ເປີດສາກຂຶ້ນຢ່າງເປັນທາງການ ສໍາລັບການການແຂ່ງຂັນກີລາເຕະບານນັກຮຽນມັດທະຍົມທົ່ວປະເທດ U-17 ລາຍການ COPA Coca-Cola Laos 2021 ຮອບສຸດທ້າຍ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ໃນວັນທີ 14 ພຶດສະພາ 2022 ທີ່ສະໜາມລ້ານຊ້າງສະເຕດຽມ ທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ ພະລະ ແລະ ສິລະປະສຶກສາ ກະຊວງ ສສກ ມີຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກີລາແຂວງ ນະຄອນຫຼວງ ບໍລິສັດ ໂຄຄາ-ໂຄລາ ບ໊ອດຕລິງ ຈຳກັດ ພ້ອມດ້ວຍຄະນະນໍາ ຄູເຝິກ ແລະ ນັກກີລາຈາກທີມຕົວແທນພາກເໜືອ ພາກກາງ ແລະ ພາກໃຕ້ ເຂົ້າຮ່ວມຢ່າງພ້ອມພຽງ.

ສຳລັບຮອບສຸດທ້າຍ ມີທັງໝົດ 12 ທີມເຂົ້າຮ່ວມຄື: ເມືອງຫາດຊາຍຟອງ (ມ.ຕົ້ນ ບໍ່ໂອ) ເມືອງປາກງື່ມ (ມສ ນາຝາຍ) ເມືອງນາຊາຍທອງ (ມສ ນາຊາຍທອງ) ແຂວງບໍ່ແກ້ວ ແຂວງອຸດົມໄຊ ແຂວງສາລະວັນ ແຂວງຫຼວງພະບາງ ແຂວງຈຳປາສັກ ເມືອງຈັນທະບູລີ (ມສ ຫງວຽນຢູ) ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ.

ໃນມື້ເປີດສະໜາມ ທີ່ສະໜາມລ້ານຊ້າງສະເຕດຽມ ແລະ ສູນເຝິກກີລາແຫ່ງຊາດ ສີເກີດ ກໍໄດ້ມີການແຂ່ງຂັນຮອບນັອກເອົ້ານັດທໍາອິດ 4 ຄູ່ທໍາອິດ ເສຍຕົກຮອບທັນທີ ປາກົດວ່າ: ມ ຕົ້ນ ບໍ່ໂອ ຊະນະ ມສ ນາຝາຍ 1-0 ແຂວງສາລະວັນ ດວນຈຸດໂທດເສຍໃຫ້ກັບແຂວງຫຼວງພະບາງ 3-5 ຫຼັງສະເໝີກັນ 0-0 ແຂວງບໍລີຄຳໄຊ ເສຍ ມສ ນາຊາຍທອງ 0-2 ແລະ ມສ ຫງວຽນຢູ ຊະນະ ແຂວງວຽງຈັນ 3-1.

# ຂ່າວ – ພາບ : ສີພອນ ຈັນທະດາລາ