ໄວ້ອາໄລ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດ.

    ພິທີໄວ້ອາໄລ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສົງຄາມຢູ່ລາວກັບຄືນປະເທດ ຈັດຂຶ້ນວັນທີ 13 ພຶດສະພາ 2022 ທີ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ເຂົ້າຮ່ວມໃນພິທີ ມີທ່ານ ພົ.ວ ສົມພອນ ຈັນສົມວົງ ຫົວໜ້າຄະນະປະຕິບັດງານພິເສດ ນວ ທ່ານ ພົ.ວ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານ ນວ ທ່ານ ເລ ງອັກ ເຈົ໋າ ຮອງປະທານສະພາປະຊາຊົນແຂວງຮ່າຕິ່ງ ຫົວໜ້າຄະນະປະຕິບັດງານພິເສດແຂວງຮ່າຕິ່ງ ທ່ານ ພັ.ອ ມາຍ ງ໋ອກ ຫວຽດ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງຮ່າຕິ່ງ ພ້ອມການນຳພັກ-ລັດຂັ້ນ ນວ ແລະ ແຂວງຮ່າຕິ່ງ ສສ.ຫວຽດນາມເຂົ້າຮ່ວມ.

    ທ່ານ ພົ.ວ ສົມພອນ ຈັນສົມວົງ ໄດ້ກ່າວໃນພິທີວ່າ: ໄລຍະຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ຕ້ານກັບຈັກກະພັດຮຸກຮານໃນເມື່ອກ່ອນ ການປະຕິວັດລາວໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກຫວຽດນາມ ທາງດ້ານວັດຖຸ ແລະ ກໍາລັງຄົນ ໄດ້ມີສະຫາຍຈໍານວນໜຶ່ງໄດ້ເສຍສະຫຼະຊີວິດເລືອດເນື້ອຢູ່ໃນບົນດິນແດນສະໜາມຮົບຂອງລາວ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ຍົກໃຫ້ເຫັນການຊ່ວຍເຫຼືອອັນລ້ໍາຄ່າໃຫ້ແກ່ການປະຕິວັດປະເທດເຮົາທຸກແຫ່ງຫົນ ໃນນັ້ນ ການຈັດສົ່ງບັນດາກົມກອງ ອາສາສະໝັກມາປະສານສົມທົບຮ່ວມສູ້ຮົບກັບກໍາລັງປະກອບອາວຸດ ແລະ ປະຊາຊົນພວກເຮົາຢູ່ໃນ 2 ບັ້ນຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ສຸດທີ່ມີຄວາມໝາຍອັນຍິ່ງໃຫ່ຍ ຕໍ່ກັບພາລະກິດການຂະຫຍາຍຕົວຂອງການປະຕິວັດປະເທດພວກເຮົາ ບັນດານັກຮົບອາສາສະໝັກຫວຽດນາມ ໄດ້ເປັນສັນຍະລັກນໍ້າໃຈສາມັກຄີ ຮ່ວມສໍາພັນສູ້ຮົບພິເສດລາວ-ຫວຽດນາມ.

    ຜ່ານການຮ່ວມສໍາພັນສູ້ຮົບ ທະຫານອາສາສະໝັກຫວຽດນາມໄດ້ຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານສັດຕູໂຕດຽວ ຄຽງບ່າຄຽງໄຫຼ່ສູ້ຮົບຮ່ວມຂຸມຄອງດຽວກັນ ຍອມເສຍສະຫຼະນໍາກັນ ສິ່ງດັ່ງກ່າວ ເປັນເງື່ອນໄຂເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນລາວເຕີບໃຫຍ່ຂະຫຍາຍຕົວ ສາມາດປົດປ່ອຍ ແລະ ຍຶດອໍານາດໃນທົ່ວປະເທດ ແລະ ສ້າງຕັ້ງ ສປປ ລາວ ວັນທີ 2 ທັນວາ 1975 ຂຶ້ນຢ່າງສະຫງ່າຜ່າເຜີຍ.

    ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ 2 ຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ເວົ້າລວມ ເວົ້າສະເພາະຢູ່ ນວ ໂດຍມີການປະສານງານລະຫວ່າງຄະນະປະຕິບັດງານພິເສດແຂວງຮ່າຕິ່ງ ກັບຄະນະປະຕິບັດງານພິເສດຂອງທະຫານ ນວ ເຊິ່ງເລີ່ມມາແຕ່ປີ 2000 ມາເຖິງປີ 2021 ສາມາດຂຸດຄົ້ນໄດ້ 125 ອັດຖິ ສະເພາະປີ 2022 ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນ ເລີ່ມແຕ່ເດືອນມີນາຮອດເດືອນທ້າຍເດືອນເມສາ 2022 ສາມາດຂຸດໄດ້ຕົວຈິງ 2 ອັດຖິ ລວມຂຸດຄົ້ນຜ່ານມາ ໄດ້ທັງໝົດ 127 ອັດຖິ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!