ທົ່ວປະເທດກຳນົດ 74 ເຂດຮອງຮັບໃຫ້ແກ່ການສ້າງຕັ້ງໂຮງງານ ແລະ ພັດທະນາເປັນນິຄົມອຸດສາຫະກຳ

    ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ຈັດກອງປະຊຸມຜ່ານຮ່າງດຳລັດວ່າດ້ວຍເຂດ ແລະ ນິຄົມອຸດສາຫະກຳ ໃນວັນທີ 16-17 ພຶດສະພາ 2022 ທີ່ເມືອງວັງວຽງ ແຂວງວຽງຈັນ ເປັນປະທານຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ມີຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງຍຸຕິທຳ ກະຊວງການເງິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການສົ່ງເສີມ-ຄຸ້ມຄອງເຂດເສດຖະກິດພິເສດ ພ້ອມທັງຕາງໜ້າຈາກພະແນກການຂອງນະຄອນຫຼວງວຽງຈັນ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບໂຄງຮ່າງ ແລະ ເນື້ອໃນຂອງຮ່າງດຳລັດວ່າດ້ວຍເຂດ ແລະ ນິຄົມອຸດສາຫະກຳ ຮ່າງດຳລັດສະບັບດັ່ງກ່າວ ປະກອບມີ 10 ພາກ 7 ໝວດ ແລະ 71 ມາດຕາ ກໍານົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການສ້າງຕັ້ງ ການເຄື່ອນໄຫວ ແລະ ການຄຸ້ມຄອງເຂດ ແລະ ນິຄົມອຸດສາຫະກຳ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ເຂດ ແລະ ນິຄົມອຸດສາຫະກຳໄດ້ຮັບການສົ່ງເສີມ ແລະ ພັດທະນາດ້ວຍຄວາມສະດວກວ່ອງໄວ ແລະ ສອດຄ່ອງຕາມນະໂຍບາຍພັດທະນາອຸດສາຫະກຳຕາມທິດສີຂຽວ ແລະ ຍືນຍົງ.

     ພາຍຫຼັງການຜ່ານເນື້ອໃນຂອງຮ່າງດຳລັດໃນຄັ້ງນີ້ແລ້ວ ຈະໄດ້ມີການປັບປຸງບາງເນື້ອໃນ ແລະ ເປີດການທາບທາມຮ່າງກັບບັນດາກະຊວງ ຂະແໜງການຢູ່ 3 ພາກ ກ່ອນທີ່ກະຊວງອຸດສາຫະກຳ  ແລະ ການຄ້າ ຈະສະເໜີເຂົ້າພິຈາລະນາໃນກອງປະຊຸມລັດຖະບານ ຄາດວ່າຈະແມ່ນປະມານເດືອນສິງຫາ ປີ 2022 ນີ້.

     ການພັດທະນານິຄົມອຸດສາຫະກໍາ ແມ່ນການສ້າງພື້ນຖານໂຄງລ່າງຄົບຊຸດ ຮອງຮັບໃຫ້ແກ່ການລົງທຶນການຜະລິດພາຍໃນ ສົ່ງເສີມ ແລະ ເຕົ້າໂຮມການຜະລິດ ເຂັ້ມງວດໃນການປົກປັກຮັກສາສິ່ງແວດລ້ອມ ສ້າງວຽກເຮັດງານທໍາ ປະກອບສ່ວນໃນການພັດທະນາເສດຖະກິດ ແລະ ລົບລ້າງຄວາມທຸກຍາກຂອງປະຊາຊົນ ເຖິງວ່າໄດ້ມີການກໍານົດເຂດອຸດສາຫະກໍາໃນຂອບເຂດທົ່ວປະເທດ 74 ເຂດ ກວມເນື້ອທີ່ 34.000 ເຮັກຕາ ເພື່ອຮອງຮັບໃຫ້ແກ່ການສ້າງຕັ້ງໂຮງງານ ແລະ ພັດທະນາເປັນນິຄົມອຸດສາຫະກຳ ຮອດປັດຈຸບັນ ມີພຽງແຕ່ເຂດອຸດສາຫະກໍາຈໍານວນໜຶ່ງ ໄດ້ຮັບການພັດທະນາ ເປັນຕົ້ນ: ເຂດອຸດສາຫະກຳນະຄອນຫຼວງວຽງຈັນ (ຫຼັກ 21) ເຂດອຸດສາຫະກໍາແຂວງຈໍາປາສັກ (ເມືອງປະທຸມພອນ) ເຂດອຸດສາຫະກໍາແຂວງວຽງຈັນ (ເມືອງແກ້ວອຸດົມ) ມີໂຮງງານອຸດສາຫະກຳເຂົ້າໄປຕັ້ງຢູ່ຫຼາຍກວ່າ 250 ແຫ່ງ.

     ໃນນີ້ ນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ (VITA Park) ເປັນແຫ່ງດຽວທີີ່ໄດ້ຮັບການສ້າງຕັ້ງ ພັດທະນາ ເປັນຕົວແບບ ຄ້າຍຄືກັບເຂດເສດຖະກິດພິເສດ ເຊິ່ງນິຄົມນີ້ ໄດ້ພັດທະນາແລ້ວໃນເນື້ອທີ່ 110 ເຮັກຕາ ແລະ ກຳລັງຂະຫຍາຍຕື່ມ 142 ເຮັກຕາ ປັດຈຸບັນ ມີ 69 ບໍລິສັດເຂົ້າມາລົງທຶນໃນນິຄົມດັ່ງກ່າວ ມີມູນຄ່າທຶນຈົດທະບຽນທັງໝົດ 72 ລ້ານໂດລາສະຫະລັດ ມູນຄ່າການສົ່ງອອກ 372 ກວ່າລ້ານໂດລາສະຫະລັດ ແລະ ສ້າງວຽກເຮັດງານທໍາໄດ້ 4.546 ຄົນ.

         # ຂ່າວ – ພາບ : ເພັດສະໝອນ

error: Content is protected !!