ອາເມຣິກາ ເພີ່ມທຶນຊ່ວຍເຫຼືອໃຫ້ລາວເພື່ອຮັບມືໄວຣັສ COVID-19

    ໃນໂອກາດທີ່ທ່ານ ທູດ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ໄດ້ເຂົ້າຮ່ວມໃນກອງປະຊຸມເຝິກຊ້ອມເຫດການຈຳລອງ ເພື່ອກຽມການໂຕ້ຕອບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ຈັດຂຶ້ນວັນທີ 13 ມີນາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ມີເຈົ້າໜ້າທີ່ທາງພາກລັດຈາກ 12 ກະຊວງ ແລະ ຜູ້ນໍາຈາກບັນດາອົງການຕ່າງໆຂອງສະຫະປະຊາຊາດເຂົ້າຮ່ວມ ເຊິ່ງທ່ານໄດ້ປະກາດເພີ່ມທຶນຊ່ວຍເຫຼືອມູນຄ່າເກືອບ 2 ລ້ານໂດລາສະຫະລັດ ຫຼືປະມານ 17,5 ຕື້ກີບ ຈາກອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ໃຫ້ລັດຖະບານລາວເພື່ອຮັບໃຊ້ເຂົ້າໃນການໂຕ້ຕອບກັບການລະບາດຂອງພະຍາດເຊື້ອຈຸລາໂຣກສາຍພັນໃໝ່.

    ອົງການ USAID ຈະມອບທຶນຊ່ວຍເຫຼືອໃໝ່ດັ່ງກ່າວໃຫ້ຄູ່ຮ່ວມງານເຊັ່ນ: ອົງການອະນາໄມໂລກ ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການອຸຍນີເຊບ ທຶນດັ່ງກ່າວຈະຊ່ວຍເຫຼືອລາວກະກຽມຫ້ອງທົດລອງ ເພື່ອການກວດຫາຜູ້ຕິດເຊື້ອຂະໜາດໃຫຍ່ ຈັດຕັ້ງປະຕິບັດແຜນສຸຂະພາບສຸກເສີນໃຫ້ກັບຈຸດຕ່າງໆ ເຝິກອົບຮົມສ້າງຄວາມອາດສາມາດໃຫ້ແກ່ທີມຮັບມືແບບທັນທີ ກວດຫາຜູ້ຕິດເຊື້ອ ແລະ ດັດປັບອຸປະກອນເຝິກອົບຮົມກ່ຽວກັບ COVID-19 ໃຫ້ເຈົ້າໜ້າທີ່ສາທາລະນະສຸກ ເຊິ່ງການຈັດກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍອົງການ USCDC ແລະ DTRA ເຊິ່ງ 2 ອົງການນີ້ໄດ້ໃຫ້ການສະໜັບສະໜູນວຽກງານຄວາມໝັ້ນຄົງທາງດ້ານສາທາລະນະສຸກມາເປັນເວລາຫຼາຍກ່ວາ 10 ປີ ໃນລາວ

    ໃນທົ່ວປະເທດລາວ ສະຫະລັດອາເມຣິກາໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ປະຊາຊົນລາວໃນວຽກງານສາທາລະນະສຸກຫຼາຍຂະແໜງການເຊັ່ນ: ການພັດທະນາວຽກງານທາງໂພຊະນາການ ແມ່ ແລະ ເດັກ ແລະ ການປ້ອງກັນການລະບາດຂອງພະຍາດລະບາດຕ່າງໆ.

error: Content is protected !!