ອຸປະທູດອູແກຣນ ປະຈໍາລາວ ຖະແຫຼງ ກ່ຽວກັບສະພາບໃນປະເທດ ຕໍ່ສື່ມວນຊົນລາວ

ໃນວັນທີ 29 ເມສາ 2022 ນີ້ ຢູ່ສູນອາເມຣິກາ ທາດດໍາ ນະຄອນຫລວງວຽງຈັນ ທ່ານ ໂອເລັກຊານ ລີຊາກ (Oleksanrd Lysak) ອຸປະທູດສະຖານທູດອູແກຣນປະຈຳປະເທດໄທ ແລະ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ລາຊະອານາຈັກໄທ ໄດ້ຖະແຫຼງກ່ຽວກັບສະພາບການໃນປະເທດ ໃຫ້ສື່ມວນຊົນລາວຮັບຊາບຜ່ານລະບົບທາງໄກ ໂດຍມີທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈໍາລາວ ແລະ ທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບປະຈໍາລາວ ພ້ອມດ້ວຍ ສື່ມວນຊົນລາວເຂົ້າຮ່ວມ. ໂອກາດກາດນີ້ ທ່ານອຸປະທູດອູແກຣນໄດ້ກ່າວວ່າ: ເປັນເວລາຫຼາຍກວ່າສອງເດືອນແລ້ວ ທີ່ມີການຕໍ່ສູ້ທາງການທະຫານລະຫວ່າງ ອູແກຣນ ແລະ ຣັດເຊຍ ນັບແຕ່ເລີ່ມມີການຕໍ່ສູ້ເປັນຕົ້ນມາ ເກືອບ 50% ຂອງວິສາຫະກິດອູແກຣນ ແມ່ນໄດ້ເຮັດວຽກພຽງບາງສ່ວນເທົ່ານັ້ນ ແລະ 9% ໄດ້ຢຸດສະງັກລົງ ພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ ຂົວ ຈໍານວນຫຼາຍແຫ່ງຖືກທໍາລາຍ ລັດຖະບານອູແກຣນຄາດຄະເນວ່າ ຄວາມເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ເສດຖະກິດອູແກຣນ ທັງໝົດຈະມີຫຼາຍກວ່າ 1 ຕື້ໂດລາສະຫະລັດໃນຊຸມປີຕໍ່ໜ້າ ທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບປະຈໍາລາວ ກ່າວວ່າ: ສະຫະພາບເອີຣົບ ໄດ້ຮັບເອົາຜູ້ອົບພະຍົບຈາກອູແກຣນເປັນຈໍານວນຫຼາຍ ແລະ ປັດຈຸບັນ ພວມມີການລະດົມການຊ່ວຍເຫຼືອດ້ານມະນຸດສະທໍາເປັນຕົ້ນ ອາຫານ ຢາປົວພະຍາດ ແລະ ອື່ນໆ ເພື່ອສາມາດຮັບປະກັນ ຄວາມປອດໄພ ແລະ ໃຫ້ພວກເຂົາຜ່ານພົ້ນເຫດການນີ້ໄປໄດ້ໂດຍໄວ . ພ້ອມນີ້ ທ່ານ ປີເຕີ ເຮມ໋ອນ ເອກ ອັກຄະລັດຖະທູດ ສະຫະລັດອາເມຣິກາປະຈໍາລາວ ໄດ້ມີຄໍາເຫັນວ່າ: ການຕໍ່ສູ້ທາງທະຫານໃນປະເທດອູແກຣນ ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດຢູ່ຫຼາຍຂົງເຂດໃນໂລກ ຍ້ອນບັນຫາການຂາດແຄນພະລັງງານ ໂດຍສະເພາະນໍ້າມັນ ແກັສ ບັນຫາເງິນເຟີ້ ແລະ ຄ່າຄອງຊີບຕ່າງໆແມ່ນສູງຂຶ້ນ ສະນັ້ນ ບັນຫາຕ່າງໆເຫຼົ່ານີ້ ຈະຫຼຸດຜ່ອນລົງໄດ້ ກໍເມື່ອການຕໍ່ສູ້ກັນໃນອູແກຣນຢຸດຕິລົງໂດຍໄວ ຂະນະດຽວກັນ ສະຫະລັດອາເມຣິກາ ຈະເພີ່ມທະວີການເຮັດວຽກຮ່ວມກັບບັນດາປະເທດອື່ນໆ ເພື່ອຫາວິທີການຮັບມືການຂາດແຄນດ້ານພະລັງງານດ້ວຍການເພີ່ມກໍາລັງການຜະລິດພະລັງງານຕ່າງໆໃຫ້ຫຼາຍຂຶ້ນ. ແນວໃດກໍຕາມ ໃນວັນທີ 26 ກຸມພາ 2022 ຖະແຫຼງຂ່າວຂອງໂຄສົກການຕ່າງປະເທດແຫ່ງ ສປປ ລາວໃຫ້ຮູ້ວ່າ: ສປປ ລາວ ຕິດຕາມຢ່າງໃກ້ຊິດ ສະພາບການທີ່ຜັນແປ ສະຫຼັບສັບຊ້ອນ ແລະ ມີຄວາມລະອຽດອ່ອນຢູ່ອູແກຣນ ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເພີ່ມທະວີຄວາມອົດກັ້ນ ແລະ ຄວາມພະຍາຍາມ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງທີ່ອາດສົ່ງຜົນກະທົບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ສປປ ລາວ ສະໜັບສະໜູນຄວາມພະຍາຍາມ ໃນການແກ້ໄຂບັນຫາດ້ວຍສັນຕິວິທີ ຜ່ານການເຈລະຈາ.

error: Content is protected !!