ຊ່ວຍກັນປາບຍຸງລາຍ

ຕົກ​ປີ 2020 ຜູ້​ຂຽນ​ເຂົ້າ­ໃຈ​ວ່າ​ເປັນ​ປີ​ທ້າ​ທາຍ​ຕໍ່​ການ​ດຳ­ເນີນ​ຊີ­ວິດ​ຂອງ​ຄົນ​ທົ່ວ​ໂລກ ເຊິ່ງ​ປີ​ນີ້​ມີ​ທັງ​ບັນ­ຫາ​ເສດ­ຖະ­ກິດ ປາກ​ທ້ອງ ອົດ​ຫິວ ກໍ​ມີ​ເພາະ​ໂລກ​ຂອງ​ເຮົາ​ມັນ​ບໍ່​ຮາບ​ພຽງ ຄົນ​ລວຍ​ກໍ​ລວຍ​ຂຶ້ນ ຄົນ​ຈົນ​ກໍ​ມີ​ທ່າ​ອ່ຽງ​ຈົນ​ລົງ​ໄປ​ເລື່ອຍໆ​ຫຼາຍ​ກວ່າ​ຈະ​ກັບ​ມາ​ລວຍ ເພາະ​ວົງ​ຈອນ​ເສດ­ຖະ­ກິດ ຖ້າ​ເອື້ອ​ອຳ­ນວຍ​ແກ່​ຄົນ​ກຸ່ມ​ນ້ອຍ​ຄົນ​ກຸ່ມ​ໃຫຍ່​ຂອງ​ຊາດ ກໍ​ຂາດ​ຊັບ­ພະ­ຍາ­ກອນ​ຢ່າງ​ເຫັນ​ໄດ້​ທັນ­ຕາ ບາງ​ຄົນ​ລອດ​ຈາກ​ໂຄ​ວິດ-19 ເປັນ​ໄວ​ຣັສ​ກິນ​ຕັບ​ປອດ​ແຕ່​ມາ​ເສຍ​ຊີ­ວິດ​ຍ້ອນ​ໄຂ້­ຍຸງ​ລາຍ​ກໍ​ມີ.

ບັນ­ຫາ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ໃນ​ສະ­ພາບ​ປັດ­ຈຸ­ບັນ ມີ​ໂຕ​ເລກ​ສູງ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະ ນະ­ຄອນ­ຫຼວງ ໂຕ​ເລກ​ສູງ​ກວ່າ​ຕ່າງ​ແຂວງ ເຊິ່ງ​ກໍ​ເປັນ​ເລື່ອງ​ໜ້າ​ຄິດ ຫຼື ວ່າ​ເປັນ​ນຳ​ໃນ​ແຕ່​ລະ​ເຂດ ບ້ານ​ມີ​ຮ່ອງ­ນ້ຳ​ຂັງ ຫຼື ໜອງ​ບຶງ​ທີ່​ຮົກ­ເຮື້ອ ທີ່​ຂາດ​ການ​ເອົາ­ໃຈ­ໃສ່​ຈາກ​ການ­ຈັດ­ຕັ້ງ ຫຼື ປະ­ຊາ­ຊົນ​ບໍ່​ພາ­ກັນ​ເຮັດ­ອະ­ນາ­ໄມ​ເບາະ ຂາດ​ການ​ປຸກ​ສະ­ຕິ​ປູກ​ຈິດ​ສຳ­ນຶກ​ໃຫ້​ປະ­ຊາ­ຊົນ​ຮັກ​ສະ­ອາດ ເຮັດ​ຂະ​ບວນ​ການ​ອະ­ນາ­ໄມ​ລວມ ສ້າງ​ເປັນ​ຂະ​ບວນ​ການ​ຟົດ­ຟື້ນ ເພາະ​ຫຼາຍ​ຄົນ​ເວົ້າ​ເປັນ​ສຽງ​ດຽວ​ວ່າ​ບໍ່​ມີ​ຍຸງ​ລາຍ​ກໍ​ບໍ່​ມີ​ໄຂ້­ຍຸງ ດັ່ງ­ນັ້ນ ບໍ່​ຢາກ​ໃຫ້​ມີ​ຍຸງ​ລາຍ ກໍ​ຕ້ອງ​ທຳ­ລາຍ​ທີ່­ຢູ່​ອາ­ໄສ​ບ່ອນ​ແຜ່​ເຊື້ອ​ຂອງ​ຍຸງ​ລາຍ ຫ້ວຍ­ໜອງ​ຄອງ​ບຶງ​ຮົກ­ເຮື້ອ ຫຼື ວ່າ​ຮ່ອງ​ນ້ອຍ​ແຄມ​ທາງ….

ສະ­ພາບ​ໄຂ້­ຍຸງ​ລາຍ​ບ້ານ​ເຮົາ​ມີ​ໂຕ​ເລກ​ສູງ ເຖິງ​ແມ່ນ​ວ່າ​ຈະ​ເສຍ​ຊີ­ວິດ​ໜ້ອຍ​ແຕ່​ບໍ່​ຄວນ​ປະ­ໝາດ ໂດຍ​ສະ­ເພາະ​ກໍ​ແມ່ນ​ແຕ່​ລະ​ຄອບ­ຄົວ ຕ້ອງ​ເຮັດ­ອະ­ນາ­ໄມ​ບໍ­ລິ­ເວນ​ໃກ້​ບ້ານ​ເຮືອນ​ໃຫ້​ສະ­ອາດ ຕົ້ນ­ໄມ້​ໃບ​ຫຍ້າ​ກໍ​ຄວນ​ຕັດ​ຮອນ​ບໍ່​ໃຫ້​ຮົກ­ເຮື້ອ ຖ້າ​ຈະ​ໃຫ້​ຜູ້​ຂຽນ​ເວົ້າ​ສັ້ນໆ ກໍ​ແມ່ນ​ທຸກ​ຄົນ​ບໍ່​ຂີ້­ຄ້ານ​ມັກ­ງ່າຍ​ເຮັດ​ຕາມ­ໃຈ ຄວນ​ມີ​ຈິດ​ສຳ­ນຶກ​ຮ່ວມ​ກັນ ຫຼື ຫ່ວງ​ໄຍ​ຄົນ​ອ້ອມ​ຂ້າງ ບໍ່​ສ້າງ​ຈິດ​ສຳ­ນຶກ ຫຼື ຄ່າ​ນິ­ຍົມ​ເອົາ​ໂຕ​ລອດ​ເປັນ​ຍອດ​ດີ ເພາະ​ມັນ​ຈະ​ພາ­ໃຫ້​ແຕ່­ລະ­ຄົນ​ເຫັນ­ແກ່​ໂຕ​ສູງ​ຂຶ້ນ.

ຜູ້​ຂຽນ​ຂໍ​ສະ­ຫຼຸບ​ວ່າ ໄລ­ຍະ​ລະ­ດູ­ແລ້ງ​ຕໍ່​ໃສ່​ລະ­ດູ­ຝົນ​ນີ້ ມີ​ທັງ​ບັນ­ຫາ​ໄຟ​ໄໝ້ ຍຸງ​ລາຍ ບັນ­ຫາ​ເສດ­ຖະ­ກິດ​ກາຍ­ເປັນ​ບັນ­ຫາ​ລວມ​ຂອງ​ສັງ­ຄົມ ຍ່ອມ​ຕ້ອງ­ການ​ປູກ​ຈິດ​ສຳ­ນຶກ ເສຍ­ສະ­ຫຼະ​ຊ່ວຍ­ເຫຼືອ ເອື້ອ­ເຟື້ອ​ກັນ​ເພາະ​ສັງ­ຄົມ​ສະ­ຫງົບ​ສຸກ ຍ່ອມ​ເກີດ​ມາ​ຈາກ​ຈິດ­ໃຈ​ຂ້າງ​ໃນ​ສະ­ຫງົບ​ສຸກ ທີ່​ຊ່ວຍ­ເຫຼືອ​ກັນ​ທາງ​ແນວ​ຄິດ​ຈິດ­ໃຈ ແລະ ວັດ­ຖຸ​ບໍ່​ໃຫ້​ເປັນ​ຄື​ບາງ​ສັງ­ຄົມ ປະ­ເທດ​ອື່ນ​ທີ່​ເສດ­ຖີ​ມີ​ເຕັມ​ຟ້າ​ແຕ່​ປວງ​ປະ­ຊາ​ໜ້າ​ແຫ້ງ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!