫຍາຍສະມາຊິກສະມາຄົມນັກທຸລະກິດຮ້ານອາຫານລາວ ອອກສູ່ແຂວງພາກໃຕ້ ເຕົ້າໂຮມນັກທຸລະກິດຮ້ານອາຫານລາວ ຄູ່ຮ່ວມທຸລະກິດເບຍລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມເຂັ້ມແຂງ ແລະ ພ້ອມກັນຜ່ານຜ່າອຸປະສັກຕ່າງໆໄປພ້ອມກັນ ໃຫ້ການຕ້ອນຮັບຄະນະສະມາຄົມນັກທຸລະກິດຮ້ານອາຫານລາວຄັ້ງນີ້ ໂດຍທ່ານ ໜູຄຳ ສີສະຫວັດ ຮອງເຈົ້າເມືອງສາລະວັນ ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. 

# ຂ່າວ – ພາບ: ສະບາໄພ

error: Content is protected !!