ສ້າງຄວາມເຂົ້າໃຈເຖິງບັນດາປະເພດຂອງຊັບສິນທາງປັນຍາ

    ພິທີເຝິກອົບຮົມຂັ້ນພື້ນຖານກ່ຽວກັບຊັບສິນທາງປັນຍາ ສຳລັບພາກລັດ ແລະ ທຸລະກິດ ໃນຂະແໜງ ຫັດຖະກຳ ຈັດຂຶ້ນວັນທີ 19 ເມສາ 2022 ທີ່ສະໂມສອນກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຮ່ວມຂອງທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສະຫະລັດອາເມຣິກາປະຈໍາ ສປປ ລາວ ມີຕາງໜ້າຈາກກົມ ພະແນກ ຂະແໜງການ ແລະ ຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສັນຕິສຸກ ພູນສະຫວັດ ກ່າວວ່າ: ການເຝິກອົບຮົມໃນຄັ້ງນີ້ ກໍເພື່ອຈະຊ່ວຍເຮັດໃຫ້ຜູ້ປະກອບການ ສາມາດເຂົ້າໃຈໄດ້ເຖິງບັນດາປະເພດຂອງຊັບສິນທາງປັນຍາ ຊ່ວຍໃຫ້ຜູ້ປະກອບການສາມາດໄດ້ຮັບຜົນປະໂຫຍດຈາກການນຳໃຊ້ຊັບສິນທາງປັນຍາໃນທຸລະກິດຂອງຕົນໂດຍສະເພາະຕິດພັນກັບອຸດສາຫະກຳ ແລະ ຫັດຖະກຳ ທັງເປັນເວທີໜຶ່ງທີ່ຈະເຮັດໃຫ້ບັນດາທ່ານສາມາດຮັບຮູ້ ແລກປ່ຽນຄວາມຄິດເຫັນ ແລະ ປະສົບການຈາກນັກວິທະຍາກອນໃນມື້ນີ້.

#  ພາບ-ຂ່າວ​: ວຽງມາ

error: Content is protected !!