ເລັ່ງສຸມໃສ່ການຄຸ້ມຄອງໂຄງການລົງທຶນສໍາປະທານດ້ານແຮ່ທາດໃນທົ່ວປະເທດ

    ກອງປະຊຸມທົບທວນການຄຸ້ມຄອງໂຄງການລົງທຶນສໍາປະທານ ດ້ານແຮ່ທາດໃນທົ່ວປະເທດ ແລະ ການປະເມີນການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກໃນໄລຍະທົດລອງ ຈັດຂຶ້ນວັນທີ 24-25 ມີນາ 2022 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໂດຍມີທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມນຕີກະຊວງ ຜທ ມີບັນດາຫົວໜ້າຫ້ອງການ ຫົວໜ້າກົມ ຈາກພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ຄື: ກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກະຊວງກະສິກໍາ ແລະ ປ່າໄມ້ ກະຊວງການເງິນ ກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງປ້ອງກັນປະເທດ ທະນາຄານແຫ່ງ ສປປ ລາວ ແລະ ຫົວໜ້າພະແນກ ຮອງຫົວໜ້າພະແນກ ຜທ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

     ທ່ານນາງ ຄໍາຈັນ ວົງແສນບູນ ກ່າວວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ ລົງວັນ ທີ 17 ພະຈິກ 2016 ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງແຮ່ທາດ ໂດຍມອບໃຫ້ກະຊວງ ຜທ ຕາງຫນ້າລັດຖະບານເປັນຄູ່ສັນຍາ ແລະ ລົງນາມໃນສັນຍາພັດທະນາແຮ່ທາດ ປັດຈຸບັນ ລັດຖະບານໄດ້ຄົ້ນຄວ້າພິຈາລະນາ ອະນຸຍາດການລົງທຶນດ້ານແຮ່ທາດທັງໝົດໃນທົ່ວປະເທດ ຈໍານວນ 308 ໂຄງການ ປະກອບມີ: ໂຄງການປົກກະຕິ 262 ໂຄງການ ໂຄງການແຮ່ຫາຍາກ 8 ໂຄງການ ແລະ ໂຄງການທົດລອງ 38 ໂຄງການ ໃນນັ້ນ ແຮ່ເຫຼັກ 31 ໂຄງການ ສາມາດສ້າງລາຍຮັບມອບເຂົ້າງົບປະມານ 36.536.000 ໂດລາສະຫະລັດ ຫີນອ່ອນມາໂບ້ 2 ໂຄງການ ຄໍາເຄົ້າ 4 ໂຄງການ ຄໍາຕົກຂ້ອນ 1 ໂຄງການ ແລະ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

    ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງວ່າດ້ວຍການກໍານົດເງື່ອນໄຂໃນການເຈລະຈາສັນຍາຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກໃນໄລຍະທົດລອງ ສະບັບເລກທີ 61/ນຍ ລົງວັນທີ 21 ມິຖຸນາ 2021 ເຊິ່ງໄດ້ມີການຄົ້ນຄວ້າພິຈາລະນາອະນຸຍາດການລົງທຶນ ໂຄງການຂຸດຄົ້ນແຮ່ເຫຼັກໃນໄລຍະທົດລອງ ມີຈໍານວນ 31 ໂຄງການ ສາມາດສ້າງລາຍຮັບມອບເຂົ້າງົບປະມານ ຈໍານວນ 36.536.000 ໂດລາສະຫະລັດ.

.# ຂ່າວ – ພາບ : ສີພອນ

error: Content is protected !!