ການແຜ່ລະບາດພະຍາດໂຄວິດ ເຮັດໃຫ້ຖ້ຽວໂດຍສານຫຼຸດລົງເກືອບ 30 ພັນຖ້ຽວ

ທ່ານ ສຸ​ລິ​ວັນ ພົມ​ມະ­ຫາ​ໄຊ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ທີ່​ໄດ້​ຮັບ​ແຈ້ງ​ການ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ສະ­ກັດ​ກັ້ນ ກັນ​ການ​ລະ­ບາດ ຄວບ​ຄຸມ ແລະ ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຕ້ານ​ພະ­ຍາດ COVID-19 ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ (ຍທຂ ນວ) ໄດ້​ອອກ​ແຈ້ງ​ການ​ເຖິງ​ບັນ­ດາ​ຜູ້​ປະ­ກອບ​ການ​ຫົວ­ໜ່ວຍ​ທຸ­ລະ​ກິດ ບໍ­ລິ­ສັດ ສະ­ມາ­ຄົມ​ຂົນ­ສົ່ງ​ໂດຍ­ສານ​ໃນ ນວ ໃຫ້​ໂຈະ​ຊົ່ວ­ຄາວ ການ​ບໍ­ລິ­ການ​ຂົນ­ສົ່ງ​ໂດຍ­ສານ​ພາຍ​ໃນ​ແຂວງ ສາຍ​ຕ່າງ​ແຂວງ ຕ່າງ­ປະ­ເທດ ແລະ ການ​ຂົນ­ສົ່ງ​ວັດ​ສະ​ດຸ​ຫີນ-ຊາຍ​ຕ່າງໆ ເພື່ອ​ເປັນ​ການ​ຮັບ­ປະ­ກັນ​ຕໍ່​ຜູ້­ໂດຍ­ສານ​ໃນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ຈາກ​ນັ້ນ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 524/ຫສນຍ ກ່ຽວ​ກັບ​ການ​ສືບ­ຕໍ່​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແຕ່​ວັນ​ທີ 4-17 ພຶດ­ສະ­ພາ ແລະ ກະ­ຊວງ ຍທຂ ໄດ້​ອອກ​ແຈ້ງ​ການ​ກ່ຽວ​ກັບ​ການ​ບໍ­ລິ­ການ​ຂົນ­ສົ່ງ​ໃນ​ໄລ­ຍະ​ດັ່ງ­ກ່າວ ໂດຍ​ໃຫ້​ແຕ່​ລະ​ພາກ­ສ່ວນ​ມີ​ມາດ​ຕະ­ການ​ເອົາ­ໃຈ­ໃສ່​ໃນ​ການ​ປ້ອງ​ກັນ​ຕົນ​ເອງ ແລະ ຜູ້­ໂດຍ­ສານ ປັດ­ຈຸ­ບັນ ການ​ຂົນ­ສົ່ງ​ຜູ້­ໂດຍ­ສານ​ລະ­ຫວ່າງ​ແຂວງ ແລະ ຕ່າງ­ປະ­ເທດ​ແມ່ນ​ຍັງ​ບໍ່​ທັນ​ໃຫ້​ເປີດ​ບໍ­ລິ­ການ ມີ​ແຕ່​ອະ­ນຸ­ຍາດ​ໃຫ້​ລົດ​ຕຸກໆ​ຈຳ​ໂບ້ ແທັກ​ຊີ ລົດ­ຈັກ ແລະ ລົດ​ໂດຍ­ສານ​ພາຍ​ໃນ ນວ ແລ່ນ​ລະ­ຫວ່າງ​ບ້ານ​ຫາ​ບ້ານ ແລະ ບ້ານ​ຫາ​ເມືອງ ແຕ່​ໃຫ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ​ຢ່າງ​ເຄັ່ງ​ຄັດ​ຕື່ມ​ອີກ.

ຕໍ່​ກັບ​ການ​ແຜ່​ລະ­ບາດ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ໄດ້​ເຮັດ​ໃຫ້​ສະ­ຖາ­ນີ​ລົດ​ສາຍ​ເໜືອ ສາຍ​ໃຕ້ ຄິວ​ລົດ­ເມ​ຕະ­ຫຼາດ​ເຊົ້າ ບັນ­ດາ​ສະ­ມາ­ຄົມ​ລົດ​ສອງ​ແຖວ ລົດ​ຕູ້ ແທັກ​ຊີ ລົດ​ຕຸກໆ​ຈຳ​ໂບ້ ການ​ຂົນ­ສົ່ງ​ດິນ ຫີນ​ແຮ່-ຊາຍ ແລະ ການ​ບໍ­ລິ­ການ​ຂຶ້ນ​ທະ­ບຽນ​ລົດ ຕໍ່​ໃບ​ເຕັກ­ນິກ ການ​ສອບ­ເສັງ​ໃບ​ຂັບ​ຂີ່ ໄດ້​ມີ​ຜົນ​ກະ­ທົບ​ທາງ​ກົງ​ຕໍ່​ຜູ້​ປະ­ກອບ​ການ​ຈາກ​ປີ­ຜ່ານ­ມາ ເຊັ່ນ: ຂາດ​ລາຍ​ຮັບ ພະ­ນັກ­ງານ​ແມ່ນ​ໄດ້​ຮັບ​ຜົນ​ກະ­ທົບ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ບັນ­ດາ​ໂຄງ­ການ​ກໍ່­ສ້າງ​ຂະ­ໜາດ​ໃຫຍ່-ນ້ອຍ​ຂອງ​ພາກ​ລັດ ແລະ ເອ­ກະ​ຊົນ ໄດ້​ຮັບ​ຜົນ​ກະ­ທົບ​ໃນ​ການ​ໂຈະ​ວຽກ​ຊົ່ວ​ຄາດ ເຊິ່ງ​ອາດ​ເຮັດ​ໃຫ້​ໂຄງ­ການ​ມີ​ຄວາມ​ຫຼ້າ​ຊ້າ ແລະ ບໍ່​ສຳ­ເລັດ​ຕາມ​ແຜນ­ການ​ທີ່​ວາງ​ໄວ້.  

ທ່ານ ສຸ​ລິ​ວັນ ພົມ​ມະ­ຫາ​ໄຊ ໃຫ້​ຮູ້​ຕື່ມ​ວ່າ: ສະ­ເພາະ​ຕົວ​ເລກ​ສະ­ຖິ­ຕິ​ຈຳ­ນວນ​ຜູ້­ໂດຍ­ສານ​ມາ​ໃຊ້​ບໍ­ລິ­ການ​ຂອງ​ການ​ຂົນ­ສົ່ງ​ພາຍ​ປີ 2019 ຈຳ­ນວນ 1.398.051 ເທື່ອ​ຄົນ ແລະ ຈຳ­ນວນ​ຖ້ຽວ​ໂດຍ­ສານ 224.641 ຖ້ຽວ ສະ­ແດງ​ວ່າ­ການ​ຢຸດ​ການ​ຂົນ­ສົ່ງ​ໂດຍ­ສານ​ແຕ່​ວັນ​ທີ 1 ເມ­ສາ ຈົນ​ຮອດ​ຕົ້ນ​ເດືອນ​ພຶດ­ສະ­ພາ 2020 ຄາດ​ຄະ­ເນ​ຈຳ­ນວນ​ຜູ້­ໂດຍ­ສານ​ຫຼຸດ​ລົງ 390.553 ເທື່ອ​ຄົນ ປະ­ມານ 28% ແລະ ຈຳ­ນວນ​ຖ້ຽວ​ໂດຍ­ສານ​ຫຼຸດ​ລົງ 29.158 ຖ້ຽວ ປະ­ມານ 13%.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!