ທູດລາວປະຈຳຣັດເຊຍ ເຂົ້າຍື່ນສານຕາຕັ້ງ

    ວັນ​ທີ 19 ເມສາ 2022 ຜ່ານມາ ທ່ານນາງ ວິລາວັນ ເຍ່ຍ​ປໍ​ເຮີ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳສະຫະ​ພັນ​ຣັດ​ເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ Kassym-Jomart Tokayev ປະທານາທິບໍດີແຫ່ງສາທາລະນະ​ລັດກາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາສາທາລະນະ​ລັດກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງມົດສະກູ ສ. ຣັດເຊຍ.

    ໃນພິທີ​ຍື່ນ​ສານ ໄດ້​ມີ​​ບັນດາເອກອັກຄະລັດຖະທູດປະເທດຕ່າງໆ​ເຂົ້າ​ຮ່ວມ​ທັງໝົດ 10 ປະເທດ ຊຶ່ງລວມມີ ປະເທດກູບາ ສປປ ລາວ ໂດມານີແກນ ອາກຊັງຕິນ ບັງກາລາເທດ ເປຣູ ຣູອານດາ ເບນິນ ນີເຈເຣຍ ແລະ ຈາດ. ກ່ອນ​ໜ້າມື້ຍື່ນ​ສານ​ຕາ​ຕັ້ງ​ຢ່າງເປັນ​ທາງ​ການ ​ວັນ​ທີ 18 ເມສາ 2022 ທ່ານທູດເຮົາໄດ້​ເຂົ້າ​ຢ້ຽມຄໍານັບ​ ທ່ານ Adil Kapanovich Tursunov ຮອງລັດຖະມົນຕີກະຊວງການຕ່າງປະເທດກາຊັກສະຖານ ​ເພື່ອ​ຍື່ນ​ສຳ​ເນົາ​ສານ​ຕາ​ຕັ້ງ ແລະ ໃນໂອກາດດັ່ງກ່າວນັ້ນ ສອງຝ່າຍກໍໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ກາຊັກສະຖານ ແລະ ໄດ້ປຶກສາຫາລືກ່ຽວກັບແຜນການພົວພັນ ໃນຕໍ່ຫນ້າ.

    ໃນ​ໂອກາດ​ການ​ຍື່ນ​ສານຕາຕັ້ງ ທ່ານ Kassym-Jomart Tokayev ປະທານາທິບໍດີແຫ່ງສາທາ ລະນະ​ລັດກາຊັກສະຖານ ໄດ້​ອອກ​ຄຳ​ເຫັນ ແລະ  ໄດ້​ເນັ້ນໜັກເຖິງສະພາບ​ການ​ທາງດ້ານ​ພູມ​ສາດ-​ການ​ເມືອງ ​ແລະ ພື້ນຖານ​ເສດຖະກິດ​ໃນ​ທົ່ວໂລກ​ໃນໄລຍະຜ່ານ​ມາ ເຫັນວ່າພົບຄວາມ​ຫຍຸ້ງຍາກ​ທີ່​ສຸດ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງສໍາລັບປະເທດຂອງພວກເຮົາ ຄຽງ​ຄູ່​ກັນ​ນັ້ນ ຄວາມ​ເຄັ່ງ​ຕຶງ​ທີ່ກຳລັງ​ເກີດ​ຂຶ້ນ ທີ່ກ່ຽວພັນກັບ​ການ​ພົວພັນ​ສາກົນ​ໃນປັດຈຸບັນ ກໍ​ໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ໃນທົ່ວໂລກ. ​ ພ້ອມນັ້ນ ທ່ານ​ປະທານາທິບໍ ດີກາຊັກສະຖານ ກໍ່ໄດ້​ສະ​ແດງ​ຄວາມ​ມຸ່ງຫວັງ​ໃຫ້ມີການແກ້​ໄຂ​ຂໍ້ຂັດ​ແຍ່ງ​ທີ່ກຳລັງເກີດຂື້ນ​ຢ່າງ​ຮີບດ່ວນ ​ແລະ ຍຸຕິ​ທຳ​ ໂດຍອີງຕາມ​ກົດ​ບັດຂອງອົງການ ສປຊ.

    ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ກາຊັກສະຖານແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະຫນັບສະໜູນຢ່າງເຕັມທີ່ ສະນັ້ນ ​ເພື່ອ​ເປັນການກໍ່ສ້າງ​ລັດໃນສະພາບການທີ່ມີ​​ການ​ແຂ່ງຂັນ ມີປະຊາທິປະ​ໄຕ ​ແລະ ມີສັງຄົມ​ຢ່າງ​ແທ້​ຈິງ ພວກເຮົາຈຶ່ງມີຄວາມຈຳເປັນທີ່ຈະກ້າວໄປສູ່​ການ​ພັດທະນາ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ເສີມສ້າງມິດຕະພາບ ກັບ​ບັນດາ​ປະ​ເທດຕ່າງໆ​ໃນທົ່ວ ​ໂລກ ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມຂອງກາຊັກສະຖານ ແລະ ພ້ອມນັ້ນ ທ່ານ Kassym- Jomart Tokayev ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດ ຕ່າງໆທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມປະຈໍາສາທາລະນະ​ລັດກາຊັກສະຖານຢ່າງເປັນທາງການ ໃນນັ້ນ ລວມທັງທ່ານທູດເຮົາ ແລະ ກໍໄດ້ອວຍພອນປີໃຫມ່ລາວ ພສ 2565 ທີ່ຫາກໍຜ່ານພົ້ນໄປຫວ່າງບໍ່ດົນມານີ້. ພ້ອມດຽວກັນນັ້ນ ທ່ານທູດເຮົາກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດປະຈຳສາທາລະນະລັດກາຊັກສະຖານ ແລະ ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖິງພະນະທ່ານປະທານາທິບໍດີກາຊັກສະຖານ ລວມທັງ ປະຊາຊົນກາສັກສະຖານທຸກຖ້ວນຫນ້າ ຊຶ່ງເພິ່ນກໍໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນເຖິງຄູ່ຮ່ວມຕໍາແໜ່ງແຫ່ງ ສປປ ລາວ ເຊັ່ນດຽວກັນ.

.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!