ICBC ເຮັດທຸລະກຳຊື້-ຂາຍລະຫວ່າງກີບ-ຢວນໂດຍກົງ

ເມື່ອ​ບໍ່​ດົນ​ມາ​ນີ້ ທະ­ນາ­ຄານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຈີນ ຈຳ­ກັດ ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ (ICBC) ໄດ້​ເຮັດ​ທຸ­ລະ​ກຳ​ຊື້-ຂາຍ​ເງິນ​ກີບ-ຢວນ​ໂດຍ​ກົງ ລະ­ຫວ່າງ​ທະ­ນາ­ຄານ​ພາຍ​ໃນ​ລາວ​ຜ່ານ​ລະ­ບົບ INTERBANK ຂອງ​ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ຢ່າງ​ສຳ­ເລັດ​ຜົນ​ເປັນ​ຄັ້ງ​ທຳ​ອິດ ທຸ­ລະ​ກຳ​ຄັ້ງ​ນີ້​ເປັນ​ອີກ​ໝາກ­ຜົນ​ໜຶ່ງ​ຂອງ​ທະ­ນາ­ຄານ ICBC ໃນ​ການ​ທົດ​ລອງ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ ທີ່​ສະ­ແດງ​ໃຫ້​ເຫັນ​ເຖິງ​ການ​ຫັນ­ປ່ຽນ​ເປັນ​ເງິນ­ຕາ​ສາ­ກົນ​ຂອງ​ເງິນ​ຢວນ.

ນັບ​ແຕ່​ປີ 2012 ເປັນ­ຕົ້ນ​ມາ ທະ­ນາ­ຄານ ICBC ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຖືກ​ແຕ່ງ­ຕັ້ງ​ຈາກ​ທະ­ນາ­ຄານ​ແຫ່ງ ສປປ ລາວ ເປັນ​ຕົວ​ແທນ​ໃນ​ການ​ເຮັດ​ໜ້າ­ທີ່​ເປັນ​ສູນ​ກາງ​ໃນ​ການ​ຊຳ­ລະ​ສະ​ສາງ​ສະ­ກຸນ​ເງິນ​ຢວນ ພາຍ​ໃຕ້​ການ​ຊີ້​ນຳ ແລະ ການ​ສະ­ໜັບ­ສະ­ໜູນ​ຈາກ​ທະ­ນາ­ຄານ​ແຫ່ງ ສປປ ລາວ​ທະ­ນາ­ຄານ ICBC ໄດ້​ຕິດ­ຕາມ​ສະ­ພາບ​ການ​ຕະ­ຫຼາດ ຂະ­ຫຍາຍ​ການ​ໃຫ້​ບໍ­ລິ­ການ​ທຸ­ລະ​ກຳ​ເງິນ​ຢວນ​ຢ່າງ​ຕັ້ງ­ໜ້າ ແລະ ຊຸກ­ຍູ້​ຕະ­ຫຼາດ​ເງິນ​ຢວນ​ຢູ່​ລາວ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຕອບ​ສະ­ໜອງ​ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ ແລະ ຜະ­ລິດ​ຕະ​ພັນ​ໃໝ່​ໃນ​ລະ­ບົບ INTERBANK ຂອງ​ທະ­ນາ­ຄານ​ແຫ່ງ ສປປ ລາວ ສະ­ນັ້ນ​ທະ­ນາ­ຄານ ICBC ຈຶ່ງ​ໄດ້​ຕັ້ງ­ໜ້າ​ຈັດ​ຕັ້ງ​ປະ­ຕິ­ບັດ​ເຮັດ​ທຸ­ລະ​ກຳ​ຊື້-ຂາຍ​ກີບ-ຢວນ​ໂດຍ​ກົງ ຜ່ານ​ລະ­ບົບ INTERBANK ຂອງ​ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ຢ່າງ​ສຳ­ເລັດ​ຜົນ ທຸ­ລະ​ກຳ​ດັ່ງ­ກ່າວ ​ບໍ່​ພຽງ​ແຕ່​ເປັນ​ການ​ເພີ່ມ​ຄວາມ​ຫຼາກ​ຫຼາຍ​ໃຫ້​ແກ່​ຜະ­ລິດ​ຕະ​ພັນ​ເງິນ​ຢວນ ຢູ່​ຕະ­ຫຼາດ​ລະ­ຫວ່າງ​ທະ­ນາ­ຄານ​ພາຍ​ໃນ​ລາວ ແລະ ຍັງ​ເປັນ​ທິດ​ທາງ​ໃນ​ການ​ກຳ­ນົດ​ອັດ­ຕາ​ແລກ­ປ່ຽນ​ຊື້-ຂາຍ​ກີບ​ຢວນ​ໂດຍ​ກົງ​ອີກ​ດ້ວຍ.

ໃນ­ຕໍ່­ໜ້າ ທະ­ນາ­ຄານ ICBC ຈະ​ສືບ­ຕໍ່​ຄົ້ນ­ຄວ້າ​ຊອກ​ຫາ​ໂອ­ກາດ​ທາງ​ດ້ານ​ຕະ­ຫຼາດ ແລະ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ລະ­ຫວ່າງ​ລູກ​ຄ້າ​ທຸກ​ປະ­ເພດ ​ຍົກ​ລະ­ດັບ​ເງິນ​ຢວນ​ໃຫ້​ກາຍ­ເປັນ​ທີ່​ຍອມ­ຮັບ​ແກ່​ລູກ​ຄ້າ​ຢູ່​ນອກ ສປ ຈີນ ແລະ ສົ່ງ­ເສີມ​ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ລາວ.

error: Content is protected !!