ມົ້ວສຸມຢາເສບຕິດ ຖືກກັກຕົວດຳເນີນຄະດີຕາມກົດໝາຍ

ຕາມ​ແຫຼ່ງ​ຂ່າວ​ຂອງ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຮູ້​ວ່າ: ໃນ​ຄ່ຳ​ຄືນ​ວັນ​ທີ 13 ພຶດ­ສະ­ພາ 2020 ກອງ­ພັນ​ປ້ອງ​ກັນ​ເຄື່ອນ​ທີ່ ປກສ ນວ ສົມ­ທົບ​ກັບ​ທະ­ຫານ ນວ ສືບ­ຕໍ່​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ເລກ​ທີ 06/ນຍ ແລະ ແຈ້ງ​ການ 524/ຫສນຍ ອອກ​ກວດ­ກາ​ລາດ­ຕະ­ເວນ​ຕາມ​ຖະ­ໜົນ​ໄກ­ສອນ ພົມ­ວິ­ຫານ  ແຕ່​ບ້ານ​ໂພນ​ເຄັງ-ດອນ​ໜູນ ແລະ ເສັ້ນ­ທາງ​ເລກ 10 ແຕ່​ດອນ​ໜູນ​ຫາ​ທ່າ​ງ່ອນ ພໍ​ໄປ​ຮອດ​ເຂດ​ປ້ຳ­ນ້ຳ­ມັນ​ບ້ານ​ດ່ານ​ຊ້າງ ພົບ​ເຫັນ​ກຸ່ມ​ຄົນ​ຈຳ­ນວນ​ໜຶ່ງ​ທີ່​ມີ​ພຶດ­ຕິ​ກຳ​ໜ້າ​ສົງ­ໄສ ເຈົ້າ​ໜ້າ­ທີ່​ຈຶ່ງ​ຂໍ​ເຂົ້າ​ກວດ­ກາ ພົບ​ຢາ​ບ້າ​ລວມ​ມີ 20 ເມັດ ຊຸກ­ເຊື່ອງ​ໄວ້​ຂ້າງ​ຮົ້ວ​ກຳ­ແພງ ຈຶ່ງ​ກັກ​ຕົວ​ມາ​ສອບ​ສວນ.

ຜ່ານ​ການ​ສອບ​ສວນ​ເບື້ອງ​ຕົ້ນ ກຸ່ມ​ມົ້ວ​ສຸມ​ຢາ​ເສບ​ຕິດ​ມີ​ທັງ​ໝົດ 6 ຄົນ​ຄື: ທ້າວ ຊາດ ອາ­ຍຸ 48 ປີ ຢູ່​ບ້ານ​ຫ້ວຍ​ເຕີຍ ທ້າວ ເຈ​ອາ​ມອນ ອາ­ຍຸ 24 ປີ ທ້າວ ສີ​ອຳ­ໄພ ອາ­ຍຸ 20 ປີ ທ້າວ ສະ­ຖາ­ພອນ ອາ­ຍຸ 26 ປີ ຢູ່​ບ້ານ​ດ່ານ​ຊ້າງ ທ້າວ ວິ​ໄຊ ອາ­ຍຸ 38 ປີ ຢູ່​ບ້ານ​ດອນ​ຕີ້ວ ເມືອງ​ໄຊ​ທາ­ນີ ແລະ ທ້າວ ເຄ ອາ­ຍຸ 38 ປີ ຢູ່​ບ້ານ​ຫາດ​ກັນ­ຊາ ເມືອງ​ແກ້ວ​ອຸ­ດົມ ແຂວງ​ວຽງ​ຈັນ ທັງ​ໝົດ​ແມ່ນ​ອາ­ຊີບ​ກຳ­ມະ­ກອນ ແລະ ພວກ​ກ່ຽວ​ຍອມ­ຮັບ​ສາ­ລະ­ພາບ​ວ່າ​ໄດ້​ຮ່ວມ​ກັນ​ມົ້ວ​ສຸມ​ຢາ​ເສບ​ຕິດ​ແທ້.

ວັນ​ທີ 15 ພຶດ­ສະ­ພາ 2020 ກອງ­ພັນ​ປ້ອງ​ກັນ​ເຄື່ອນ​ທີ່ ປກສ ນວ ໄດ້​ມອບ​ຕົວ​ທັງ 6 ຄົນ ໃຫ້​ພະ​ແນກ​ສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ຫ້ອງ​ຕຳ­ຫຼວດ ປກສ ນວ ເພື່ອ​ສືບ­ສວນ-ສອບ​ສວນ ຂະ­ຫຍາຍ​ຜົນ​ຫາ​ກຸ່ມ​ແກ້ງ​ມົ້ວ​ສຸມ ແລະ ຜູ້​ທີ່​ຄ້າ­ຂາຍ​ຢາ​ເສບ​ຕິດ​ມາ​ລົງ­ໂທດ​ຕາມ​ລະ­ບຽບ​ກົດ­ໝາຍ.

error: Content is protected !!