37 ວັນບໍ່ມີການຕິດເຊື້ອເພີ່ມ ແຕ່ຕ້ອງພ້ອມກັນປ້ອງກັນຕົນເອງຢ່າງເຂັ້ມງວດ

    ວັນທີ 19 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການຕິດຕາມເຝົ້າລະວັງພະຍາດ COVID-19 ວ່າ: ມາຮອດເວລາ 17:00 ໂມງວັນທີ 18 ພຶດສະພາ 2020 ຈໍານວນຜູ້ເດີນທາງເຂົ້າມາຜ່ານດ່ານມີທັງໝົດ 1.761 ຄົນ ໃນນັ້ນຜ່ານດ່ານລາວ-ໄທ 1.079 ຄົນ ມີແຮງງານລາວກັບມາຈາກປະເທດໄທ 6 ຄົນ ເຊິ່ງຜ່ານດ່ານວັງເຕົ່າ-ຊ່ອງເມັກແຂວງຈໍາປາສັກ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ  ຜ່ານດ່ານລາວ-ຈີນ 8 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຜ່ານດ່ານລາວ-ຫວຽດນາມ 584 ຄົນ ໃນນັ້ນຄົນລາວ 25 ຄົນແມ່ນກັບມາແຕ່ວຽກລັດຖະການຜ່ານດ່ານນ້ຳພ້າວ ແຂວງບໍລິຄຳໄຊ ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 90 ຄົນ ເຊິ່ງເຂົ້າມາໃນວັນທີ 17 ພຶດສະພາ (ໃນນີ້ມີນັກສຶກສາລາວກັບມາຈາກອູຮັ່ນ 8 ຄົນ ກັບຈາກຊູໂຈ 5 ຄົນ ຄົນ ຈີນມາສ້າງທາງລົດໄຟ 77 ຄົນ ທັງໝົດແມ່ນຖືກອະນຸຍາດຈາກຄະນະສະເພາະກິດ) ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ ສຳລັບແຮງງານລາວ 6 ຄົນ ທີ່ຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີຖິ່ນຖານມາຈາກແຂວງຈໍາປາສັກ 4 ຄົນ ແລະ ແຂວງສາລະວັນ 2 ຄົນ ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຈົນກ່ວາຈະຄົບກຳນົດ 14 ວັນ.

   ການເຝົ້າລະວັງ ແລະ ວິເຄາະ ວັນທີ 18 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 88 ຄົນ ໃນນັ້ນມີກໍລະນີສົງໄສ 2 ຄົນ ແຮງງານລາວທີ່ກັບມາແຕ່ໄທ 68 ຄົນ ແຮງງານຫວຽດນາມທີ່ເຂົ້າມາລາວ 18 ຄົນ ກໍລະນີສົງໄສ 2 ຄົນ ທັງໝົດແມ່ນມາຈາກນະຄອນຫຼວງວຽງຈັນ ແຮງງານລາວທີ່ກັບມາຈາກປະເທດໄທ 68 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 26 ຄົນ ແຂວງອຸດົມໄຊ 11 ຄົນ ແຂວງວຽງຈັນ 9 ຄົນ ແຂວງຫຼວງພະບາງ 5 ຄົນ ແຂວງຄຳມ່ວນ 5 ຄົນ ແຂວງຈຳປາສັກ 4 ຄົນ ແຂວງໄຊຍະບູລີ 4 ຄົນ ແຂວງສະຫວັນນະເຂດ 2 ຄົນ ແຂວງສາລະວັນ 1 ຄົນ ແລະ ແຂວງເຊກອງ 1 ຄົນ ສຳລັບແຮງງານຫວຽດນາມ 18 ຄົນທີ່ເຂົ້າມາທັງໝົດແມ່ນຢູ່ແຂວງຫົວພັນ ຜົນກວດທັງໝົດຂອງວັນທີ 18 ພຶດສະພາ 2020 ບໍ່ພົບເຊື້ອ ໝາຍຄວາມວ່າບໍ່ມີຜູ້ຕິດເຊື້ອໃໝ່ ສັງລວມການກວດວິເຄາະແຕ່ເດືອນມັງກອນຮອດວັນທີ 18 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 4.653 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (37 ວັນແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

    ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດ ໂດຍສະເພາະແຮງງານລາວຢູ່ສະຖານທີ່ຈໍາກັດບໍລິເວນຕ່າງໆຂອງແຂວງ ປັດຈຸບັນນີ້ທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 91 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ2.648 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍິງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ.

error: Content is protected !!