ວິທະຍາຄານກົມມະດຳ ມອບເງີນນະໂຍບາຍອຸດໜູນເສຍຊີວິດ-ເງິນບຳເນັດໃຫ້ນາຍ ແລະ ພົນທະຫານ

    ພິທີມອບເງີນນະໂຍບາຍອຸດໜູນເສຍຊີວິດ ແລະ ເງີນອຸດໜູນບຳເນັດຂອງວິທະຍາຄານກົມມະດຳ ຈັດຂຶ້ນວັນທີ 14 ພຶດສະພາຜ່ານມາ ໂດຍເປັນປະທານຂອງທ່ານ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ມີຄະນະພັກ ຄະນະບັນຊາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພັນໂທ ບຸນສີ ວົງນະຄອນ ຫົວໜ້າພະແນກປະກັນສັງຄົມ ວິທະຍາຄານກົມມະດຳ ໄດ້ຜ່ານຂໍ້ຕົກລົງຂອງອຳນວຍການວິທະຍາຄານກົມມະດຳ ສະບັບເລກທີ 71/ວກ ວ່າດ້ວຍການອະນຸມັດເບີກຈ່າຍເງີນອຸດໜູນການເສຍຊີວິດ ໂດຍປະຕິບັດຕາມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ສະບັບເລກທີ 675/ກປທ ກ່ຽວກັບການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍການປະກັນສັງຄົມຊິວິດຕາມເງື່ອນໄຂຂອງປະກັນສັງຄົມ ເຊີ່ງມີ 3 ຄອບຄົວ ລວມມີເງີນທັງໜົດ 47 ລ້ານກວ່າກີບ ພ້ອມນີ້ ໄດ້ຜ່ານຂໍ້ຕົກລົງຂອງອຳນວຍການ ວິທະຍາຄານກົມມະດຳ ສະບັບເລກທີ 70/ ວກ ວ່າດ້ວຍການອະນຸມັດເບີກຈ່າຍເງີນອຸດໜູນອອກບຳເນັດໃຫ້ນາຍ ແລະ ພົນທະຫານ ໂດຍອີງຕາມຂໍ້ກຳນົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ ສະບັບປັບປຸງໃນປີ 2016 ກ່ຽວກັບການປະຕິບັດນະໂຍບາຍອຸດໜູນບຳເນັດໃຫ້ນາຍສິບ 1 ຄົນ ເປັນຈຳນວນເງີນທັງໜົດ 40 ລ້ານກີບ.

    ໂອກາດດັ່ງກ່າວ ທ່ານ ບົວໄລ ພັນທະວົງ ໄດ້ໂອ້ລົມໃນການມອບເງິນຄັ້ງນີ້ ເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດຂັ້ນເທິງ ຕໍ່ກັບຄອບຄົວພະນັກງານຜູ້ເສຍຊີວິດ ແລະ ຜູ້ທີ່ອອກອຸດໜູນບຳເນັດ ທີ່ໄດ້ອຸທິດເຫື່ອແຮງເຂົ້າໃນພາລະກິດລວມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງຮຽກຮ້ອງເຖິງຄອບຄົວຜູ້ທີ່ເສຍຊີວິດ ແລະ ຜູ້ທີ່ອອກອຸດໜູນບຳເນັດ ຈົ່ງນຳເງີນດັ່ງກ່າວໄປໜູນໃຊ້ເຂົ້າໃນຄອບຄົວຢ່າງປະຢັດມັດທະຍັດ ເພື່ອພັດທະນາຄອບຄົວໃຫ້ມີຄວາມຜາສຸກ.

# ຂ່າວ-ພາບ: ເຟື້ອຍ ສາຍຄໍາ

error: Content is protected !!