ມາເລເຊຍ ເປີດປະເທດເຕັມຮູບແບບ

ມາເລເຊຍ ເປີດປະເທດເຕັມຮູບແບບ ໂດຍ​ສ້າງ​ເງື່ອນ​ໄຂ​ເອື້ອອ​ຳ​ນວຍ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ ຫຼື ຜູ້​ທີ່​ຈະ​ເດີນ​ທາງ​ມາ​ປະ​ເທດ​ດັ່ງ​ກ່າວ ທັງ​ຜູ້​ທີ່​ໄດ​້​ຮັບ​ວັກ​ຊີນ​ຄົບ​ໂດ​ສ ແລະ ບໍ່​ຄົບ​ໂດ​ສ ຢ່າງ​ຈະ​ແຈ້ງ ນອກນັ້ນ​ບໍ່ມີປະກັນໄພສຸຂະພາບ ແລະ Covid-19 ບໍ່ຕ້ອງລົງທະບຽນ MySejahtera ກໍ​ສາ​ມາດ​ເດີນ​ທາງ​ເຂົ້າ​ປະ​ເທດ​ດັ່ງ​ກ່າວ​​ໄດ້.

ອີງຕາມ​​ຂໍ້​ມູ​ນ​ຈາກ​ທ່ອງ​ທ່ຽວ​ມາ​ເລ​ເຊ​ຍ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ: ປະເທດ ມາເລເຊຍ ເປີດປະເທດ ເຕັມຮູບແບບ 1 ເດືອນ 5 ປີ 2022 ເຊິ່ງ​ຜູ້​ທີ່​ຈະ​ເດີນ​ທາງ​ໄປ​ປະ​ເທດມາ​ເລ​ເຊຍ​ຕ້ອງ​ມີ​ເງື່ອນ​ໄຂ​ດັ່ງ​ນີ້:
🔹​ຜູ້​ທ​ີ່ຮັບວັກຊີນຄົບໂດສ

  • ບໍ່ມີການກວດ PCR ກ່ອນເດີນທາງເຂົ້າປະເທດ ເຂົ້າມາຮອດມາເລເຊຍ ບໍ່ມີການກວດ RTK.
  • ນັກທ່ອງທຽວທີຈະເດີນທາງເຂົ້າປະເທດມາເລເຊຍຕ້ອງໄດ້ສະແດງຫຼັກຖານການຮັບວັກຊີນຄົບໂດສ 14 ມື້ກ່ອນເດີນທາງ (ຍົກເວັ້ນສຳລັບເດັກອາຍຸຕຳ່ກ່ວາ12ປິ).
    🔹​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບວັກຊັກບໍ່ຄົບໂດສ
  • ນັກທ່ອງທຽວຕ້ອງໄດ້ສະແດງຫຼັກຖານການກວດຫາເຊື້ອ Covid-19 ແບບ RT-PCR ທີ່ມີຜົນເປັນລົບ ແລະ ອອກໃບ​ຢັ້ງ​ຢຶນ​ບໍ່ໃຫ້ເກີນ 48 ຊົ່ວໂມງກ່ອນເຂົ້າປະເທດ ມາຮອດ ມາເລເຊຍ ໄດ້ກວດ RTK ພາຍໃນ 24 ຊົວໂມງ ແລະ ມີການກັກໂຕ 5 ມື້
    🔹ມາດຕະການຄອບຄຸມ Covid-19
    -ສືບຕໍ່ ປ້ອງກັນ ແລະ ສວມໃສ່ຜ້າອັດປາກ ໃຊ້ນ້ຳຍາຂ້າເຊື້ອ ທຸກສະຖານທີ່ໃນການເດີນທາງ

❌ບໍ່ມີປະກັນໄພສຸຂະພາບ ແລະ Covid-19
❌ບໍ່ລົງທະບຽນ MySejahtera

  • ລົງທະບຽນເດີນທາງເຂົ້າປະເທດມາເລເຊຍ ຍັກ ເວັ້ນ ທີຜົນກວດືເປັນ ບວກ (+)
error: Content is protected !!