ເບິ່ງບ້ານເຂົາເອົາບົດຮຽນ 21/05/2020

ໃນ​ຄໍ​ລຳ​ປະ­ຈຳ​ວັນ​ນີ້ ມີ​ຂ່າວ​ກ່ຽວ​ກັບ​ກົດ­ໝາຍ​ຫ້າມ​ຖິ້ມ​ອາ­ຫານ​ເຫຼືອ​ຢູ່​ປະ­ເທດ​ຝຣັ່ງ ແລະ ເລື່ອງ​ຄະ­ດີ​ທໍ­ລະ­ມານ​ສັດ​ຢູ່​ສະ­ຫະ­ພັນ​ຣັດ​ເຊຍ.

ທີ່ ຝຣັ່ງ: ພາຍ​ໃນ​ປີ 2020 ນີ້ ທາງ​ການ​ຂອງ​ປະ­ເທດ​ຝຣັ່ງ ໄດ້​ວາງ​ເປົ້າ​ໝາຍ​ຫຼຸດ​ຈຳ­ນວນ​ຂີ້​ເຫຍື້ອ​ອາ­ຫານ​ໃຫ້​ໄດ້​ປະ­ມານ​ເຄິ່ງ​ໜຶ່ງ ຕາມ​ສະ­ຖິ­ຕິ​ເມື່ອ 5 ປີ­ຜ່ານ­ມາ ຂີ້​ເຫຍື້ອ​ອາ­ຫານ​ໃນ​ປະ­ເທດ​ຝຣັ່ງ​ນັ້ນ ມີ​ສູງ​ເຖິງ 7,1 ລ້ານ​ໂຕນ​ຕໍ່​ປີ (ຈາກ​ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ ສະ­ບັບ​ປະ­ຈຳ​ອາ­ທິດ​ທີ 1 ເດືອນ​ມິ­ຖຸ­ນາ 2015) ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ຫຼຸດ­ຜ່ອນ​ຂີ້​ເຫຍື້ອ​ອາ­ຫານ ສະ­ພາ​ແຫ່ງ​ຊາດ​ຝຣັ່ງ ໄດ້​ຕົກ­ລົງ​ຮັບ­ຮອງ​ກົດ­ໝາຍ​ຫ້າມ​ຮ້ານ​ສັບ­ພະ​ສິນ­ຄ້າ​ທົ່ວ​ປະ­ເທດ ກຳ­ຈັດ​ອາ­ຫານ​ທີ່​ເຫຼືອ​ຈາກ​ການ­ຈຳ­ໜ່າຍ​ດ້ວຍ​ການ​ເທ​ຖິ້ມ ຫຼື ທຳ­ລາຍ ບໍ່​ວ່າ​ຈະ​ເປັນ​ອາ­ຫານ​ສົດ ຫຼື ອາ­ຫານ​ແຫ້ງ ແຕ່​ໃຫ້​ນຳ​ອາ­ຫານ​ເຫຼືອ ຫຼື​ໃກ້​ຈະ​ໝົດ​ອາ­ຍຸ​ເຫຼົ່າ​ນີ້ ໄປ​ບໍ­ລິ­ຈາກ​ໃຫ້​ແກ່​ສະ­ຖານ­ທີ່​ສົງ­ເຄາະ​ຜູ້​ທຸກ​ຍາກ ຫຼື ໜ່ວຍ​ງານ​ການ​ກຸ­ສົນ.

ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້​ຮ້ານ​ສັບ­ພະ​ສິນ­ຄ້າ​ທີ່​ມີ​ເນື້ອ­ທີ່​ຂະ­ໜາດ 400 ແມັດ​ມົນ­ທົນ (ຕາ​ແມັດ) ຂຶ້ນ​ໄປ ຕ້ອງ​ຍື່ນ​ໃບ​ສະ­ໝັກ​ເຂົ້າ​ຮ່ວມ​ໂຄງ­ການ​ບໍ­ລິ­ຈາກ​ອາ­ຫານ​ເຫຼືອ​ກັບ​ເບື້ອງ​ລັດ­ຖະ­ບານ ແລະ ອົງ­ການ​ກຸ­ສົນ​ຂອງ​ລັດ ໃຫ້​ສຳ­ເລັດ​ພາຍ​ໃນ​ເດືອນ​ກໍ­ລະ­ກົດ ປີ 2016 ດັ່ງ­ນັ້ນ ເຈົ້າ​ຂອງ​ຮ້ານ​ສັບ­ພະ​ສິນ­ຄ້າ​ທີ່​ກ່ຽວ­ຂ້ອງ ຈະ​ໄດ້​ຮັບ​ໂທດ​ຖືກ​ຕັດ​ອິດ­ສະ­ຫຼະ­ພາບ​ເປັນ​ເວ­ລາ​ສູງ​ສຸດ 2 ປີ ຫຼື ຖືກ​ປັບ​ໃໝ​ເປັນ​ເງິນ​ສູງ​ສຸດ 75.000 ເອີ​ໂຣ.

ການ​ບໍ­ລິ­ຈາກ​ອາ­ຫານ​ເຫຼືອ​ໃຫ້​ອົງ​ກອນ​ຂອງ​ລັດ ເພື່ອ​ເອົາ​ໄປ​ແຈກ​ຢາຍ​ຕໍ່­ໃຫ້​ພວກ​ຂາດ​ອາ­ຫານ ຍັງ​ເປັນ​ວິ­ທີ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຈາກ​ສະ­ພາບ​ສົກ­ກະ­ປົກ​ຂອງ​ອາ­ຫານ​ເທ​ຖິ້ມ​ອີກ​ດ້ວຍ ຂ່າວ​ໃຫ້​ຮູ້​ວ່າ: ໂດຍ​ສະ­ເລ່ຍ​ແລ້ວ ຄົນ​ຝຣັ່ງ 1 ຄົນ ໄດ້​ສ້າງ​ຂີ້​ເຫຍື້ອ​ອາ­ຫານ ປະ­ມານ 20-30 ກິ​ໂລ​ຕໍ່​ປີ ໃນ​ນັ້ນ ປະ­ມານ 7 ກິ​ໂລ ເປັນ​ອາ­ຫານ​ທີ່​ຍັງ​ມີ​ການ​ຫຸ້ມ​ຫໍ່​ຢ່າງ​ສົມ­ບູນ​ຢູ່.

ທີ່ ຣັດ​ເຊຍ: ມາດ​ຕະ­ການ​ທາງ​ກົດ­ໝາຍ​ຂອງ​ສະ­ຫະ­ພັນ​ຣັດ​ເຊຍ ກ່ຽວ​ກັບ​ໂທດ​ທໍ­ລະ­ມານ​ສັດ​ນັ້ນ ມີ​ຄວາມ​ເຄັ່ງ​ຄັດ​ຮັດ­ກຸມ​ທີ່​ສຸດ ສະ­ແດງ​ອອກ​ໃນ​ຄະ­ດີ​ຂອງ​ເດັກ​ໄວ​ລຸ້ນ​ຍິງ​ສອງ​ຄົນ ທີ່​ຖືກ​ສານ​ຕັດ­ສິນ​ຈຳ​ຄຸກ​ໃນ​ທ້າຍ​ເດືອນ​ສິງ­ຫາ ປີ 2017 (The Nation 27 ສິງ­ຫາ 2017) ເລື່ອງ​ມີ​ຢູ່​ວ່າ: ໃນ​ລະ­ຫວ່າງ​ເດືອນ​ມິ­ຖຸ­ນາ ຫາ​ເດືອນ​ສິງ­ຫາ ປີ 2016 ສາວ​ໄວ​ລຸ້ນ​ຣັດ​ເຊຍ​ສອງ​ຄົນ ຊື່​ນາງ ອາ­ລີ​ໂຢ​ນາ ຊັບ​ເຊັນ​ໂກ ແລະ ນາງ ອາ­ລີ​ນາ ອໍ​ໂລ​ວາ ໄດ້​ຈັບ​ເອົາ​ສັດ​ປະ­ເພດ ໝາ ແລະ ແມວ ຈາກ​ສະ­ຖານ­ທີ່​ສົງ­ເຄາະ​ສັດ ໄປ​ສະ­ຖານ­ທີ່​ເປົ່າ​ປ່ຽວ​ແຫ່ງ​ໜຶ່ງ ແລ້ວ​ລົງ­ມື​ຂ້າ​ສັດ​ເຫຼົ່າ­ນັ້ນ​ດ້ວຍ​ປືນ​ລົມ ກ່ອນ​ຈະ​ຂ້າ ທັງ​ສອງ​ໄດ້​ທໍ­ລະ­ມານ​ສັດ​ເຫຼົ່າ­ນັ້ນ​ດ້ວຍ​ວິ­ທີ​ສຸດ​ປ່າ​ເຖື່ອນ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ພວກ​ເຂົາ​ຍັງ​ໄດ້​ຖ່າຍ​ວິ​ດີ​ໂອ​ກ່ຽວ​ກັບ​ການ​ທາ­ລຸນ​ລະ­ກຳ​ສັດ ເພື່ອ​ເຜີຍ­ແຜ່​ຕໍ່​ສັງ­ຄົມ.

ຈຳ­ນວນ​ສັດ​ທີ່​ຕົກ​ເປັນ​ເຫຍື່ອ​ຄວາມ​ທາ­ລຸນ​ນີ້ ມີ​ຢ່າງ​ໜ້ອຍ 15 ໂຕ ໃນ​ວັນ​ທີ 26 ເດືອນ​ສິງ­ຫາ ປີ 2017 ສານ​ໄດ້​ຕັດ­ສິນ​ລົງ­ໂທດ​ຈຳ​ຄຸກ ນາງ ອາ­ລີ​ໂຢ​ນາ ເປັນ​ເວ­ລາ 4 ປີ ກັບ 3 ເດືອນ ນາງ ອາ­ລີ​ນາ ໄດ້​ຮັບ​ໂທດ​ຈຳ​ຄຸກ 3 ປີ ກັບ 10 ວັນ ສ່ວນ​ເພື່ອນ​ຊາຍ ອາ­ຍຸ 18 ປີ ທີ່​ເປັນ​ຄົນ​ຖ່າຍ​ວິ​ດີ​ໂອ​ນັ້ນ ໄດ້​ຮັບ​ໂທດ​ຈຳ​ຄຸກ​ເປັນ​ເວ­ລາ 3 ປີ ນອກ­ຈາກ​ນັ້ນ ສານ​ຍັງ​ໄດ້​ຕັດ­ສິນ​ໃຫ້​ຜູ້​ປົກ­ຄອງ​ຂອງ​ຜູ້​ກະ­ທຳ​ຜິດ ເສຍ​ເງິນ​ປັບ​ໃໝ​ໃນ​ຄວາມ​ຜິດ​ດ້ານ​ບໍ­ລິ­ຫານ ຍ້ອນ​ມີ​ຄວາມ​ບົກ​ຜ່ອງ​ໃນ​ການ​ລ້ຽງ​ລູກໆ​ໃຫ້​ເປັນ​ຄົນ​ບໍ່​ດີ​ຂອງ​ສັງ­ຄົມ.

error: Content is protected !!