ທຸກຄົນບໍ່ຕ້ອງແຕກຕື່ນ ມີນໍ້າມັນໃຊ້ຢ່າງພຽງພໍ ຖ້າມີການຈັດສັນແບ່ງປັນກັນ

    ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ປີໂຕຣລຽມ ເທຣດດີ້ງ ລາວ ມະຫາຊົນ ຖະແຫຼງຕໍ່ສື່ມວນຊົນຄັ້ງວັນທີ 13 ພຶດສະພາ 2022 ວ່າ: ຈາກສະພາບການປັດຈຸບັນ ເຮົາຈະເຫັນວ່າສັງຄົມພົບວິກິດການຂາດແຄນນໍ້າມັນ ແຕ່ຄິດວ່າ ຄວາມຈິງແມ່ນເກີດຈາກການແຕກຕື່ນຂອງສັງຄົມຫຼາຍກວ່າ (ມັນເປັນຜົນທາງຈິດຕະສາດຫຼາຍກວ່າການຂາດແຄນນໍ້າມັນ) ປັດຈຸບັນ ພວກເຮົາຮ່ວມກັບລັດຖະບານ ໄດ້ເຮັດວຽກຮ່ວມກັນເພື່ອຫາທາງອອກຫຼາຍດ້ານ (ເຊິ່ງຂ້າພະເຈົ້າກໍຢູ່ໃນຄະນະແກ້ໄຂບັນຫາເລື່ອງນໍ້າມັນຂາດແຄນ) ໂດຍໄດ້ສົມທົບກັບທາງທະນາຄານກາງ ເພື່ອຫາຊ່ອງທາງແກ້ໄຂບັນຫາດັ່ງກ່າວ ຕົ້ນຕໍຂອງບັນຫາແມ່ນການຂາດແຄນເງິນຕາ (ເຊິ່ງກໍເປັນຜົນຈາກຄວາມແຕກຕື່ນຂອງສັງຄົມກ່ຽວກັບອັດຕາແລກປ່ຽນແລ້ວກັກຕຸນເງິນຕາ) ບໍ່ແມ່ນປະເທດລາວເຮົາຂາດດູນການຄ້າ ສະນັ້ນ ຄິດວ່າສະກຸນເງິນຕາທີ່ມີໃນສັງຄົມ ມັນພຽງພໍໃນການຮັບໃຊ້ສັງຄົມ ແຕ່ອາດຈະເກີດຍ້ອນຈິດຕະສາດຂອງສັງຄົມ ເຮັດໃຫ້ມີການກັກຕຸນເງິນຕາ ກັກຕຸນສິນຄ້າ ຈຶ່ງເຮັດໃຫ້ການສັນຈອນຂອງສິນຄ້າ ແລະ ເງິນຕາຢູ່ໃນລະບົບຕະຫຼາດເງິນຕາມີບັນຫາ ຈຶ່ງເຮັດໃຫ້ຜູ້ປະກອບການນໍາເຂົ້ານໍ້າມັນມາແລກປ່ຽນບໍ່ໄດ້ ແລະ ເຮັດໃຫ້ລາຄາເງິນກີບອ່ອນຄ່າໄປເລື້ອຍໆ ຖ້າເຮົາຢາກແກ້ໄຂບັນຫານີ້ໄດ້ແທ້ໆ ຂໍຮ້ອງບໍ່ຢາກໃຫ້ມີການແຕກຕື່ນແບບນີ້ ພວກເຮົາມາເບິ່ງວ່າ ວິກິດຕ່າງໆທີ່ປະເທດເຮົາມີນີ້ ຢູ່ປະເທດຍີ່ປຸ່ນກໍພົບ ແຕ່ສັງຄົມເຂົາບໍ່ແຕກຕື່ນ ພຽງແຕ່ລຽນຄິວຕໍ່ແຖວ ກໍຈະເຮັດໃຫ້ສັງຄົມບໍ່ວຸ່ນວາຍ ແລະ ບໍ່ສ້າງຈິດຕະສາດໃຫ້ຄົນຕົກໃຈກັງວົນເຊັ່ນນີ້.

    ທ່ານ ຈັນທອນ ສິດທິໄຊກ່າວຕື່ມວ່າ: ຖ້າພວກເຮົາບໍ່ແຕກຕື່ນກັນຫຼາຍ ຖ້າພວກເຮົາຈັດສັນ ແບ່ງປັນກັນ ຂ້າພະເຈົ້າວ່ານໍ້າມັນພຽງພໍກັນ ແຕ່ປັດຈຸບັນ ສັງຄົມມີຄວາມແຕກຕື່ນ ແລ້ວເກີດການຍາດແຍ່ງ (ບໍ່ແມ່ນແບ່ງປັນ) ເພາະຫຼາຍປໍ້າຫຼາຍສະຖານີ ເຂົານໍາເຂົ້ານໍ້າມັນເຊື້ອໄຟບໍ່ໄດ້ກໍຍ້ອນແລກເງິນຕາບໍ່ໄດ້ (ບໍ່ແມ່ນຍ້ອນບໍ່ມີເງິນ) ສະນັ້ນ ບໍ່ຢາກໃຫ້ແຕກຕື່ນແລ້ວພາກັນເອົາກະຕຸກ ຖັງ ແລະ ອື່ນໆມາໃສ່ ເພາະຢ້ານວ່າຊິບໍ່ມີນໍ້າມັນໃສ່ ຂ້າພະເຈົ້າຮັບປະກັນ ບໍລິສັດ ປີໂຕຣລຽມ ເທຣດດີ້ງ ລາວ ມະຫາຊົນ ຈະຮ່ວມກັບສະມາຄົມນໍ້າມັນເຊື້ອໄຟ ຈະນໍາເຂົ້ານໍ້າມັນເຊື້ອໄຟເຂົ້າມາກະຈາຍໃຫ້ສັງຄົມບໍ່ຂາດ ແຕ່ມັນຊິຂາດຍ້ອນສັງຄົມແຕກຕື່ນ ແລ້ວພາກັນເອົາຕຸກເອົາຖັງມາໃສ່ກັກຕຸນໄວ້ (ຖ້າເອົາແບ່ງປັນກັນ ນໍ້າມັນຈະພຽງພໍ ແຕ່ຖ້າຍາດແຍ່ງກັນທໍ່ໃດມັນຈະບໍ່ພໍ) ວິກິດມັນຈະບໍ່ເກີດຈາກນໍ້າມັນ ແຕ່ມັນຈະເກີດຂຶ້ນຍ້ອນນໍ້າມືຂອງພວກເຮົານີ້ລະ.

    ທົ່ວປະເທດລາວມີການຊົມໃຊ້ນໍ້າມັນທັງໝົດຈຳນວນ 1.200 ລ້ານລິດຕໍ່ປີ ສະເລ່ຍເທົ່າກັບ 100 ລ້ານລິດຕໍ່ເດືອນ ທຽບໃສ່ນໍ້າມັນທີ່ເຂົາຜະລິດໃນຕະຫຼາດນໍ້າມັນໂລກ ໃນຈໍານວນນີ້ແມ່ນໜ້ອຍທີ່ສຸດ ສະນັ້ນ ບໍ່ຕ້ອງຢ້ານວ່າຊິຂາດແຄນນໍ້າມັນ ພຽງແຕ່ສັງຄົມແຕກຕື່ນນໍາອັດຕາແລກປ່ຽນ ແລ້ວພາກັນກັກຕຸນເງິນຕາ ຈຶ່ງເຮັດໃຫ້ພວກເຮົາຂາດເງິນຕາໄປຊື້ເທົ່ານັ້ນ ຂ້າພະເຈົ້າ ປະທານ ບໍລິສັດ ບໍລິສັດ ປີໂຕຣລຽມ ເທຣດດີ້ງ ລາວ ມະຫາຊົນ ເປັນບໍລິສັດເອກະຊົນ ນໍາເຂົ້ານໍ້າມັນເຊື້ອໄຟອັນດັບສອງ ຮອງຈາກບໍລິສັດ ນ້ຳມັນເຊື້ອໄຟລາວ ມີປໍ້ານໍ້າມັນທົ່ວປະເທດ 150 ສະຖານີບໍລິການ ມີສາງນໍ້າມັນຄວບຄຸມທົ່ວທຸກແຂວງໃນທົ່ວປະເທດ ຂໍຢືນຢັນກັບພໍ່ແມ່ປະຊາຊົນວ່າ: ພວກເຮົາຈະສືບຕໍ່ນໍານໍ້າມັນເຊື້ອໄຟມາສະໜອງໃຫ້ສັງຄົມໄດ້ເປັນປົກກະຕິຄືດັ່ງຜ່ານມາ ໂດຍໜຶ່ງປີມີ 365 ວັນ ພວກເຮົາບໍ່ເຄີຍປິດ ພຽງແຕ່ຈຳກັດເວລາບໍລິການລົງ ຈາກເປີດ 6:00-22:00 ມາເປັນ 7:00-17:00 ແລະ ຈະເປີດໃຫ້ບໍລິການຈົນໝົດປີ 2022 ຫຼື ຈົນກວ່າຈະໃຫ້ສະພາບກັບຄືນສູ່ປົກກະຕິທີ່ສຸດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!