ນວ ເອົາ​ໃຈ​ໃສ່​ຮັກ​ສາ​ຮິດ​ຄອງ​ປະ​ເພ​ນີ ພ້ອມ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ ​ໂຄວິດ-19

ການ​ສະ​ເຫຼີ​ມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ​ ພ​ສ 2565 ຢູ່​ນະ​ຄອນຫຼວງວຽງ​ຈັນ ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊາດ ໄປ​ພ້ອມ​ໆ​ກັບ​ການ​ເອົາ​ໃຈ​ໃສ່​ໃນ​ການ​ເປັນ​ເຈົ້າ​ການ​ປ​ະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ໂຄ​ວິດ-19.

ທ່ານ ນາງ ວິ​ໄລ​ວອນ ຈັນ​ທະ​ລ​າ​ຕີ ຫົວ​ໜ້າ​ພະ​ແນ​ກ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່​ຽວ ນະ​ຄອນຫຼວງວຽງ​ຈັນ ໃຫ້​ສຳ​ພາດ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ຫົດ​ສົງ​ພະ​ເຈົ້າ​ອົງ​ຄຳ​ໃນ​ວັນ​ທີ 14 ເມ​ສາ 2022 ວ່າ: ພະ​ແນກຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່​ຽວ ໄດ້​ເປັນ​ເຈົ້າ​ການ​ໃນ​ພິ​ທີ​ຫົດ​ສົງ​ພຸ​ດ​ທະ​ຮູບພະ​ເຈົ້າ​ອົງ​ຄຳ​ໃນ​ກົມ​ມະ​ລຽນ​ພະ​ທາດຫຼວງ ເຊິ່ງ​ການ​ຈັດ​ພິ​ທີແ​ມ່ນ​ໜຶ່ງ​ໃນ​ບັນ​ດາ​ຄາດ​ໝາຍ​ທີ່​ອົງ​ການ​ປົກ​ຄອງ​ນະ​ຄ​ອນຫຼວງວຽງ​ຈັນ​ວາງ​ອອກ ໂດຍ​ສະ​ເພ​າ​ະ​ການ​ສະ​ເຫຼີມສະ ຫຼອງ​ບຸນ​ປີ​ໃໝ່​ລາວ​ ພ​ສ 2565 ກ​ໍ​ຄື ຄາດ​ໝາຍ​ທີໜຶ່ງ​ໃນ​ການ​ປົກ​ປັກ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊາດໃນ​ການຫຼີ້ນ​ບຸນ​ປີ​ໃໝ່ ເຊິ່ງ​ໃນ​ພິ​ທີ​ຫົດ​ສົງ​ພະ​ເຈົ້າ​ອົງ​ຄຳ​ແມ່ນ​ໄດ້​ມີ​ການ​ຈຳ​ກັດການ​ຈັດ​ພິ​ທີ​ຢ່າງ​ເຂັ້ມ​ງວດ ໂດຍ​ໄດ້​ນິ​ມົນນຳ​ພະ​ສົງ​ຈຳ​ນວນ 35 ອົງ ສ່ວນ​ການ​ຈັດ​ຕັ້ງ​ ອອກ​ຕົນ​ຍາດ​ໂຍ​ມລວມ​ທັງ​ເຈົ້າ​ພາບ​ເຈົ້າ​ສັດ​ທາ​ທັງຫຼາຍລ​ວມມີ 100 ຄົນ ເຊິ່ງ​ການ​ຈັດ​ພິ​ທີ​ແມ່ນ​ເນັ້ນ​ໃສ່​ການ​ປ້ອງ​ກັນ​ການ​ລະ​ບາ​ດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ພິ​ທີ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ຢ່າງ​ຈົບ​ງາມ ໃນ​ໂອ​ການ​ບຸນ​ປີ​ໃໝ່​ລາວ​ ພ​ສ 2565 ຂ້າ​ພະ​ເຈົ້າ​ໃນ​ນາມ​ຕາງ​ໜ້າ​ໃຫ້ ​ພະ​ແນ​ກ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່​ຽວ ນະ​ຄອນຫຼວງວຽງ​ຈັນ ຂໍ​ອວຍ​ພ​ອນ​ໄຊ​ອັ​ນ​ປະ​ເສີດ​ມາ​ແດ່​ການ​ນຳ​ພັກ-ລັດ ພໍ່​ແມ່​ພີ​ນ້ອງ​ນັກ​ທຸ​ລະ​ກິດ ຊາວ​ຄ້າ​ຂາຍ ຕະຫຼອດ​ເຖິງ​ນາຍ ແລະ ​ພົນ​ທະ​ຫານ ຕຳຫຼວດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໃຫ​້​ມີ​ສ​ຸ​ຂະ​ພາບ​ແຂງ​ແຮງ​ປາ​ສ​ະ​ຈາກ​ໂລກ​ໄພ​ໄຂ​້​ເຈັບ ມີ​ແຕ່​ຄວາມ​ສຸກ​ຄວາມ​ຈະ​ເລ​ີນ ພ້ອມ​ກັນ​ພັດ​ທະ​ນາ​ນະ​ຄອນຫຼວງວຽງ​ຈັນ ກໍ​ຄື ປະ​ເພ​ດ​ຊາດ​ຂອງ​ພວກ​ເຮົາ​ໃຫ້​ມີ​ຄວາມ​ຈະ​ເລີນ​ກ້າວ​ໜ້າ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຕະຫຼອດ​ໄປ.

ທ່ານ ນາງ ບົວວຽງ ເພັດທະລານຄຳ ກຳ​ມ​ະ​ການ​ສ​ູນ​ກາງ​ແນວ​ລາວ​ສ້າງ​ຊາດ ປະ​ທານ​ບໍ​ລິ​ສັດ​ເພັດ​ບັນ​ດິດ​ ກໍ່ສ້າງ ຕາງ​ໜ້າ​ເຈົ້າ​ສັດ​ທາ ໃຫ້​ສຳ​ພາດ​ວ່າ: ໃນ​ວັນ​ສັງ​ຂ​ານ​ລ່​ວງ​ຂອງທຸກໆ​ປີ ກໍ​ໄດ້​ຈັດ​ພິ​ທີ​ເອົາ​ພະ​ລົງ​ເພື່ອ​ຫົດ​ສົງ​ຕາມ​ຮີດ​ຄອງ​ປະ​ເພ​ນີ ແຕ່​ຍ້ອນ​ສະ​ພາບ​ການ​ລະ​ບາ​ດ​ຂອງ​ໂຄວິດ-19 ການ​ຫົດ​ສົງ​ພະ​ເຈົ້າ​ອົງ​ຄຳ​ແມ່ນ​ໄດ້​ເຮັດ​ແບບ​ນ້ອຍໆ ມີ​ການ​ຈຳ​ກັດ​ຈຳ​ນວນ​ແຂກ​ເຂົ້າ​ຮ່ວມ ໂດຍ​ມີ​​ພຽງ ການ​ນຳ​ນະ​ຄອນຫຼວງວຽງ​ຈັນ ເມືອງ ເຖົ້າ​ແກ່​ແນວ​ໂຮມ ເພື່ອ​ປະ​ຕິ​ບັດ​ຕາ​ມ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມທີ່ບໍ່​ໄດ້​ປະ​ລະ​ໃຫ້​ໝອງ​ຄອງບໍ່​ໃຫ້​ເສົ້າ ຢ່າງ​ໃດ​ກໍ​ຕາມ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ຂ້າ​ພະ​ເຈົ້າ​ຕາງ​ໜ້າ​ໃຫ້​ບັນ​ດາ​ບໍ​ລິ​ສັດ ກໍ​ຄື ຜູ້​ປະ​ກອບ​ການໃນ​ບໍ​ລິ​ເວນ​ສ​​ະ​ໜາມຫຼວງ​ຂໍ​ອວຍ​ພັນ​ການ​ນຳ​ພັກ-ລັດ ກໍ​ຄື​ປະ​ຊາ​ຊົນ​ຊາວ​​ລາວນະ​ຄອນຫຼວງວຽງ​ຈັນ ປະ​ຊາ​ຊົນ​ລາວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ພ້ອມ​ກັນ​ຜ່າ​ວິ​ກິດ​ໂຄວິດນີ້​ໄປ.

​ຢ່າງ​ໃດ​ກໍ​ຕາມ ເຖິງ​ແມ່​ນ​ວ່າ ກິດ​ຈະ​ກຳ​ຕ່າງໆ​ໄດ້​ຖືກ​ສັ່ງ​ໂຈະ ແຕ່​ຮີດ​ເກົ່າ​ຄອງ​ເດີມ​ຂອງ​ປະ​ຊາ​ຊົນ​ລາວ​ຍັງ​ສືບ​ຕໍ່​ປະ​ຕິ​ບັດ​ທີ່​ຮັກ​ສາ​ໄດ້​ເອ​ກະ​ລັກ​ວັດ​ທະ​ນະ​ທຳ ແລະ​ ຮິດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຊ​າດ​ລາວ ໄວ​້​ຄົງ​ຢູ່​ກັບ​ຄົນ​ລາວ​ຕະຫຼອດ​ໄປ.

error: Content is protected !!