ລຸກຊຳບວກ ຊ່ວຍເຄື່ອງມືການແພດໃຫ້ແກ່ລາວ ຕ້ານໂຄວິດ-19

ພິ­ທີ​ມອບ-ຮັບ​ອຸ­ປະ­ກອນ​ເຄື່ອງ­ມື​ການ​ແພດ ຈາກ​ລັດ­ຖະ­ບານ​ລຸກ​ຊຳ​ບວກ ໃຫ້​ແກ່​ຂະ­ແໜງ​ສາ­ທາ­ລະ­ນະ​ສຸກ​ຂອງ​ລາວ ເພື່ອ​ຕໍ່­ຕ້ານ ແລະ ຄວບ​ຄຸມ ການ­ລະ­ບາດ­ພະ­ຍາດ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ຊຸດ​ທຳ​ອິດ ມູນ​ຄ່າ 240.000 ເອີ​ໂຣ ຫຼື ປະ­ມານ 2,36 ຕື້​ກີບ (ໃນ​ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ຊຸກ​ເສີນ 3 ລ້ານ​ເອີ​ໂຣ) ຈັດ​ຂຶ້ນ​ວັນ​ທີ 21 ພຶດ­ສະ­ພາ 2020 ຢູ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ລະ­ຫວ່າງ ທ່ານ Sam Shreiner ອຸ­ປະ​ທູດ​ແຫ່ງ​ລາ­ຊະ​ອາ­ນາ­ຈັກ​ລຸກ​ຊຳ​ບວກ ແລະ ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ຜູ້­ຕາງ­ໜ້າ​ອົງ­ການ LuxDev ແລະ ພະ­ນັກ­ງານ​ຂັ້ນ​ສູງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ເຂົ້າ​ຮ່ວມ.

ທ່ານ Sam Shreiner ກ່າວ​ວ່າ: ພາຍ­ຫຼັງ​ທີ່​ມີ​ການ­ບົ່ງ­ມະ­ຕິ​ກໍ­ລະ­ນີ​ຕິດ­ເຊື້ອ​ໂຄ​ວິດ-19 ຢູ່ ສປປ ລາວ ລັດ­ຖະ­ບານ​ລຸກ​ຊຳ​ບວກ ກໍ​ໄດ້​ມອບ​ສົ່ງ​ອຸ­ປະ­ກອນ​ການ​ແພດ ແລະ ເຄື່ອງ­ໃຊ້​ໃຫ້​ແກ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຂອງ​ລາວ ເພື່ອ​ສົ່ງ­ຕໍ່​ໄປ​ຍັງ​ແຂວງ​ວຽງ​ຈັນ ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຄຳ​ມ່ວນ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ກະ­ກຽມ​ສະ­ຖານ­ທີ່​ປິ່ນ­ປົວ​ຜູ້​ຕິດ­ເຊື້ອ ແລະ ສະ­ຖານ­ທີ່​ກັກ​ກັນ​ກໍ­ລະ­ນີ​ສົງ­ໄສ ນອກ​ນີ້​ຍັງ​ແມ່ນ​ການ​ປ້ອງ​ກັນ​ບໍ່​ໃຫ້​ພະ­ນັກ­ງານ​ຕິດ­ເຊື້ອ​ດັ່ງ­ກ່າວ ພ້ອມ​ທັງ​ການ​ຊ່ວຍ​ວຽກ​ງານ​ບົ່ງ­ມະ­ຕິ​ຄົນ​ເຈັບ ແລະ ການ​ຕິດ­ຕາມ​ຜູ້​ຄົນ​ທີ່​ໄດ້​ສຳ​ພັດ​ຜູ້​ຕິດ­ເຊື້ອ.

ສຳ­ລັບ​ອຸ­ປະ­ກອນ​ການ​ແພດ ແລະ ເຄື່ອງ­ໃຊ້ ປະ­ກອບ​ມີ: ອຸ­ປະ­ກອນ​ທີ່​ຕິດ​ພັນ​ກັບ​ການ​ປິ່ນ­ປົວ​ຄົນ​ເຈັບ​ດ້ວຍ​ອົກ​ຊີ​ແຊນ ອຸ­ປະ­ກອນ​ທີ່​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19 ແລະ ອຸ­ປະ­ກອນ​ຮັບ​ໃຊ້​ໃນ​ໂຮງ­ໝໍ ເຊັ່ນ: ຕຽງ​ນອນ ລໍ້​ຍູ້ ພັດ​ລົມ ຕູ້­ເຢັນ ຈັກ­ຊັກ­ເຄື່ອງ ຖັງ​ຂີ້​ເຫຍື້ອ ແລະ ອື່ນໆ ເຊິ່ງ​ເຄື່ອງ​ດັ່ງ­ກ່າວ ຈະ​ໄດ້​ຖືກ​ແຈກ​ຢາຍ​ໃຫ້ 28 ເມືອງ ທີ່​ມີ​ການ​ກະ­ກຽມ​ສະ­ຖານ­ທີ່​ກັກ​ກັນ​ຜູ້​ຖື​ສົງ­ໄສ​ຕິດ­ເຊື້ອ.

# ຂ່າວ & ພາບ: ສີ​ພອນ

error: Content is protected !!