ຊອກກິນແນວແປກໆໃໝ່ໆ ໄພໃກ້ຕົວທີ່ແນມບໍ່ເຫັນ

    ຂໍເຕືອນພວກສະລອກກອກຊອກກິນແນວແປກໆໃໝ່ໆ ເຊັ່ນ: ສັດປ່າ ສັດມີພິດ ສັດອະນຸຮັກ ແລະອື່ນໆ ໂດຍເຂົ້າໃຈວ່າເປັນຂອງສົດ ຂອງບຳລຸງກຳລັງວັງຊາ ເຊິ່ງໃນຕົວຈິງນັ້ນສັດປ່າໃນຍຸກນີ້ມັນຕ່າງກັບສັດປ່າໃນເມື່ອກ່ອນ ດຽວນີ້ອາກາດປ່ຽນແປງເປັນພິດ ສິ່ງແວດລ້ອມຂອງສັດປ່ຽນແປງໄປ ນອກນັ້ນ ສັດປ່າທີ່ລ່າໄດ້ຍັງຖືກກັນບູດ-ເນົ່າ ດ້ວຍຟອກໂມນທີ່ເປັນອັນຕະລາຍສຸດໆຕໍ່ຮ່າງກາຍ ມີຫຼັກຖານຍຢັ້ງຢືນວ່າ ສັດປ່າຫຼາຍຊະນິດຍັງເປັນຕົ້ນເຫດກໍ່ໃຫ້ເກີດພະຍາດໃໝ່ໆໃນຍຸກປັດຈຸບັນອີກດ້ວຍ.

error: Content is protected !!