ສປປ ລາວຍັງບໍ່ມີກໍລະນີຕິດເຊື້ອພະຍາດ COVID-19 ພ້ອມຮຽກຮ້ອງໃຫ້ຢຸດການອອກຂ່າວບິດເບືອນ

    ຕໍ່ກັບສະພາບການລະບາດຂອງເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ມາເຖິງປັດຈຸບັນ ເຖິງວ່າ ສປ ຈີນມີຈຳນວນຜູ້ຕິດເຊື້ອນັບມືນັບຫຼຸດລົງ ແຕ່ພະຍາດດັ່ງກ່າວໄດ້ມີການລະບາດແຜ່ລາມໄປໃນ 124 ປະເທດໃນທົ່ວໂລກ ຕໍ່ສະຖານະການການແຜ່ລະບາດດັ່ງກ່າວ ຈຶ່ງໄດ້ເຮັດໃຫ້ສື່ສັງຄົມອອນລາຍບາງສື່ສ້າງຂ່າວບິດເບືອນ ສ້າງຄວາມປັ່ນປວນໃຫ້ສັງຄົມ ໂດຍສະເພາະຂ່າວທີ່ອອກທາງເຟສບຸກເມື່ອບໍ່ດົນມານີ້ວ່າມີນັກທ່ອງທ່ຽວຕ່າງປະເທດຈໍານວນໜຶ່ງ ເດີນທາງມາຈາກນະຄອນຫຼວງລອນດອນ ປະເທດອັງກິດ ດ້ວຍສາຍການບິນຫວຽດນາມ ແລ້ວມາພັກຢູ່ຫວຽດນາມ ແລະ ອີກຈໍານວນ 5 ຄົນ ເດີນທາງມາສະໜາມບິນສາກົນຫຼວງພະບາງນັ້ນແມ່ນຄວາມຈິງ ແຕ່ໃນຈໍານວນທີ່ເດີນທາງມາເຖິງສະໜາມບິນສາກົນ ຫຼວງພະບາງ ແລ້ວກວດພົບວ່າເປັນພະຍາດ COVID-19 ນັ້ນ ໃນກໍລະນີນີ້ບໍ່ແມ່ນຄວາມຈິງແຕ່ຢ່າງໃດກະຊວງສາທາລະນະສຸກຮຽກຮ້ອງໃຫ້ພາກສ່ວນອອກຂ່າວທີ່ບິດເບືອນລັກສະນະນີ້ ຢຸດສ້າງຄວາມບໍ່ຫງົບ ໂດຍສຶກສາຂໍ້ມູນທີ່ລະອຽດແລ້ວຈຶ່ງອອກຂ່າວ ເພາະຈະເຮັດສັງຄົມເກີດຄວາມສັບສົນ ແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງທາງການລາວ.

    ທ່ານ ດຣ ຣັຕຕະນະໄຊ ເພັດສຸວັນ ຫົວໜ້າກົບຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ ໃນວັນທີ 12 ມີນາ 2020 ວ່າ: ຕໍ່ເຫດການນີ້ ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວໄດ້ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ໄດ້ຮັບຄໍາຕອບວ່າ ມີ 2 ຄົນທີ່ຢູ່ໃນຖ້ຽວບິນດັ່ງກ່າວ ເດີນທາງໄປແຂວງພະບາງຂອງລາວແທ້ ພາຍຫຼັງເດີນທາງເຖິງສະໜາມບິນສາກົນ ແຂວງຫຼວງພະບາງແລ້ວ ເຈົ້າໜ້າທີ່ຂອງລາວກໍໄດ້ກວດຫາເຊື້ອພະຍາດຈາກບຸກຄົນດັ່ງກ່າວແລ້ວ ແຕ່ບໍ່ພົບວ່າເປັນພະຍາດ COVID-19 ແຕ່ຢ່າງໃດປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວຍັງຕິດຕາມເຝົ້າລະວັງບຸກຄົນຈໍານວນນີ້ຢ່າງໃກ້ຊິດ ຈົນກວ່າຈະຄົບກໍານົດເຝົ້າລະວັງ 14 ວັນ.

    ສະນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມຢ່າຟ້າວແຕກຕື່ນຕໍ່ເຫດການທີ່ເກີດຂື້ນ ແລະ ເຊື່ອໝັ້ນໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ເພາະການກວດຫາເຊື້ອພະຍາດ ລວມເຖີງການປະຕິບັດວຽກງານອື່ນໆແມ່ນປະຕິບັດຕາມມາດຖານສາກົນ ກໍຄືອົງການອະນາໄມໂລກວາງອອກທຸກຂັ້ນຕອນ ແລະ ບໍ່ມີການປົກປິດຂໍ້ມູນຄວາມຈີງແຕ່ຢ່າງໃດ ສ່ວນກໍລະນີທີ່ມີນັກສຶກສາລາວທີ່ກັບມາຈາກຫວຽດນາມຈໍານວນ 6 ຄົນ ແລະ ສອງຄົນມີອາການໄຂ້ ເຂົ້າກັບນິຍາມເປັນພະຍາດ COVID-19 ແລະ ມີຊາວຫວຽດນາມ ຊື່ນາງໝາຍ ເຮັດວຽກຢູ່ສວນຢາງພາລາ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເດີນທາງກັບຈາກຫວຽດນາມ ແລ້ວຕິດພະຍາດນີ້ມາແຕ່ຫວຽດນາມນັ້ນ ບໍ່ແມ່ນຄວາມຈິງເຊັ່ນດຽວກັນ ປັດຈຸບັນບຸກຄົນຈໍານວນນີ້ໄດ້ຮັບການກວດຫາເຊື້ອພະຍາດ COVID-19 ແລະ ບໍ່ພົບວ່າເປັນພະຍາດນີ້ແຕ່ຢ່າງໃດ ພ້ອມນີ້ ກະຊວງສາທາລະນະສຸກໃຫ້ການຢືນຢັນວ່າມາເຖິງປັດຈຸບັນ ສປປ ລາວແມ່ນຍັງບໍ່ມີກໍລະນີຕິດເຊື້ອພະຍາດນີ້ ແຕ່ພະຍາດດັ່ງກ່າວໄດ້ແຜ່ລະບາດໄປໃນ 124 ປະເທດທົ່ວໂລກ ມີກໍລະນີຢັ້ງຢືນຕິດເຊື້ອພະຍາດທັງໝົດ 126.367 ກໍລະນີ ເສຍຊີວິດ 4.633 ກໍລະນີ ແລະ ປິ່ນປົວຫາຍດີ 68.304 ກໍລະນີ ດ້ວຍການລະບາດແຜ່ລາມຄືດັ່ງກ່າວ ອົງການອະນາໄມໂລກໄດ້ປະກາດຕື່ມວ່າປັດຈຸບັນ ສະຖານະການທົ່ວໂລກແມ່ນເປັນການລະບາດແຜ່ລາມ (pandemic) ແລະ ທຸກປະເທດແມ່ນມີຄວາມສ່ຽງສູງຫຼາຍ ເຊິ່ງການຈັດຕັ້ງປະຕິບັດມາດຕະການໃນການຄວບຄຸມເຝົ້າລະວັງຕ້ອງອີງໃສ່ 4 ມາດຖານໃຫຍ່ຄື: ກະກຽມ ແລະ ກຽມພ້ອມ ການປ້ອງກັນ ຊອກຫາ ແລະ ປິ່ນປົວຫຼຸດຜ່ອນຄວາມສ່ຽງໃນການແຜ່ເຊື້ອ ແລະ ຮຽນຮູ້ສິ່ງໃໝ່ໆຈາກການຮັບມືກັບການລະບາດ.

error: Content is protected !!