ເບິ່ງບ້ານເຂົາເອົາບົດຮຽນ 19/05/2020

ສິ່ງ​ທີ່​ຄວນ​ເບິ່ງ​ໄວ້​ເປັນ​ບົດ­ຮຽນ​ປະ­ຈຳ​ວັນ​ນີ້ ມີ​ເລື່ອງ​ກ່ຽວ​ກັບ​ມາດ​ຕະ­ການ​ຊ່ວຍ­ເຫຼືອ​ຜູ້​ປະ­ກອບ​ການ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໂຄ​ວິດ-19 ຢູ່​ໄທ ກົດ​ຈະ­ລາ­ຈອນ​ພິ­ເສດ​ຢູ່​ອັງ­ກິດ ແລະ ສິດ­ທິ​ຂອງ​ແມ່­ຍິງ​ໃນ​ອາ​ຣັບ​ບີ ຊາ​ອຸ​ດິດ.

ທີ່ ປະ­ເທດ​ໄທ: ຂ່າວ​ຕ່າງ­ປະ­ເທດ (ວຽງ​ຈັນ​ທາມ) ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 20 ເດືອນ​ມີ­ນາ​ຜ່ານ​ມາ​ວ່າ: ທະ­ນາ­ຄານ​ແຫ່ງ​ປະ­ເທດ​ໄທ (ທະ­ນາ­ຄານ​ກາງ) ໄດ້​ຮຽກ­ຮ້ອງ​ໃຫ້​ທະ­ນາ­ຄານ​ຕ່າງໆ​ພາຍ​ໃນ​ປະ­ເທດ ຮີບ​ຮ້ອນ ແລະ ເປີດ​ກວ້າງ​ການ​ຊ່ວຍ­ເຫຼືອ​ດ້ານ​ການ​ເງິນ ໃຫ້​ບັນ­ດາ​ຂະ­ແໜງ​ທຸ­ລະ​ກິດ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19.

ພາຍ​ໃຕ້​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ ເຊິ່ງ​ທະ­ນາ­ຄານ​ກາງ­ຂອງ​ໄທ ໄດ້​ປະ­ກາດ​ອອກ​ມາ​ໃນ​ວັນ​ທີ 28 ກຸມ­ພາ​ປີ​ນີ້​ນັ້ນ ໜີ້​ສິນ​ຂອງ​ຜູ້​ກູ້​ຢືມ​ເງິນ​ຈາກ​ທະ­ນາ­ຄານ ຈຳ­ນວນ 30.000 ຄົນ ໄດ້​ຮັບ​ການ​ຈັດ​ສັນ​ໃໝ່ ເຊິ່ງ​ມີ​ມູນ​ຄ່າ​ສູງ​ເຖິງ 234 ຕື້​ບາດ ດ້ວຍ​ຮູບ​ການ​ຫຼຸດ​ອັດ­ຕາ​ດອກ​ເບ້ຍ​ເງິນ​ກູ້ ກໍ​ຄື​ການ​ຍືດ​ເວ­ລາ​ໃຊ້​ໜີ້​ອອກ​ຕື່ມ.

ຂ່າວ​ບອກ​ວ່າ: ທະ­ນາ­ຄານ​ອີກ​ຈຳ­ນວນ​ໜຶ່ງ ໄດ້​ຈັດ​ຕັ້ງ​ລະ­ບົບ​ໃຫ້​ບໍ­ລິ­ການ​ປະ­ຕູ​ດຽວ ເພື່ອ​ແກ້​ໄຂ​ຜູ້​ປະ­ກອບ​ການ​ທີ່​ປະ​ເຊີນ​ກັບ​ບັນ­ຫາ​ໂຄ​ວິດ-19 ເມື່ອ​ສົມ​ທຽບ​ກັບ​ຈຳ­ນວນ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ຫົດ​ຕົວ​ລົງ ຍ້ອນ​ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ແລ້ວ​ຈຳ­ນວນ​ເງິນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ກໍ​ຍັງ​ຊ່ວຍ​ຫຍັງ​ບໍ່​ໄດ້​ຫຼາຍ.

ທີ່ ອັງ­ກິດ: ກົດ­ໝາຍ​ຈະ­ລາ­ຈອນ​ພິ­ເສດ​ຂອງ​ປະ­ເທດ​ອັງ­ກິດ ທີ່​ສະ­ເໜີ​ໂດຍ​ກະ­ຊວງ​ຄົມ­ມະ­ນາ­ຄົມ ແລະ ຂົນ­ສົ່ງ ໃນ​ຕົ້ນ​ປີ 2014 ນັ້ນ​ມີ​ແນວ​ພິ­ເສດ​ສົມ­ຊື່​ແທ້ໆ ເພາະ​ມີ​ເນື້ອ​ໃນ​ທີ່​ກຳ­ນົດ​ວ່າ: ເຈົ້າ​ໜ້າ­ທີ່​ສາຍ​ລັບ​ຂອງ​ໜ່ວຍ​ສືບ​ຂ່າວ​ໝາຍ​ເລກ M15 ແລະ M16 ນັ້ນ ສາ­ມາດ​ຂັບ​ລົດ​ລ່ວງ​ສັນ­ຍານ​ໄຟ​ແດງ​ໄດ້ ແລະ ບໍ່​ຈຳ­ເປັນ​ປະ­ຕິ­ບັດ​ຕາມ​ເຄື່ອງ­ໝາຍ​ຈະ­ລາ­ຈອນ​ຕ່າງໆ​ບົນ​ຖະ­ໜົນ ລວມ​ທັງ​ບໍ່​ຈຳ­ເປັນ​ຕ້ອງ​ຢຸດ​ໃຫ້​ຄົນ​ຍ່າງ​ຂ້າມ​ທາງ​ມ້າ​ລາຍ ແລະ ສາ­ມາດ​ຂັບ​ລົດ​ໄວ​ເກີນ​ກວ່າ​ກົດ­ໝາຍ​ກຳ­ນົດ​ໄວ້ ຫາກ​ກຳ­ລັງ​ຢູ່​ໃນ​ລະ­ຫວ່າງ​ການ​ປະ­ຕິ­ບັດ​ພາ­ລະ­ກິດ ເພື່ອ​ຄວາມ​ໝັ້ນ­ຄົງ​ຂອງ​ຊາດ ໜ່ວຍ​ງານ​ທີ່​ໄດ້​ຮັບ​ສິດ​ພິ­ເສດ​ໃນ​ການ​ຂັບ​ລົດ​ແບບ​ນີ້​ມາ​ກ່ອນ​ໜ້າ​ນັ້ນ ກໍ​ຄື​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ແລະ ໜ່ວຍ​ງານ​ກູ້​ໄພ​ເພື່ອ​ຊ່ວຍ​ຊີ­ວິດ.

ຂ່າວ​ບອກ​ວ່າ: ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ທາງ​ການ​ອັງ­ກິດ ຈະ​ໃຫ້​ສິດ​ພິ­ເສດ​ໃນ​ການ​ຂັບ​ຂີ່​ແບບ​ນີ້​ແກ່​ໜ່ວຍ​ເກັບ​ກູ້​ລະ­ເບີດ ແລະ ໜ່ວຍ​ຂົນ​ຍ້າຍ​ອະ​ໄວ​ຍະ​ວະ ເພື່ອ​ການ­ຜ່າ­ຕັດ​ປ່ຽນ​ຖ່າຍ​ອະ​ໄວ​ຍະ​ວະ​ສຸກ​ເສີນ.

ທີ່ ອາ​ຣັບ​ບີ ຊາ​ອຸ​ດິດ: ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ປະ­ຊາ​ຄົມ​ໂລກ​ຕ່າງ​ກໍ​ຊົມ­ເຊີຍ ແລະ ຍິນ​ດີ​ນຳ​ແມ່­ຍິງ​ປະ­ເທດ​ອາ​ຣັບ​ບີ ຊາ​ອຸ​ດິດ ທີ່​ໄດ້​ຮັບ​ສິດ​ໃນ​ດ້ານ​ຕ່າງໆ​ຫຼາຍ​ຂຶ້ນ ເຊັ່ນ: ສິດ​ຂັບ​ລົດ ສິດ​ເຂົ້າ​ຊົມ​ກີ­ລາ ສິດ​ເຂົ້າ​ຊົມ​ລະ­ຄອນ-ຮູບ­ເງົາ ໂດຍ​ບໍ່​ມີ​ການ​ຕິດ­ຕາມ​ຂອງ​ເພດ​ຊາຍ ສິດ​ໃນ​ການ​ສິດ­ສອນ​ໃນ​ຫ້ອງ​ຮຽນ​ທີ່​ມີ​ເດັກ​ນັກ­ຮຽນ​ເພດ​ຊາຍ ແລະ​ອື່ນໆ.

ອີກ​ໜຶ່ງ​ສິດ​ທີ່​ສຳ­ຄັນ ເຊິ່ງ​ແມ່­ຍິງ​ປະ­ເທດ​ນີ້​ໄດ້​ຮັບ ຕາມ​ຂ່າວ​ໜັງ­ສື­ພິມ The Nation ສະ­ບັບ​ວັນ​ທີ 8 ເດືອນ​ມັງ­ກອນ ປີ 2019 ກໍ​ແມ່ນ​ສິດ​ທີ່​ຈະ​ຮູ້​ວ່າ ຜູ້​ເປັນ​ຜົວ​ຂອງ​ຕົນ​ໄດ້​ຢ່າ​ຮ້າງ​ກັບ​ຕົນ​ແລ້ວ ໃນ​ເມື່ອ​ກ່ອນ​ຜູ້​ເປັນ​ຜົວ​ໃນ​ປະ­ເທດ​ນີ້ ມັກ​ຈະ​ເຮັດ​ການ​ຢ່າ​ຮ້າງ​ກັບ​ເມຍ​ຕົນ​ຕາມ​ລຳ­ພັງ​ໃຈ ໂດຍ​ບໍ່​ແຈ້ງ​ໃຫ້​ຝ່າຍ​ເມຍ​ຊາບ ແຕ່​ໃນ​ປັດ­ຈຸ­ບັນ​ນີ້ ທາງ​ກະ­ຊວງ​ຍຸ­ຕິ​ທຳ​ຂອງ​ປະ­ເທດ​ນີ້ ຮັບ­ຜິດ­ຊອບ​ເປັນ​ເຈົ້າ​ການ​ສົ່ງ​ຂໍ້­ຄວາມ​ແຈ້ງ​ການ​ຢ່າ​ຮ້າງ​ດັ່ງ­ກ່າວ​ໃຫ້​ຝ່າຍ​ເມຍ​ຊາບ ດ້ວຍ​ການ​ສົ່ງ​ຂໍ້­ຄວາມ​ຜ່ານ​ເວັບ​ໄຊ​ສະ­ເພາະ​ຂອງ​ທາງ​ກະ­ຊວງ​ຍຸ­ຕິ​ທຳ ໂດຍ​ຜ່ານ​ເວັບ​ໄຊ​ນີ້ ຝ່າຍ​ເມຍ​ສາ­ມາດ​ຊອກ​ຮູ້​ທຸກ​ເອ­ກະ­ສານ ທີ່​ພົວ­ພັນ​ກັບ​ການ​ຢ່າ​ຮ້າງ.

error: Content is protected !!