4 ເຄັດລັບສໍາລັບຜູ້ໃຊ້ໂທລະສັບມືຖືໃຫ້ປອດໄພຈາກນໍ້າໄລຍະປີໃໝ່ລາວ

    Samsung ແນະນຳເຄັດລັບປ້ອງກັນນ້ຳເຂົ້າໂທລະສັບມືຖືໃນໄລຍະປີໃໝ່ລາວ ເພີ່ມຄວາມມ່ວນຊື່ນຢ່າງປອດໄພ ບໍ່ກັງວົນຈາກບັນຫາ ເພາະໂທລະສັບປຽກນ້ຳ ເຖິງວ່າຈະຢູ່ໃນສະຖານະການເຝົ້າລະວັງຢ່າງໃກ້ຊິດຈາກການແຜ່ລະບາດຂອງໂຄວິດ-19 ສາຍພັນໂອມິຄຣອນ ແຕ່ເພື່ອອະນຸຮັກວັດທະນະທຳອັນດີງາມໃນປີໃໝ່ລາວ ຈຶ່ງມີການຈັດກິດຈະກຳເປັນບຸນນ້ອຍໆຂອງຄົນໃນຄອບຄົວ ຫຼື ໃນວັດທ້ອງຖິ່ນ ແລະ ເຊື່ອວ່າຜູ້ໃຊ້ໂທລະສັບມືຖືບໍ່ໜ້ອຍ ຢາກຈະເກັບຄວາມຊົງຈຳດີໆນີ້ໄວ້ດ້ວຍໂທລະສັບມືຖືສ່ວນຕົວ ແຕ່ເປັນຫ່ວງບັນຫານ້ຳ ແລະ ຝຸ່ນແປ້ງເຂົ້າໂທລະສັບ ຈົນອາດຕ້ອງເອົາໂທລະສັບໄປເຂົ້າສູນສ້ອມແປງຫຼັງແລ້ວປີໃໝ່ ເຊິ່ງເປັນເລື່ອງທີ່ຫຍຸ້ງຍາກ ແລະ ບໍ່ມີໃຜຕ້ອງການໃຫ້ເກີດຂຶ້ນ ເພື່ອໃຫ້ຄວາມມ່ວນຊື່ນໃນຂະນະຮ່ວມບຸນປີໃໝ່ເກີດຂຶ້ນ ໄປພ້ອມໆກັບຄວາມປະທັບໃຈໃນໂທລະສັບມືຖື Samsung ມີເຄັດລັບງ່າຍໆ 4 ຂໍ້ສໍາລັບຜູ້ໃຊ້ງານໂທລະສັບມືຖືໂດຍສະເພາະ ມານໍາສະເໜີ ຄື:

    1. ຖົງກັນນ້ຳຫາງ່າຍໄດ້ທຸກປີ: ຖົງກັນນ້ຳສຳລັບໂທລະສັບມືຖື ນັບເປັນອຸປະກອນກັນນ້ຳທີ່ໜ້າຈະຫາໄດ້ບໍ່ຍາກໃນລາວ ເພາະໃນແຕ່ລະປີ ຈະມີການຜະລິດມາເປັນຂອງລາງວັນ ຫຼື ຂອງທີ່ລະນຶກສຳລັບທຸກຄົນຢູ່ແລ້ວ ທັງເປັນທີ່ນິຍົມໃຊ້ກັນທີ່ສຸດໃນໄລຍະບຸນປີໃໝ່ລາວ ຈຶ່ງຫາຊື້ໄດ້ບໍ່ຍາກ ລາຄາບໍ່ແພງ ແລະ ສາມາດກັນສິ່ງເປິເປື້ອນຕ່າງໆໄດ້ເປັນຢ່າງດີ.

    2. ໃຊ້ເຄສ໌ກັນນໍ້າຫຼູຫຼາສະຫງ່າງາມ: ຫາກທ່ານໃດບໍ່ມັກສາຍຫ້ອຍຄໍແບບຖົງກັນນ້ຳ ທາງເລືອກທີ່ນິຍົມກັນອີກຢ່າງໜຶ່ງ ຄືການໃຊ້ເຄສ໌ພິເສດແບບປະກອບກັນສອງດ້ານ ໜ້າ-ຫຼັງ ໃຊ້ຖ່າຍຮູບໃຕ້ນໍ້າໂດຍສະເພາະ ເຊິ່ງເຄສ໌ຄຸນນະພາບດີອາດມີລາຄາສູງເລັກໜ້ອຍ ແຕ່ກໍຄຸ້ມຄ່າ ເພາະບໍ່ພຽງແຕ່ຈະໄດ້ຮູບຊົງທີ່ຊ່ວຍໃຫ້ເຮົາໃຊ້ງານໃດ້ຢ່າງຄ່ອງແຄ້ວແບບທຳມະຊາດ ແຕ່ຍັງໄດ້ພາບຖ່າຍທີ່ມີຄວາມຄົມຊັດ ແລະ ຍັງຊ່ວຍກັນກະແທກໄດ້ດີ ສິ່ງສຳຄັນໃນການໃຊ້ເຄສ໌ແບບນີ້ ຕ້ອງໄດ້ເບິ່ງຢາງ ຫຼື ວັດສະດຸກັນນໍ້າດ້ານຂ້າງວ່າມີການຕິດແຈບດີທຸກຄັ້ງ ກ່ອນນຳອອກໄປໃຊ້ໃນສະຖານະການຈິງ ແລະ ໝັ່ນກວດສອບເປັນໄລຍະເຊັ່ນດຽວກັນກັບຊອງກັນນ້ຳ.

    3. ຟີມຖະໝອມອາຫານ ກັນນ້ຳແບບດ່ວນທັນໃຈໄວຮຸ່ນ: ເຖິງວ່າຟີມຖະໜອມອາຫານ ອາດບໍ່ແມ່ນວັດສະດຸທຳມະດາທີ່ຫາໄດ້ທຸກເຮືອນ ແຕ່ໄລຍະບຸນປີໃໝ່ ເຮົາຈະຫາຟີມຖະໜອມອາຫານໄດ້ຈາກກະຕ່າຂອງຂວັນທີ່ຜູ້ຄົນນຳມາອວຍພອນ ເຊິ່ງການນໍາມາໃຊ້ໃນໄລຍະປີໃໝ່ອາດບໍ່ແມ່ນແນວຍາກ ນອກນີ້ ຟີມຖະໜອມອາຫານຍັງເປັນວັດສະດຸທີ່ມີລາຄາຖືກ ຫຸ້ມຫໍ່ງ່າຍ ພຽງແຕ່ຫຸ້ມຫໍ່ໂທລະສັບໄວ້ຫຼາຍຊັ້ນ ໂດຍດຶງສ່ວນທີ່ເປັນເລນໄວ້ໃຫ້ຂ້ອນຂ້າງຕຶງ ແລະ ແຈບສະໜິດ ກໍສາມາດປ້ອງກັນນໍ້າເຂົ້າໄດ້ໃນເວລາທີ່ດົນສົມຄວນ ແຕ່ການນຳໃຊ້ຟິມຖະໜອມອາຫານຄືຄວາມບໍ່ຄົງທົນ ບໍ່ກັນກະແທກ ຂາດງ່າຍ ແລະ ມີຊ່ອງທາງໃຫ້ນ້ຳຊຶມລົງໄປໄດ້ ເມື່ອຖືກນ້ຳຫຼາຍຄວນຮີບຟ້າວເຊັດໃຫ້ແຫ້ງ ແລ້ວຖອດຟິມອອກໄປປ່ຽນໃໝ່.

    4. ໃຊ້ມືຖືທີ່ສາມາດກັນນໍ້າມາດຕະຖານ IP67 ຂຶ້ນໄປ: ນອກຈາກການໃຊ້ອຸປະກອນກັນນໍ້າທັງ 3 ຢ່າງທີ່ເວົ້າຜ່ານມາແລ້ວ ກໍຄວນໃຊ້ໂທະລະສັບມືຖືທີ່ມີມາດຕະຖານກັນນ້ຳ  ແລະ ຝຸ່ນ  ແຕ່ລະດັບ  IP67 ຂຶ້ນໄປ  ຈະເໝາະສົມທີ່ສຸດ ເພາະຈະຊ່ວຍໃຫ້ໝັ້ນໃຈໄດ້ວ່າ ຫາກມີເຫດການທີ່ບໍ່ຄາດຝັນເກີດຂຶ້ນ ເຊັ່ນ: ຖົງຂາດ ຫຼື ເຄສ໌ຫຼຸດ ໂທລະສັບທີ່ທ່ານກໍາລັງໃຊ້ງານຢູ່ຈະສາມາດປ້ອງກັນແຮງນ້ຳທີ່ສີດໃສ່ໂທລະສັບໄດ້ຢ່າງຮອບດ້ານ ລວມເຖິງກັນນໍ້າເຂົ້າໃນກໍລະນີຕົກນ້ຳເລິກ 1 ແມັດ ໃນເວລາ 30 ນາທີ ໄດ້ເປັນຢ່າງດີ ເຊິ່ງໂທລະສັບຮຸ່ນໃໝ່ຂອງ Samsung ເຄື່ອງຫຼ້າສຸດທີ່ວາງຈຳໜ່າຍໃນປີນີ້ ເຊັ່ນ: Samsung Galaxy A53 5G ກໍໄດ້ມາດຕະຖານກັນນ້ຳ ແລະ ຝຸ່ນລະດັບ IP67 ເຊັ່ນກັນ ນອກນີ້ ໂທລະສັບຮຸ່ນດັ່ງກ່າວຍັງມາພ້ອມກັບກ້ອງຄົມຊັດລະດັບ 64 MP ແລະ ລະບົບກັນສັ່ນທີ່ຈະຊ່ວຍໃຫ້ທ່ານບັນທຶກພາບ ແລະ ວິດີໂອໃນໄລຍະປີໃໝ່ລາວໄດ້ແຈ້ງ ແລະ ຄົມຊັດທີ່ສຸດ.

    ເຖິງວ່າຈະເລືອກວິທີທາງໃດໃນການປ້ອງກັນນ້ຳເຂົ້າໂທລະສັບ ຜູ້ໃຊ້ບໍ່ຄວນລືມທີ່ຈະປ່ຽນການປົດລ໋ອກຈາກການສະແກນລາຍນິ້ວມື ມາເປັນລະບົບສະແກນໃບໜ້າ ເພື່ອຄວາມສະດວກ ແລະ ປອດໄພໃນການໃຊ້ງານກັບໄລຍະມ່ວນຊື່ນນີ້ ເຊິ່ງເປັນສິ່ງສໍາຄັນທີ່ຈະເຮັດໃຫ້ບຸນປະເພນີລາວຂອງພວກເຮົາມີຄວາມງົດງາມ ແລະ ເປັນໜ້າຈົດຈຳຕະຫຼອດໄປ.

# ສະບາໄພ

error: Content is protected !!