ເມືອງສັງທອງ ເລີ່ມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ

   ພິທີເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ ຈັດຂຶ້ນວັນທີ 24 ມີນາ 2022 ທີ່ຫ້ອງການບ້ານສະນອດ ເມືອງສັງທອງ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ເປັນປະທານຂອງ ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ມີທ່ານ ລຸນທອງ ບຸນມະນີ ຮອງເລຂາພັກ ຄະນະປະຈໍາພັກ ເມືອງສັງທອງ ຫົວໜ້າຜູ້ຊີ້ນໍາຈຸບ້ານທີ II ພ້ອມດ້ວຍບັນດາພະແນກການກ່ຽວຂ້ອງຈາກກອງບັນຊາການ ປກສ ນວ ປກສ ເມືອງສັງທອງ ພະນັກງານກໍ່ສ້າງຮາກຖານ ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດສ້າງ ແລະ ປະເມີນຄອບຄົວ ບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີຂອງບ້ານສະນອດ ເມືອງສັງທອງ ນວ ໂດຍໄດ້ຈັດຕັ້ງປະຕິບັດຕາມ 4 ມາດຖານ 4 ບາດກ້າວດໍາເນີນ ແລະ 10 ກິດຈະກໍາ (ວຽກງານ) ຈຸດປະສົງ ແລະ ຄາດໝາຍ ກໍເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ (3 ຫຼຸດ) ໃຫ້ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບໃນທົ່ວສັງຄົມ ເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວຊີ້ນໍາ-ບັນຊາ ແລະ ປະຕິບັດຕົວຈິງໃນການຄວບຄຸມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ນັບມື້ຫຼຸດລົງ ສ້າງຄອບຄົວບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ ດໍາເນີນມາດຕະການທາງດ້ານສັງຄົມບໍລິຫານ ກົດໝາຍ ແລະ ວິຊາສະເພາະໃນການແກ້ໄຂບັນຫາຢາເສບຕິດຖືກຕີຖອຍ ເຮັດໃຫ້ບ້ານສະນອດ ມີຄວາມສະຫງົບທາງດ້ານການເມືອງ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ປຸກລະດົມກໍາລັງແຮງສັງລວມເຂົ້າໃນວຽກງານບັນຫາຢາເສບຕິດ ໃຫ້ມີສ່ວນຮ່ວມເປັນເອກະພາບ ແລະ ເດັດຂາດ ເຮັດໃຫ້ບ້ານມີຄວາມສະຫງົບ ຖືເອົາວຽກງານສະກັດກັ້ນ ຕ້ານຢາເສບຕິດໃຫ້ເປັນໜ້າທີ່ ແລະພັນທະຂອງປະຊາຊົນທຸກຊັ້ນຄົນ ຖືເອົາການສ້າງ ແລະ ປະເມີນບ້ານປອດຢາເສບຕິດໃຫ້ກາຍເປັນຈຸດເລີ່ມຕົ້ນ ໃນການຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ຫຼຸດລົງເທື່ອລະກ້າວ

error: Content is protected !!